ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

EU ອະນຸມັດເງິນກູ້ຢືມ ຫລາຍເຖິງ 125 ພັນລ້ານໂດລາ ໃຫ້ແກ່ທະນາຄານສະເປນ (ວີດີໂອ)


ທະນາຄານໃຫຍ່ Bankia ຂອງສະເປນ ທີ່ປະສົບກັບບັນຫາໜັກກ່ວາໝູ່.
ທະນາຄານໃຫຍ່ Bankia ຂອງສະເປນ ທີ່ປະສົບກັບບັນຫາໜັກກ່ວາໝູ່.

ບັນດາ​ລັດຖະມົນຕີ​ການ​ເງິນ​ຂອງ​ປະ​ເທດ​ໃຊ້​ເງິນ​ຢູ​ໂຣ ຕົກລົງ​ໃຫ້ປະ​ເທດ Spain ຢືມ​ເງິນ​ຈໍານວນຫຼາຍ​ເຖິງ 125 ພັນ​ລ້ານ​ໂດ​ລາ ​ເພື່ອ​ເປັນ​ເງິນ​ໝຸນ​ຄໍ້າ​ຈຸນແກ່​ທະນາຄານ​ຕ່າງໆ ​ທີ່​ກໍາລັງ​ລົ້ມລຸກຄຸກຄານ​ຂອງສະ​ເປ​ນ​ນັ້ນ.

ຄະນະ​ລັດຖະມົນຕີ​ຂອງ 17 ປະ​ເທດ​ທີ່​ໃຊ້​ເງິນ​ຕາ​ດຽວ​ກັນ ​ໄດ້ທໍາ​ການ​ຕັດສິນ​ໃຈດັ່ງ
ກ່າວ ​ເມື່ອ​ວັນ​ເສົາ​ວານ​ນີ້ ຫຼັງຈາກ​ການ​ອະພິປາຍ​ກັນ​ຢ່າງ​ດຸ​ເດືອດ​.

ລັດຖະມົນຕີ​ກະຊວງ​ເສດຖະກິດຂອງ​ສະ​ເປ​ນ ທ່ານ Luis de Guindos ​ໄດ້​ປະກາດ
ກ່ອນ​ໜ້າ​ນັ້ນ​ໃນ​ວັນ​ເສົາ​ວານ​ນີ້​ວ່າ ລັດຖະບານ Spain ກໍາລັງ​ ຮ້ອງ​ຂໍຄວາມ​ຊ່ວຍ​ເຫຼືອ
ດ້ານການ​ເງິນຈາກ​ຢູ​ໂຣບ ​ເພື່ອ​ເອົາ​ມາເປັນ​ທຶນ​ຄໍ້າ​ຈຸນ​ທະນາຄານ​ຂອງ​ຕົນ.

ທ່ານກ່າວ​ອີກ​ວ່າ ຂໍ້​ຕົກລົງ​ກັນ​ດັ່ງກ່າວ​ນີ້ ບໍ່​ໄດ້​ວາງ​ເງຶ່​ອນ​ໄຂ​ໃດ​ໆ​ ຕໍ່​ການເສດຖະກິດ
​ໂດຍ​ລວມຂອງ Spain ​ແລະ​ກໍ​ບໍ່​ໄດ້​ບັງຄັບ​ໃຫ້​ມີ​ການ​ປະຕິບັດ​ມາດ​ຕະການ​ປະຢັດ​ມັດ
ທະຍັດ​ຊຸດ​ໃໝ່​ໃດໆ.

ວີດີໂອ: ມີຄວາມເປັນຫ່ວງນໍາຄວາມຢູ່ລອດຂອງທະນາຄານກຣີສແລະສະເປນຫລັງຈາກ
ປະຊາຊົນພາກັນຖອນເງິນອອກຢ່າງຫລວງຫລາຍຍ້ອນວິຕົກນໍາບັນຫາເສດຖະກິດ:

​ຈໍານວນ​ເງິນ​ໃຫ້​ກູ້​ຢືມຕົວ​ຈິງ​ນັ້ນ ແມ່ນ​ຈະ​ມີ​ການ​ກໍາ​ນົດກັນ ຫຼັງຈາກ​ການ​ກວດ​ສອບ
​ບັນຊີ​ໂດຍ​ອົງການອິດສະຫຼະ ​ສໍາ​ເລັດ​ລົງ​ໃນ​ທ້າ​ຍ​ເດືອນນີ້.

​Spain ​ໄດ້​ປະຕິ​ເສດ​ມາ​ເປັນ​ເວລາ​ດົນ​ນານ ລາຍ​ງານ​ຂ່າວຕ່າງໆ​ທີ່​ວ່າ​ຕົນ​ຈະຕ້ອງ
ການ​ເງິນ​ກູ້​ຢືມເພື່ອ​ກອບ​ກູ້​ເສດ​ຖະກິດ ຄື​ກັນ​ກັບປະ​ເທດ Greece, Ireland ​
ແລະ Portugal ນັ້ນ. ແຕ່ແລ້ວລັດຖະບານອະນຸລັກນິຍົມ​ຂອງ​ນາຍົກລັດຖະມົນຕີ
Mariano Rojoy ກໍຕ້ອງ​ໄດ້​ຍອມ​ກົ້ມ​ຫົວ ໃຫ້​ແກ່​ຄວາມ​ກົດ​ດັນ​ທີ່​ເພີ່ມ​ທະວີຂຶ້ນນັບ​ມື້​
ຈາກ​ວົງ​ການ​ຕະຫຼາດ ທີ່​ສົ່ງຜົນ​ໃຫ້​ເງິນ​ດອກ​ເບ້ຍ​ກູ້​ຢືມ​ ຖີບ​ຕົວ​ສູງຂຶ້ນນັ້ນ.

ວີດີໂອກ່ຽວກັບບັນຫາຂອງທະນາຄານສະເປນ ທີ່ໄດ້ປະຕິເສດກ່ອນໜ້ານີ້
ຕໍ່ລາຍງານຂ່າວວ່າ ຕົນຕ້ອງການການຊ່ວຍເຫລືອ ຈາກອີຢູ:

ທ່ານ Wolfgang Schaeuble ລັດຖະມົນຕີ​ການ​ເງິນ​ເຢຍຣະມັນ ຊົມ​ເຊີຍ​ຂໍ້​ຕົກລົງໃຫ້ Spain ກູ້​ຢືມ​ເງິນ​ນັ້ນ ວ່າ​ເປັນ​ສັນຍາ​ນ​ສະ​ແດງ​ເຖິງ​ຄວາມເປັນ​ເອກະ​ພາບ​ກັນ​ຂອງ​ພາກ​ພື້ນ​ຢູ​ໂຣບ.

ທ່ານ Timothy Geithner ລັດຖະມົນຕີ​ການ​ເງິນ​ສະຫະລັດ​ກ່າວ​ວ່າ ສະຫະລັດ​ສະ​ແດງ​ຄວາມ​ຍິນດີ​ກັບ​ຂໍ້​ຕົກລົງ​ດັ່ງກ່າວ. ລັດຖະບານ​ສະຫະ ລັດ​ມີ​ຄວາມເປັນ​ຫ່ວງວ່າ ວິ​ກິດ​ການ​ຂອງ​ບັນດາ​ປະ​ເທດ​ໃຊ້​ເງິນ​ຢູ​ໂຣນັ້ນ ອາດ​ສາມາດພາ​ໃຫ້​ເສດຖະກິດ​ສະຫະລັດ​ຕົກ​ຕໍ່າລົງ​ໄດ້​ໃນ​ປີ​ການ​ເລືອກ​ຕັ້ງ​ນີ້ ​ແລະ​ໄດ້​ຮຽກຮ້ອງ​ໃຫ້​ບັນດາ​ຜູ້​ນໍາ​ທັງຫຼາຍຂອງ​ເຂດ​ຢູ​ໂຣ ​ຈົ່ງ​ຮັກສາ​ເງິນ ຕາຂອງ​ຕົນໃຫ້​ທຸ່ນ​ທ່ຽງໄວ້ຕໍ່​ໄປ.

XS
SM
MD
LG