ນາຍົກລັດຖະມົນຕີທີ່ຖືກເລືອກຕັ້ງໃໝ່ຂອງສະເປນ ທ່ານ ມາເຣຍໂນ ຣາຈອຍ (Mariano
Rajoy) ກ່າວວ່າ ສັດຕູພວກດຽວຂອງທ່ານ ຈະແມ່ນໄພຫວ່າງງານ, ໜີ້ສິນທີ່ມີຢ່າງເຫລືອ
ຫລາຍ, ສະພາບເສດຖະກິດທີ່ບໍ່ໄປບໍ່ມາ ຫລືບໍ່ກ້າວໜ້ານັ້ນ.
ພ້ອມກັບບັດຄະແນນສຽງທີ່ນັບໝົດເກືອບແລ້ວນັ້ນ ປາກົດວ່າ ທ່ານ ຣາຈອຍ ກັບພັກມະ
ຫາຊົນ ຫລື Popular Party ທີ່ນິຍົມແນວທາງເດີມຂອງທ່ານ ໄດ້ຊະນະພັກສັງຄົມນິຍົມ
ທີ່ກໍາອໍານາດຢູ່ເວລານີ້ ໃນການເລືອກຕັ້ງລັດຖະສະພາ ທີ່ມີຂຶ້ນໃນວັນອາທິດວານນີ້ ດ້ວຍ
ຄະແນນສຽງຖວ້ມລົ້ນ.
ພັກ Popular Party ຈະຄອງ 187 ບ່ອນນັ່ງ ຊຶ່ງເພີ້ມຂຶ້ນ 33 ບ່ອນນັ່ງ. ສ່ວນພັກສັງ
ຄົມນິຍົມແມ່ນໄດ້ຮັບ 110 ບ່ອນນັ່ງ ໂດຍເສຍບ່ອນນັ່ງໃນສະພາໄປ 59 ບ່ອນ.
ແຕ່ຢ່າງໃດກໍຕາມ ທ່ານ ຣາຈອຍ ໄດ້ເຕືອນປະຊາຊົນສະເປນວ່າ ຢ່າໄດ້ຄາດຫວັງວ່າ
ຈະມີຄວາມມະຫັດສະຈັນເກີດຂຶ້ນ ເວລາພັກຂອງທ່ານເຂົ້າບໍລິຫານເສດຖະກິດທີ່ ຢູ່ໃນສະ
ພາບຫາຍະນະຂອງປະເທດ ໂດຍມີອັດຕາຫວ່າງງານ 22% ແລະໄພຄຸກຄາມຂອງສະພາບ
ເສດຖະກິດຖົດຖອຍ. ທ່ານບໍ່ໄດ້ໃຫ້ລາຍລະອຽດ ຫຍັງຫລາຍ ກ່ຽວກັບແຜນເສດຖະກິດ
ຂອງທ່ານ ອາດຈະມີຄືແນວໃດນັ້ນ.
ທ່ານ ຣາຈອຍ ລົງສະໝັກເລືອກຕັ້ງ ແຂ່ງກັບຜູ້ສະໝັກຈາກພັກສັງຄົມນິຍົມ ທ່ານ ອາລ
ເຟຣດໂດເພີເຣ ຣັບບໍຄາບາ (Alfredo Perez Rubalcaba). ນາຍົກລັດຖະມົນຕີ
ທ່ານ ໂຮເຊ ລູຍອີສ ໂຣດຣິກເກ ຊາປາເທໂຣ (Jose Luis Rodriguez Zapatero)
ໄດ້ຕັດສິນໃຈບໍ່ລົງສະໝັກແຂ່ງຂັນ ຍາດເອົາຕໍາແໜ່ງເປັນສະໄໝທີສາມອີກ ຍ້ອນວ່າ
ຄະແນນນິຍົມຂອງທ່ານຕໍ່າຫລາຍ.