ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສ​ເປ​ນ ຂະ​ຫຍາຍ​ການ​ຊ່ວຍ​ຄົ້ນ​ຫາ ໃນ​ເຫດ​ແຜ່ນ​ດິນ​ໄຫວ​ ຢູ່​ປະ​ເທດ ໂມ​ຣັອກ​ໂກ


ໃນ​ພາບ​ທີ່​ຖືກ​ຖ່າຍ ແລະ ເປີດ​ເຜີນ​ໃນ​ວັນ​ທີ 10 ກັນ​ຍາ 2023 ໂດຍ​ໜ່ວຍ​ສຸກ​ເສີນ​ກອງ​ທັບ ສ​ເປນ ນີ້​ສະ​ແດ​ງ​ໃຫ້​ເຫັນ​ສະ​ມາ​ຊິກ​ຂອງ ໜ່ວຍ UME ພ້ອມ​ທີ່​ຈະ​ຂຶ້ນ​ເຮືອ​ບິນທະ​ຫານ Airbus A400 military ຢູ່​ຖານ​ທັບ ຊາ​ຣາ​ໂກ​ຊາ.
ໃນ​ພາບ​ທີ່​ຖືກ​ຖ່າຍ ແລະ ເປີດ​ເຜີນ​ໃນ​ວັນ​ທີ 10 ກັນ​ຍາ 2023 ໂດຍ​ໜ່ວຍ​ສຸກ​ເສີນ​ກອງ​ທັບ ສ​ເປນ ນີ້​ສະ​ແດ​ງ​ໃຫ້​ເຫັນ​ສະ​ມາ​ຊິກ​ຂອງ ໜ່ວຍ UME ພ້ອມ​ທີ່​ຈະ​ຂຶ້ນ​ເຮືອ​ບິນທະ​ຫານ Airbus A400 military ຢູ່​ຖານ​ທັບ ຊາ​ຣາ​ໂກ​ຊາ.

ລັດ​ຖະ​ບານ​ຂອງປະ​ເທດ ສ​ເປນ ແມ່ນ​ກຳ​ລັງ​ສົ່ງ​ທີມ​ນັກ​ກູ້​ໄພ​ໄປ ໂມ​ຣັອກ​ໂກ ເພີ່ມ​ເຕີມ ​ໃນ​ຂະ​ນະ​ທີ່​ພະ​ນັກ​ງານ​ຄົ້ນ​ຫາ​ໄດ້​ເຮັດ​ວຽກ​ເພື່ອ​ຊອ​ກ​ຫາ​ຜູ້​ລອດ​ຊີ​ວິດ ​ທີ່​ຍັງ​ເຫຼືອ​ຢູ່​ ຈາກ​ເຫດ​ແຜ່ນ​ດິນ​ໄຫວ​ ທີ່​ຮຸນ​ແຮງ​ທີ່​ໄດ້​ເກີດ​ຂຶ້ນ​ໃນ​ພາກ​ໃຕ້ ​ຂອງ​ ​ເມືອງມາ​ຣາ​ເຄັ​ຈ໌ ເມື່ອ​ວັນ​ສຸກ​ທີ່​ຜ່ານ​ມາ.

ສ​ເປນ ໄດ້​ກ່າວ​ໃນ​ເມື່ອ​ຄືນ​ວັນ​ຈັນ​ວານນີ້​ວ່າ​ເຂົາ​ເຈົ້າ​ໄດ້​ເພີ່ມ​ທີມ​ທີ່​ມີ​ນັກ​ຊ່ຽວ​ຊານ 31 ຄົນ, ໝາ​ຄົ້ນ​ຫາ 15 ໂຕ ແລະ ຍານ​ພາ​ຫະ​ນະ 11 ຄັນ.

ລັດ​ຖະ​ບານ​ ໂມ​ຣັອກ​ໂກ ໄດ້​ກ່າວ​ໃນ​ວັນ​ຈັນ​ວານນີ້​ວ່າ ​ຍອດ​ຜູ້​ເສຍ​ຊີ​ວິດ​ສູງ​ສຸດ​ແມ່ນ​ໄດ້​ເພີ່ມ​ຂຶ້ນ​ເປັນ​ຢ່າງ​ໜ້ອຍ 2,862 ຄົນ, ອີກ 2,500 ຄົນ​ໄດ້​ຮັບ​ບາດ​ເຈັບ.

ທ່ານ ໂຄ​ເມ​ນານ ເອັນກູ​ເອ​ສ​ຊານ ເລ​ອອນ (Komenan N’Guessan Leon), ນັກ​ສິ​ລະ​ປະ​ທີ່​ອາ​ໄສ​ຢູ່​ໃນ ໂມ​ຣັອກ​ໂກ ໄດ້​ກ່າວ​ຕໍ່​ວີ​ໂອ​ເອ​ວ່າ ຫຼັງ​ຈາກ​ເຫດ​ແຜ່ນ​ດິນ​ໄຫວ, ຫຼາຍ​ຄົນ​ໄດ້​ນອນ​ຢູ່ນອກ​ເຮືອນ ທ່າມ​ກາງ​ຄວາມ​ຢ້າ​ນ​ກົວ​ວ່າ​ຈະ​ເກີດ​ແຜ່ນ​ດິນ​ໄຫວ​ອີກ​ຄັ້ງ​ນຶ່ງ.

ທ່ານ​ໄດ້​ກ່າວ​ວ່າ “ດຽວນີ້​ປະ​ຊາ​ຊົນ​ໄດ້​ນອນ​ຢູ່​ຖະ​ໜົນ, ເຂົາ​ເຈົ້າ​ໄປ​ສວນ​ເພື່ອນອນເພາະ​ວ່າ​ເຂົາ​ເຈົ້າ​ຢ້ານ​ ເຂົາ​ເຈົ້າ​ຄິດ​ວ່າ​ບາງ​ເທື່ອ​ເຮືອນ​ອາດ​ຈະ​ພັງ​ລົງ​ໃສ່​ເຂົາ​ເຈົ້າ ແລະ ເຂົາ​ເຈົ້າ​ຄິດ​ວ່າ​ບາງ​ເທື່ອ​ທຸກ​ຢ່າງ​ອາດ​ເລີ່ມ​ຂຶ້ນ​ອີກ​ຄັ້ງ.”

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG