ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສະເປນ ອອກມາດຕະການ ສັ່ງປິດບາງເຂດ ຂອງມາດຣິດ ເນຶື່ອງຈາກການເພີ້ມຂຶ້ນ ຂອງກໍລະນີໂຄວິດ-19


ບັນດາສະມາຊິກຮັກສາພະລາດຊະວັງ ພາກັນໃສ່ໜ້າກາກເພື່ອປ້ອງກັນການແຜ່ລະບາດຂອງໄວຣັສໂຄໂຣນາ.
ບັນດາສະມາຊິກຮັກສາພະລາດຊະວັງ ພາກັນໃສ່ໜ້າກາກເພື່ອປ້ອງກັນການແຜ່ລະບາດຂອງໄວຣັສໂຄໂຣນາ.

ລັດຖະບານສະເປນໄດ້ອອກປະກາດ ສັ່ງໃຫ້ປິດບາງເຂດໃນນະຄອນຫຼວງມາດຣິດ ເນື່ອ
ງຈາກປະເທດດັ່ງກ່າວ ມີກໍລະນີຕິດເຊື້ອໄວຣັສໂຄໂຣນາໃໝ່ເພີ້ມ ຂຶ້ນ.

ປະຊາຊົນໃນນະຄອນຫຼວງມາດຣິດ ທີ່ມີ 3 ລ້ານຄົນ ຈະບໍ່ໄດ້ຮັບອະນຸຍາດ ໃຫ້ອອກຈາກບ້ານເຮືອນ ຍົກເວັ້ນແຕ່ໄປເຮັດວຽກ ໂຮງຮຽນ ຊື້ສິ່ງຂອງ ຫຼືໄປຊຶ້ຢາເທົ່ານັ້ນ. ບາດື່ມເຫຼົ້າ
ແລະຮ້ານອາຫານ ຈະຖືກບັງຄັບ ໃຫ້ປິດແຕ່ເວັນ ກ່ອນກຳນົດທຳມະດາ ແລະຫລຸດຈຳ
ນວນບ່ອນນັ່ງລົງ 50 ເປີເຊັນ.

ຂໍ້ຈຳກັດໃໝ່ ໄດ້ຮັບການອະນຸມັດໃນວັນພຸດວານນີ້ ລະຫວ່າງກອງປະຊຸມລັດຖະບານ
ຂອງນາຍົກລັດຖະມົນຕີເປໂດຣ ແຊນເຈສ ແລະບັນດາຫົວໜ້າເຂດ ປົກຄອງຕົນເອງ
ຕ່າງໆ. ລັດຖະມົນຕີສາທາລະສຸກ ທ່ານຊານວາດໍ ອີລລາ ກ່າວຕໍ່ບັນດານັກຂ່າວວ່າ
ການຈຳກັດໃໝ່ນີ້ ຈະໃຊ້ກັບບັນດາເມືອງ ທີ່ມີຄົນຢູ່ ຢ່າງໜ້ອຍ 100,000 ຄົນ ຊຶ່ງຍັງ
ຈະມີຜົນບັງຄັບໃຊ້ຕໍ່ເກົ້າໂຕເມືອງທີ່ຢູ່ອ້ອມ ແອ້ມນະຄອນຫຼວງຂອງສະເປນ.

ຢູໂຣບກຳລັງປະສົບກັບການເພີ້ມຂຶ້ນຢ່າງສະໝໍ່າສະເໝີ ຂອງການຕິດໂຄວິດ-19 ໃໝ່
ດ້ວຍການນຳໜ້າຂອງສະເປນ ທີ່ມີການຕິດແປດປະມານ 300 ຄົນ ຕໍ່ 100,000 ຄົນ
ຂອງປະຊາຊົນ. ແຕ່ວ່າອັດຕາດັ່ງກ່າວ ແມ່ນຫຼາຍກວ່າສອງ ເທົ່າ ຢູ່ໃນເຂດນະຄອນ
ມາດຣິດ ທີ່ມີຜູ້ຕິດເຊື້ອຢູ່ 780 ຕໍ່ 100,000 ຄົນ.

ລັດຖະມົນຕີສາທາລະນະສຸກ ທ່່ານອິລລາ ກ່າວວ່າ “ສຸຂະພາບຂອງປະຊາຊົນ ໃນ
ມາດຣິດແມ່ນສຸຂະພາບຂອງສະເປນ.”

ແຕ່ວ່າຂໍ້ຈຳກັດໃໝ່ເຫຼົ່ານີ້ ແມ່ນໄດ້ຖືກປະນາມໂດຍ ລັດຖະບານຂວາຈັດ ໃນເຂດມາ
ດຣິດ ດ້ວຍການກ່າວຫາຈາກທ່ານອັງຣິເກ ຣູອິສ ລັດຖະມົນຕີສາທາ ລະນະສຸກປະຈຳ
ຂົງເຂດວ່າ ລັດຖະບານສັງຄົມນິຍົມ ກຳລັງແຊກແຊງຕໍ່ການຮັບມືກັບການແຜ່ລະບາດ
ຂອງຂົງເຂດ. ລັດຖະບານຂົງເຂດຂອງມາດຣິດ ໄດ້ ປະຕິເສດ ຕໍ່ຂໍ້ຈຳກັດໃໝ່ລະຫວ່າງ
ກອງປະຊຸມໃນວັນພຸດວານນີ້ ຕິດຕາມດ້ວຍ ເຂດກາຕາໂລເນຍ ແລະອີກສາມເຂດປົກ
ຄອງທີ່ນິຍົມແນວທາງເດີມ.

ໃນຂະນະດຽວກັນສອງສາຍການບິນທີ່ໃຫຍ່ສຸດໃນໂລກ ສາຍການບິນອາເມຣິກັນ
(American) ແລະຢູໄນເຕັດ (United) ກ່າວວ່າ ເຂົາເຈົ້າຈະເລີ້ມປົດຄົນງານ ຊຶ່ງມີ
ຮ່ວມກັນປະມານ 32,000 ຄົນ ໃນວັນພະຫັດມື້ນີ້ ເນື່ອງຈາກຂາດ ການຊ່ວຍເຫຼືອສຸກ
ເສີນຈາກລັດຖະບານກາງ. ອຸດສາຫະກຳສາຍການບິນໄດ້ຮັບ ເງິນສະໜັບສະໜູນ 25
ຕື້ໂດລາ ໃນເດືອນມີນາທີ່ຜ່ານມາ ລະຫວ່າງມື້ທຳອິດ ຂອງການແຜ່ລະບາດ ໃນລະ
ຫວ່າງການເດີນທາງ ຂອງສາຍການບິນພາຍໃນ ປະເທດ ແລະຕ່າງປະເທດ ໄດ້ຢຸດ
ຊະງັກລົງນັ້ນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG