ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໒໒ ມີນາ ໒໐໒໓

ສະເປນ ຫວັງຈະ ແກ້ຕົວຄືນ ໃນການລົງແຂ່ງ ກັບ ຊີເລ່ (ສະໄລດ໌/ວີດີໂອ)


میکسیکو کی موسمیاتی سروس کے مطابق سمندری طوفان جالیسکو ریاست سے 90 کلومیٹر فی گھنٹہ کی رفتار سے چلنے والی ہواؤں کے ساتھ ٹکرایا۔
ສະ​ເປ​ນ ທີ່​ປ້ອງ​ກັນຕຳແໜ່ງ​ແຊມ​ປ້ຽນ ​ຫວັງ​ວ່າຈະໄດ້ແກ້ຕົວ
ຫລັງຈາກໄດ້ເສຍ ​ໄຊຢ່າງໜັກ ໃນ​ພິທີ​ເປີດ​ການ​ແຂ່ງຂັນ​ເຕະ
ບານ​ໂລກຢູ່ບຣາຊິ​ລ ​ໃນ​ຂະນະ​ທີ່ສະ ເປນຈະລົງສະໜາມສູ້
ກັບຊິ​ເລ່ ໃນການແຂ່ງຂັນທີ່ສຳຄັນ​ໃນ​ວັນ​ພຸດ​ມື້​ນີ້ ​ຢູ່ໃນ​ກຸ່ມ B.

ຖ້າ​ຫາກ​ເສຍ​ອີກ​ເທຶ່ອນຶ່ງ ຈະ​ເຮັດ​ໃຫ້ສະ​ເປ​ນ ມີ​ໂອກາດ​ໜ້ອຍ
​ທີ່ຈະ​ໄດ້ເຂົ້າໄປ ຫລິ້ນໃນຮອບ ທີມໃດເສຍໄຊຕົກຮອບໄປເລີຍ.

​ເນ​ເທີ​ແລນ​ ມີ​ຄວາມ​ຫວັງ​ທີ່​ຈະໄດ້ຮັບຄະແນນ​ເພີ້​ມອີກ​ສາມ​
ແຕ້ມ ທີ່​ຕົນ​ໄດ້​ຮັບ ​ໄປແລ້ວ ໃນ​ການ​ເອົາຊະນະສະ​ເປ​ນ ​ໃນ​
ວັນ​ສຸກ​ແລ້ວ​ນີ້ ​ໃນ​ຂະນະ​ທີ່ເນເທີແລນ ສູ້ກັບ​ອອສ​ເຕ​ຣເລຍ
ຊຶ່ງ​ເປັນ​ທິມທີ່ຢູ່​ລະດັບ​ຕຳ່ສຸດ ​ໃນ​ການ​ແຂ່ງຂັນ. ການ​ແຂ່ງຂັນຄູ່​ສຸດ​ທ້າຍ​ໃນ​ວັນ​ພຸດ​ມື້​
ນີ້ ແມ່ນທີມ​ໂຄຣ​ເອ​ເຊຍ ​ສູ້ກັບທີມກາ​ເມຣູນ ຊຶ່ງທັງ​ສອງ​ທີມ ຕ່າງກໍຢູ່​ໃນ​ກຸ່ມ A ທີ່​ໄດ້
​ເສຍ ​ໃນ​ການ​ເປີດ​ການ​ແຂ່ງຂັນ ​ແລະ​ຕ້ອງການ​ທີ່ຈະຊະນະ ​ເພື່ອ​ໃຫ້​ຄວາມ​ຝັນ ກ່ຽວ
ກັບ​ການ​ແຂ່ງຂັນ​ເຕະບານ​ໂລກຂອງ​ເຂົາ​ເຈົ້າ​ ຍັງມີ​ຊີວິດ​ຢູ່​ຕໍ່ໄປອີກ.

ທັງ​ສອງ​ທີມທີ່ໄດ້ຮັບຄະແນນຫຼາຍທີ່ສຸດ​ໃນ​ກຸ່ມ A ຄືປະ​ເທດ​ເຈົ້າພາບ ບຣາຊິ​ລ ​ແລະ
​ເມັກ​ຊິ​ໂກ ​ໄດ້​ແຂ່ງຂັນກັນໂດຍທີ່​ບໍ່​ມີ​ທີມໃດສາມາດທຳຄະ​ແນນໄດ້ ຈຶ່ງສະ​ເໝີ​ກັນ ​ໃນ​
ວັນ​ອັງຄານ​ວານ​ນີ້.

ຜົນ​ການແຂ່ງຂັນດັ່ງກ່າວ ​ເຮັດ​ໃຫ້​ທັງສອງ​ທິມ​ໄດ້ຄະແນນຜູ້ລະ​ສີ່​ແຕ້ມ ​ແຕ່​ວ່າ ບຣາຊິ​ລ
ນຳ​ໜ້າ​ໃນການພັງ​ປະຕູ.
Brazilians in Ipanema Pour Into Bars to Watch the World Cup
please wait

No media source currently available

0:00 0:01:37 0:00

ການແຂ່ງຂັນຂອງ​ກຸ່ມ H ​ໃນ​ວັນ​ອັງຄານ​ວານ​ນີ້ ​ການ​ເຕະ​ເຂົ້າ​ປະຕູ​ສອງ​ຄັ້ງໃນ​ຕອນ​ສຸດ
​ທ້າຍ ​ໄດ້​ເຮັດ​ໃຫ້ທີມແບ​ລຢ້ຽ​ມ ຊະນະອາລຈີ​ເຣຍ 2 ປະຕູຕໍ່ 1 ​ໃນ​ຂະນະ​ທີ່ ທີມຣັດ​ເຊຍ
​ແລະ​ເກົາຫລີ​ໃຕ້ ໄດ້ທີມລະນຶ່ງ​ແຕ້ມ ຍ້ອນສະເໝີກັນ 1 ປະຕູຕໍ່ 1.

ທ່ານ​ສາມາດ​ຕິດ​ຕາມ​ເບິ່ງ​ຜົນ​ການ​ແຂ່ງຂັນ​ ໄດ້​ທາງເວັບ​ໄຊ​ທ໌ ຂອງ​ເຮົາ.​

ເບິ່ງວີດີໂອກ່ຽວຂ້ອງ:
Brazil Football Museum Attracts Passionate Fans
please wait

No media source currently available

0:00 0:02:19 0:00

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG