ເສດຖະກິດຂອງສະເປນ ຕົກຢູ່ໃນສະພາບຖົດຖອຍ.
ຂໍ້ມູນຂອງສະຖາບັນສະຖິຕິຂອງສະເປນສະແດງໃຫ້ເຫັນໃນວັນຈັນມື້ນີ້ວ່າ ການເສດຖະກິດຂອງປະເທດໄດ້ຫົດໂຕເຂົ້າ 0.3 ເປີເຊັນ.
ໃນໄຕມາດທໍາອິດຂອງປີ 2012 ຫຼັງຈາກການຫົດໂຕເຂົ້າໃນທໍານອງດຽວກັນນີ້ໃນໄລຍະ 3 ເດືອນສຸດທ້າຍຂອງປີແລ້ວນີ້.
ຂ່າວດັ່ງກ່າວມີຂຶ້ນໃນຂະນະທີ່ອົງການໃຫ້ຄະແນນຄວາມໜ້າເຊື່ອຖື ດ້ານການເງິນ Standard & Poor’s ໄດ້ລົດລະດັບຄວາມໜ້າເຊື່ອຖືຂອງ ທະນາຄານຊັ້ນນໍາຫຼາຍແຫ່ງຂອງສະເປນລົງ ຮວມທັງທະນາຄານ BBVA ແລະ Santander.
ພວກທະນາຄານອື່ນໆທີ່ລົດລະດັບລົງແມ່ນຮວມທັງທະນາຄານ Banesto, Banco Sabadell, Ibercaja, Banca Civica, Kutxabank, Bankinter ແລະ BBSA.
ໃນສັບປະດາຜ່ານມານີ້ ອົງການ S&P ຕັດລະດັບຄວາມໜ້າເຊື່ອຖືຂອງສະເປນລົງ 2 ຈຸດ ໂດຍກ່າວວ່າ ພາບພົດແມ່ນຢູ່ໃນທາງລົບ.
ໃນການລົດລະດັບໜີ້ສິນຂອງສະເປນລົງຈາກລະດັບ A ລັງມາເປັນລະດັບ BBB+, ອົງການ S&P ໄດ້ອ້າງອັນທີ່ເອີ້ນວ່າ ການສ່ຽງໄພທີ່ວ່າໜີ້ສິນຂອງສະເປນສາມາດຂະຫຍາຍອອກໄດ້ອີກ ໃນຂະນະທີ່ການເສດຖະກິດຫົດໂຕເຂົ້ານັ້ນ.
ອົງການໃຫ້ຄະແນນຄວາມເຊື່ອຖືໃນດ້ານການເງິນທໍານາຍວ່າ ເສດຖະກິດຂອງສະເປນຈະຫົດໂຕເຂົ້າ 1.5 ເປີເຊັນໃນປີນີ້ ຫຼັງຈາກທີ່ໄດ້ທໍານາຍ ກ່ອນໜ້ານີ້ວ່າ ເສດຖະກິດຈະເຕີບໂຕຂຶ້ນເລັກນ້ອຍນັ້ນ.
ອົງການ S&P ກ່າວວ່າ ລາຍໄດ້ຂອງສ່ວນບຸກຄົນທີ່ຫລຸດຕໍ່າລົງ ພວກທຸລະກິດລົງທຶນໜ້ອຍລົງ ການຕັດຄ່າໃຊ້ຈ່າຍຂອງລັດຖະບານລົງເພື່ອເຮັດໃຫ້ງົບປະມານມີຄວາມສົມດູນ ທັງໝົດນັ້ນແມ່ນກໍາລັງລາກດຶງໃຫ້ເສດຖະກິດຂອງສະເປນ ຕົກຕໍ່າລົງ.