ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຜູ້ສະໜັບສະໜູນ ການລວມຕົວກັນ ອາດຄວບຄຸມ ສະພາ ຄາຕາໂລເນຍ ໃນ ສເປນໄດ້


ປະຊາຊົນ ສະແດງປະຕິກິລິຍາຕໍ່ຜົນຂອງການລົງຄະແນນການ
ສຽງເລືອກຕັ້ງພາກພື້ນຂອງແຄວ້ນ ຄາໂລເນຍ ທີ່ມີການເຕົ້າ
ໂຮມກັນຂອງສະພາ ຄາຕາໂລເນຍ ໃນນະຄອນ ບາເຊໂລນາ, ປະເທດ ສເປນ. 21 ທັນວາ, 2017.
ປະຊາຊົນ ສະແດງປະຕິກິລິຍາຕໍ່ຜົນຂອງການລົງຄະແນນການ ສຽງເລືອກຕັ້ງພາກພື້ນຂອງແຄວ້ນ ຄາໂລເນຍ ທີ່ມີການເຕົ້າ ໂຮມກັນຂອງສະພາ ຄາຕາໂລເນຍ ໃນນະຄອນ ບາເຊໂລນາ, ປະເທດ ສເປນ. 21 ທັນວາ, 2017.

ລັດຖະບານກາງຂອງ ສເປນ ສາມາດກີດກັ້ນຜູ້ສະໜັບສະໜູນການແຍກຕົວຊາວ
ຄາຕາໂລເນຍ ຈາກການຕັ້ງລັດຖະບານພາກພື້ນໃໝ່ຂຶ້ນ ເຖິງແມ່ນເຂົາເຈົ້າຈະໄດ້ຮັບ
ໄຊຊະນະໃນການເລືອກຕັ້ງທ້ອງຖິ່ນໃນສັບປະ ດາທີຜ່່ານມາກໍຕາມ, ອີງຕາມການ
ກ່າວຂອງສະມາຊິກອາວຸໂສພັກຍອດນິຍົມ ຫຼື Popular Party (PP) ຜູ້ທີ່ກ່າວວ່າ
ການເຄື່ອນໄຫວອິດສະຫຼະ ຂອງສະພາສຽງສ່ວນຫຼາຍ ແມ່ນບອບບາງ.

ສູນກາງອຳນາດການປົກຄອງສາມາດໃຊ້ການຂັງຄຸກ ແລະ ເນລະເທດສະມາຊິກ
ສະພາຜູ້ສະໜັບສະໜູນການແຍກຕົວລະດັບສູງ ເພື່ອລົບລ້າງການເຄື່ອນໄຫວຂອງ
ເຂົາເຈົ້າໃນສະພາແຫ່ງຊາດ” ອີງຕາມແຫຼ່ງຂ່າວຕ່າງໆ. ເຂົາເຈົ້າຍັງສາມາດໃຊ້ຂໍ້ກຳ
ນົດກົດໝາຍໂດຍກົງ ເພື່ອສະໜັບສະໜູນລັດຖະບານພັນທະມິດ ສະໜັບສະໜູນ
ການລວມກັນ ນຳໜ້າໂດຍຜູ້ນັບທີ່ມີແນວທາງກາງອຽງຂວາ, ທ່ານນາງ ອີເນັສ
ອາຣີມາດາສ໌, ຜູ້ທີ່ໄດ້ຮັບໄຊຊະນະດ້ວຍຄະແນນສຽງຮ່ວມທີ່ຫຼາຍທີ່ສຸດຂອງພັກການ
ເມືອງ 7 ພັກທີ່ໄດ້ລົງແຂ່ງຂັນໃນການເລືອກຕັ້ງ.

ນາຍົກລັດຖະມົນຕີ ທ່ານ ມາຣີອາໂນ ຣາຮອຍ ໄດ້ໃຫ້ຄຳແນະນຳ ກ່ຽວກັບ ແຜນການ
ດັ່ງກ່າວ ທີ່ກອງປະຊຸມຖະແຫຼງຂ່າວ ເມື່ອວັນສຸກທີ່ຜ່ານມາ ເມື່ອທ່ານຖືກຖາມວ່າ ທ່ານ
ຈະຕົກລົງພົບປະ ກັບປະທານແຄວ້ນ ຄາຕາໂລເນຍ ທ່ານ ຄາເລັສ໌ ປູອິກດູມັອນ ຫຼືບໍ່
ເຊິ່ງຕອນນີ້ຍັງຢູ່ໃນປະເທດ ແບລຈຽມນັ້ນ.

ທ່ານ ຣາຮອຍ ໄດ້ຕອບວ່າ “ຜູ້ທີ່ຂ້າພະເຈົ້າຈະພົບປະແມ່ນທ່ານນາງ ອາຣີມາດາສ໌.”

ໃນຕົ້ນສັບປະດານີ້, ເລຂາທິການໃຫຍ່ພັກ PP ທ່ານ ເຟີນານໂດ ໄມໂຢ ໄດ້ຮຽກຮ້ອງ
ໃຫ້ທ່ານນາງ ອາຣີມາດາສ໌ ຢ່າງເປີດເຜີຍວ່າ “ຢ່າຍອມແພ້” ໃນການພະຍາຍາມທີ່ຈະ
ສ້າງຕັ້ງລັດຖະບານ.

ທ່ານນາງ ອາຣີມາດາສ໌ ໄດ້ກ່າວວ່າ ລາວບໍ່ສາມາດເຮັດໄດ້ຍ້ອນວ່າ ລາວບໍ່ໄດ້ມີບ່ອນ
ນັ່ງພໍ ຢູ່ໃນສະພາປັດຈຸບັນ, ບ່ອນທີ່ພັກ ຊີອູດາດານັອສ໌ ຂອງທ່ານນາງກຳບ່ອນນັ່ງຢູ່
36 ບ່ອນ ໃນທາງກົງກັນຂ້າມບັນດາກຸ່ມສະໜັບສະໜູນການແຍກຕົວມີຢູ່ 70 ບ່ອນ
ນັ່ງ.

ແຕ່ໂຄສົກສຳລັບພັກ ຊີອູດາດານັອສ, ພ້ອມກັບບັນດາຜູ້ນຳຂອງພັກຝ່າຍຄ້ານທີ່ສຳ
ຄັນຂອງ ສເປນ ຄືພັກ ກຳມະກອນສັງຄົມນິຍົມ, ເຊິ່ງມີບ່ອນນັ່ງ 17 ບ່ອນໃນສະພາ
ຄາຕາໂລເນຍ, ໄດ້ກ່າວວ່າ ເຂົາເຈົ້າຈະສະໜັບສະໜູນ ໃນການສືບຕໍ່ລະບົບການປົກ
ຄອງໂດຍກົງຂອງທ່ານ ຣາຮອຍ ເມື່ອທ່ານລົບລ້າງລັດຖະບານພາກພື້ນດັ່ງກ່າວໃນ
ເດືອນທີ່ຜ່ານມາ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG