ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບັນດາ ຜູ້ປ່ອນບັດ ສເປນ ພາກັນ ໄປລົງ ຄະແນນສຽງ ທີ່ສະຖານທີ່ ເລືອກຕັ້ງ


ນາຍົກລັດຖະມົນຕີ ສເປນ ແລະ ຜູ້ນຳພັກ ປະຊາຊົນ ທ່ານ Mariano Rajoy ຍົກນິ້ວໂປ ໃນລະຫວ່າງການໂຄສະນາ
ຫາສຽງ ສຳລັບການເລືອກໃນນະຄອນຫຼວງມາດຣິດ, ປະເທດ
ສເປນ, 18 ທັນວາ, 2015.
ນາຍົກລັດຖະມົນຕີ ສເປນ ແລະ ຜູ້ນຳພັກ ປະຊາຊົນ ທ່ານ Mariano Rajoy ຍົກນິ້ວໂປ ໃນລະຫວ່າງການໂຄສະນາ ຫາສຽງ ສຳລັບການເລືອກໃນນະຄອນຫຼວງມາດຣິດ, ປະເທດ ສເປນ, 18 ທັນວາ, 2015.

ບັນດາຜູ້ລົງຄະແນນສຽງຫຼາຍຄົນໃນປະເທດ ສເປນ ໄດ້ໄປສະ ຖານທີ່ເລືອກຕັ້ງ ໃນວັນອາທິດມື້ນີ້ ເຊິ່ງເປັນສິ່ງທີ່ນັກວິເຄາະບາງ ຄົນກ່າວວ່າ ອາດເປັນການເລືອກ ຕັ້ງສະພານິຕິບັນຍັດຄັ້ງ “ປະຫວັດສາດ.”

ສອງພັກການເມືອງໃໝ່ເຊັ່ນ ພັກການເມືອງແນວຄິດເປັນກາງ Ciudadanos ແລະ ພັກຕໍ່ຕ້ານການປະຢັດມັດທະຍັດ Podemos ແມ່ນມີກຳນົດທີ່ຈະປະເຊີນ ໜ້າກັບ ບັນດາພັກຂັ້ນ ສູງທີ່ມີມາດົນນານ, ເຊັ່ນພັກສັງຄົມນິຍົມ ແລະ ນາຍົກລັດຖະມົນຕີ ທ່ານ Mariano Rajoy ຈາກພັກນິຍົມແນວທາງເດີມ.

ບັນດານັກວິເຄາະໄດ້ຄາດເດົາວ່າ ພັກການເມືອງຂອງນາຍົກ Rajoy ຈະໄດ້ຮັບໄຊຊະນະໃນ ສ່ວນແບ່ງ ທີ່ໃຫຍ່ຂອງຄະແນນສຽງ, ແຕ່ຈະບໍ່ແມ່ນຄະແນນສຽງ ສ່ວນໃຫຍ່ແບບເດັດຂາດ, ຊຶ່ງຈະບັງຄັບໃຫ້ພັກທີ່ກຳລັງປົກຄອງປະເທດຢູ່ຕ້ອງ ໄດ້ລວມເອົາເປັນພັນທະມິດ.

ການລົງຄະແນນສຽງໃນລະຫວ່າງສາມພັກການເມືອງທີ່ຍັງເຫຼືອແມ່ນຄາດການ ວ່າຈະຖືກ ແບ່ງແຍກອອກເກືອບເທົ່າທຽມກັນ.

ນັກວິເຄາະທີ່ UniCredit ກ່າວວ່າ “ການທີ່ການເຄື່ອນໄຫວຂອງແກນໂລກກຳລັງຈະສັ່ນຄອນລະບົບການເມືອງ ຂອງ ສເປນ ແມ່ນໄດ້ຖືກພິສູດໂດຍຈຳນວນຜູ້ທີ່ອອກມາລົງຄະແນນສຽງທີ່ ຄາດວ່າມີ 80 ເປີເຊັນ. ທຽບ ໃສ່ 69 ເປີເຊັນໃນການເລືອກຕັ້ງປີ 2011.”

ເສດຖະກິດຂອງ ສເປນ ແມ່ນຄາດວ່າຈະເຕີບໂຕ 3 ເປີເຊັນໃນປີນີ້, ເຮັດໃຫ້ຕົນ ເປັນທີ່ອິດສາ ສຳລັບຫຼາຍປະເທດໃກ້ຄຽງໃນ ຢູໂຣບ, ແຕ່ວ່າປະເທດດັ່ງກ່າວ ແມ່ນຍັງເສື່ອມໂຊມໂດຍອັດ ຕາການວ່າງງານທີ່ສູງ ແລະ ຄວາມບໍ່ເທົ່າທຽມກັນ.

Spain Election
please wait
Embed

No media source currently available

0:00 0:00:43 0:00

XS
SM
MD
LG