ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາວສະເປນ ປະທ້ວງ ມາດຕະການ ປະຢັດ ຂອງລັດຖະບານ


ຊາວສະເປນຫຼາຍພັນຄົນ ໂຮມຊຸມນຸມປະທ້ວງ ແຜນການປະຢັດຂອງລັດຖະບານ ທີ່ນະຄອນຫຼວງ Madrid (21 ມິຖຸນາ 2012)
ຊາວສະເປນຫຼາຍພັນຄົນ ໂຮມຊຸມນຸມປະທ້ວງ ແຜນການປະຢັດຂອງລັດຖະບານ ທີ່ນະຄອນຫຼວງ Madrid (21 ມິຖຸນາ 2012)

ຊາວ​ສະເປ​ນຫຼາຍພັນ​ຄົນ ທີ່​ເປັນສະມາຊິກ​ສະຫະພັນກຳມະບານ ​ໄດ້ທໍາການ​ປະ​ທ້ວງ​ຕໍ່ຕ້ານ
​ມາດ​ຕະການ​ປະຢັດ​ມັດທະ​ຍັດຢູ່​ຕາມ​ຖະໜົນ​ຫົນທາງ​ສາຍຕ່າງໆໃນ​ນະ​ຄອນຫຼວງ Madrid
​ເມື່ອ​ວັນ​ພຸດ​ວານນີ້.

ພວກ​ປະ​ທ້ວງ​ຢາກ​ໃຫ້​ລັດຖະບານ​ຈົ່ງ​ພິດ​ຈາລະ​ນາອອກ​ນະ​ໂຍບາຍ​ໃໝ່ ​ໂດຍ​ກ່າ​ວວ່າ​ມາດ​ຕະການ​ປະຢັດ​ມັດທະ​ຍັດ​ທີ່ໄດ້​ຮັບ​ການ​ອະນຸມັດ​ໂດຍ ລັດຖະບານອະນຸລັກ​ນິຍົມ​ຊຸດ​ໃໝ່​ນັ້ນ ​ຈະ​ບໍ່​ເຮັດ​ໃຫ້ການ​ຈ້າງ​ຄົນງານ​ແລະ​ເສດຖະກິດ​ດີ ຂຶ້ນ​ເລີຍ.

ມີ​ຄວາມ​ເປັນ​ຫ່ວງ​ວ່າ ສະ​ເປ​ນອາດ​ຈະຕ້ອງ​ໄດ້ຮັບ​ເອົາ​ການ​ຊ່ອຍ​ເຫຼືອຈາກ​ສະຫະພາບ​ຢູ​ໂຣບ ​ທໍານອງ​ດຽວ​ກັນ​ກັບປະ​ເທດ​ກຣີສ ອາຍ​ແລນ​ດ໌ ​ແລະ​ປໍ​ຕຸຍ​ກາລ ​ເພື່ອໃຫ້​ມີ​ເງິນ​ໝູນ​ວຽນ​ພຽງພໍ.

ສະ​ເປ​ນ​ໄດ້​ປະກາດ​ວ່າ​ ຕົນ​ຂາຍ​ພັນທະບັດ​ໄດ້ 2 ພັນ ​ແປດ​ຮ້ອຍ​ລ້ານ​ໂດ​ລາ ​ເມື່ອ​ວັນ​ພະຫັດ​ມື້​ນີ້.

ການ​ປະກາດ​ດັ່ງກ່າວ​ ມີ​ຂຶ້ນ​ໃນມື້​ດຽວ​ກັນ​ກັບ​ທີ່​ສະ​ເປ​ນຈະ​ຖືກ​ກວດ​ບັນຊີ​ໂດຍອົງການ​ອິດສະຫຼະ ກ່ຽວ​ກັບ​ວ່າສະພາບ​ເສດຖະກິດ​ຖົດຖອຍ ​ແລະ​ການ​ຊື້ຂາຍ​ອະສັງຫາລິມມະ​ຊັບ ​ໄດ້​ມີ​ຜົນກະທົບ​ພວກ​ທະນາຄານ​ຕ່າງໆ​ນັ້ນຢ່າງ​ໃດ.

ຄາດ​ວ່າ​ສະ​ເປ​ນຈະ​ໃຊ້​ຂໍ້​ມູນ​ນັ້ນ ​ເພື່ອ​ຕັດສິນ​ວ່າ​ເງິນ​ກູ້​ຢືມ​ຈາກ​ປະ​ເທດ​ໃຊ້​ເງິນ​ຢູ​ໂຣຈຳນວນ 126 ພັນລ້ານ​ໂດ​ລານັ້ນຈະ​ຊ່ວຍ​ກອບ​ກູ້​ທະນາຄານ​ຕ່າງໆ​ຫຼາຍສໍ່າ​ໃດ. ​ແຕ່​ກໍມີຄວາມ​ເປັນ​ຫ່ວງ​ຢູ່​ວ່າ​ເງິນ​ກູ້​ຢືມ​ຂອງ​ສະ​ເປ​ນນັ້ນ ຍິ່ງ​ຈະ​ເພີ່ມໜີ້​ສິນ​ຂອງປະ​ເທດ​ຂຶ້ນ​ໄປ​ອີກ​ໄດ້ທີ່​ໃຫ້​ລັດຖະບານ​ມີ​ຄວາມ​ລໍາບາກ ຫຼາຍຂຶ້ນ ທີ່​ຈະ​ສາມາດ​ເອົາ​ຕົວ​ໃຫ້​ພົ້ນ​ຈາກ​ສະພາ​ວະ​ເສດຖະກິດ​ຖົດຖອຍໄດ້.

XS
SM
MD
LG