ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ເຮືອບິນ​ໄອ​ພົ່ນ​ນ້ອຍ ​ລຸ່ນ​ເກົ່າ​ແກ່ ຕົກ ຂະນະບິນສະແດງ ຢູ່ສະເປນ (ວິດີໂອ)


Spain Crash
please wait
Embed

No media source currently available

0:00 0:00:25 0:00

ເບິ່ງວີດິໂອ ເຮືອບິນຕົກ ຢູ່ສະເປນ, ວັນທີ

ເຮືອບິນ​ໄອ​ພົ່ນ​ນ້ອຍ​ລຸ່ນ​ເກົ່າ​ແກ່ ​ໄດ້​ເກີດ​ອຸບັດ​ຕິ​ເຫດ ຕົກລົງ
ໃສ່ສາງ​ເກັບ​ເຮື​ອ​ບິນ ແລະ​ລະ​ເບີດ​ຂຶ້ນ​ໃນວັນ​ອາທິດ​ວານ​ນີ້
ໃນ​ລະຫວ່າງ​ການ​ບິນ​ສະ​ແດງ​ ໃນ​ສະ​ເປ​ນ.

​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ນັກ​ບິນ​ໄດ້​ເສຍ​ຊີວິດ ​ໃນ​ອຸບັດ​ຕິ​ເຫດ​ດັ່ງກ່າວ
ທີ່​ເກີດ​ຂຶ້ນ​ ຢູ່ເດີ່ນບິນ Cuatro Vientos ທາງ​ກໍ້າ​ຕາ​ເວັນ​ຕົກ
​ສຽງ​ໃຕ້​ຂອງ​ນະຄອນຫຼວງ Madrid.

ມີປະມານ 3 ພັນ ຄົນ ຢູ່​ໃນ​ເດີ່ນບິນດັ່ງກ່າວ ທີ່​ກໍາລັງ​ຊົມ​ການບິນສະ​ແດງ​ລວດລາຍຂອງ
​ເຮືອບິນ​ເກົ່າ ​ເວລາ​ທີ່ເຮືອບິນ​ເກົ່າ​ລໍາດັ່ງກ່າວ ທີ່ສ້າງ​ຂຶ້ນ​ໃນ​ສະ​ເປນ ​ໄດ້ຕົກລົງແລະ​ລະ​ເບີດ
​ຂຶ້ນ ສົ່ງແປວໄຟ ​ແລະ​ຄັວນໜາສີດໍາ ຂຶ້ນສູ່ທ້ອງຟ້າ. ຍັງ​ບໍ່​ຊາບ​ເຖິງສາ​ເຫດ​ຂອງ ​ອຸບັດຕິ
​ເຫດດັ່ງກ່າວ​ນີ້​ເທື່ອ.

XS
SM
MD
LG