ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະເປນ ແລະ ໂມຣົກໂກ ຈັບ ຜູ້ຕ້ອງສົງໄສ ລັດອິສລາມ 14 ຄົນ


ແຜນ​ທີ່​ສະ​ເປນ ແລະ ໂມ​ຣົກ​ໂກ
ແຜນ​ທີ່​ສະ​ເປນ ແລະ ໂມ​ຣົກ​ໂກ

ບັນດາ​ເຈົ້າ​ໜ້າ​ທີ່​ໃນ ສະ​ເປ​ນ ​ແລະ ​ໂມຣົກ​ໂກ ​ໄດ້​ຈັບ 14 ຄົນ
​ໃນ​ວັນ​ອັງຄານ​ມື້​ນີ້ ທີ່​ເຂົາ​ເຈົ້າ​ກ່າວ​ວ່າ ​ເປັນ​ພາກສ່ວນນຶ່ງ ຂອງ
ຕາໜ່າງເກັບເກນເອົາ​ພວກ​ນັກ​ລົບ ​ເພື່ອ​ເຂົ້າຮ່​ວມກຸ່​ມລັດ​ອິສ
ລາມ​ໃນ ອີຣັກ ​ແລະ ຊີ​ເຣຍ.

ກະຊວງ​ພາຍ​ໃນສະ​ເປັນ ກ່າວວ່າ ການ​ຈັບ​ກຸມ​ໄດ້​ມີ​ຂື້ນ​ໃນ
​ເມືອງ San Martin de la Vega ທາງ​ພາກ​ໃຕ້​ຂອງນະ​ຄອນ
ຫລວງ Madrid ​ແລະ​ອີກ​ຫ້າ​ແຫ່ງ​ຢູ່​ທາງ​ພາກ​ເໜືອ​ຂອງໂມຣົກ
​ໂກ ທີ່ເມືອງ Casablanca, Fez, Nador, Al Hoceima ​
ແລະ Driouech.

ກະຊວງພາຍໃນ​ບໍ່​ໄດ້​ໃຫ້​ລາຍ​ລະ​ອຽດຫຍັງ​ເພີ້​ມ​ເຕີມ ກ່ຽວ​ກັບ​ບັນດາ​ຜູ້ທີ່​ຖືກ​ຈັບ ​ແລະ​ການ
​ກ່າວ​ຫາ​ໃນ​ກິດຈະການ​ຂອງ​ເຂົາ​ເຈົ້າ.

ສະ​ເປນ ​ໄດ້​ຈັບ​ຜູ້​ຕ້ອງ​ສົງ​ໄສ​ວ່າ ເປັນພວກຫົວ​ຮຸນ​ແຮງຫລາຍ​ສິບ​ຄົນ ​ໃນໄລຍະ ສອງສາມ
ປີ​ທີ່​ຜ່ານ​ມານີ້ ຮວມທັງ​ໃນ​ເດືອນ​ມີນາ ​ເວລາ​ເຈົ້າ​ໜ້າ​ທີ່ແປດ​ຄົນທີ່​ເຂົາ​ ເຈົ້າ​ກ່າວ​ວ່າ ​ໄດ້​
ປະຕິບັດ​ງານ​ໂຄສະນາ​ຊວນ​ເຊື່ອ ​ໃຫ້​ແກ່ກຸ່ມລັດ​ອິສລາມຢູ່​ໃນ ສະ​ເປ​ນ.

ທະຫານ​ຂອງ​ປະ​ເທດດັ່ງກ່າວ ຍັງ​ໄດ້​ເຂົ້າ​ຮ່ວມ​ໃນ​ການ​ປະຕິບັດ​ງານ​ໂ​ຈມຕີ​ທາງ​ອາກາ​ດ
ຂອງແນວໂຮມ ພາຍໃຕ້ການນຳພາຂອງສະຫະລັດ ຕໍ່ພວກ​ຫົວ​ຮຸນ​ແຮງ ລັດ​ອິສລາມ ​ໃນ
​ລະຍະ​ໜຶ່ງ​ປີ​ທີ່​ຜ່ານ​ມານີ້.

XS
SM
MD
LG