ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ປະຊາຊົນຫລາຍໝື່ນຄົນ ເດີນຂະບວນປະທ້ວງ ໃນປະເທດສະເປນ


ຊາວສະເປນຫລາຍສິນພັນຄົນປະທ້ວງຕໍ່ຕ້ານລັດຖະບານ ກ່ຽວກັບມາດ ຕະການ ປະຢັດມັດທະຍັດ ທີ່ນະຄອນຫລວງ Madrid
ຊາວສະເປນຫລາຍສິນພັນຄົນປະທ້ວງຕໍ່ຕ້ານລັດຖະບານ ກ່ຽວກັບມາດ ຕະການ ປະຢັດມັດທະຍັດ ທີ່ນະຄອນຫລວງ Madrid

ປະຊາຊົນ​ສະ​ເປ​ນຫລາຍ​ສິບ​ພັນ​ຄົນ​ພາກັນ​ປະ​ທ້ວງ​ຢູ່​ຕາມ​ຖະໜົນ​ຫົນທາງ ​ໃນທົ່ວ​ປະ​ເທດ ​ເມື່ອ​ວັນເສົາ​ວານ​ນີ້ ໃນການ​ລຸກ​ຮື​ຂຶ້ນ​ຕໍ່ຕ້ານມາດ​ຕະການ​ປະຢັດ​ມັດທະຍັດ​ຂອງ​ປະ​ເທດ​ຊາດ ກ່ອນ​ວັນ​ຄົບຮອບ​ນຶ່ງ​ປີຂອງ​ການ​ເລີ່​ມ ຕົ້ນ​ຂອງ​ການ​ເຄື່ອນ​ໄຫວ ​ທີ່​ລາມ​ໄປ​ທົ່ວ​ຂົງ​ເຂດນັ້ນ.

ພວກ​ປະ​ທ້ວງ​ຫລາຍ​ສິບ​ພັນ​ຄົນ​ໄດ້​ໄປ​ເຕົ້າ​ໂຮມ​ກັນ​ຢູ່​ທີ່ເດີ່ນ​ໃຫຍ່ Puerta del Sol ​ໃນ​ໃຈກາງ​ນະຄອນຫລວງ​ມາດຣິດ ຊຶ່ງ​ເປັນ​ບ່ອນ​ກໍາ​ເນີ​ດຂອງ ການ​ປະ​ທ້ວງຕິດ​ຕໍ່​ກັນ​ຫລາຍໆບັ້ນ​ ຕໍ່ຕ້ານຄວາມບໍ່​ຍຸຕິ​ທໍາທາງ​ດ້ານ​ເສດ ຖະກິດ​. ນອກ​ນັ້ນ ​ກໍ​ມີ​ປະຊາຊົນ​ອີກຫລາ​ຍສິບ​ພັນ​ຄົນພາກັນ​ເດີນ​ຂະ​ບວນ ປະ​ທ້ວງ​ຢູ່​ເມືອງ Barcelona (ບາກ​ເຊີ​ໂລ​ນາ) ຕິ​ດຕາມ​ດ້ວຍ​ການ​ປະ​ທ້ວງ​ກຸ່ມ​ນ້ອຍ​ອີກ​ ​ໃນຫົວ​ເມືອງ​ອື່ນໆ.

ພວກ​ປະ​ທ້ວງ​ກ່າວ​ວ່າ ພວກ​ເຂົາ​ເຈົ້າຈະ​ສືບ​ຕໍ່​ທໍາ​ການ​ເດີນ​ຂະ​ບວນປະ​ທ້ວງ​ໄປ​ຈົນ​ເຖິງ​ວັນທີ 15 ​ເດືອນ​ພຶດສະພາ​ນີ້ ຊຶ່ງ​ເປັນ​ວັນ​ຄົບຮອບ​ນຶ່ງປີ​ຂອງ​ການ​ປະ​ທ້ວງ​ຄັ້ງ​ປະ​ຖົມມະ​ເລີກ. ພວກ​ເຈົ້າໜ້າ​ທີ່ີກ່າວ​ວ່າ ພວກເຂົາ​ເຈົ້າຈະ​ບໍ່​ອະນຸຍາດ​ໃຫ້ໃຜ ​ປຸກ​ເຕັ້ນ​ນອນ​ຄ້າງ​ຄືນ​ຢູ່​ຕາມ​ຈຸດ​ປະ​ທ້ວງ​ຕ່າງໆ.

​ເວລາ​ນີ້ ອັດຕາ​ການຫວ່າງ​ງານ​ຢູ່​ໃນ​ປະ​ເທດສະ​ເປ​ນ ​ແມ່ນ​ສູງ​ເກືອບຮອດ​ 25 ​ເປີເຊັນ ​ແລະເຄິ່ງນຶ່ງ​ຂອງຊາວ​ສະ​ເປ​ນທີ່​ມີ​ອາຍຸ​ຕໍ່າ​ກວ່າ 25 ປີ ບໍ່​ມີ​ວຽກ​ເຮັດ​ງານທໍາ.

XS
SM
MD
LG