ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໑ ກັນຍາ ໒໐໒໓

ປະທານແຄວ້ນ Catalonia ເວົ້າວ່າ ທ່ານ ຢາກເຈລະຈາກັບ ລັດຖະບານ ​ສະ​ເປ​ນ


ທ່ານນາງ Soraya Saenz de Santamaria ຮອງນາຍົກ ລັດຖະມົນຕີສະເປນກ່າວໃນກອງປະຊຸມຖະແຫລງຂ່າວ ທີ່ພະລາດຊະວັງ Moncloa ໃນນະຄອນ Madrid ຂອງ ສະເປນໃນວັນທີ 16 ຕະລາ, 2017.

ປະທານແຄວ້ນ Catalonia ຂອງ​ສະ​ເປ​ນ​ໄດ້​ຕອບໄປ ຕໍ່​ເສັ້ນຕາຍໃນ​ວັນ​ຈັນ​ມື້ນີ້ ທີ່
​ກໍານົດ​ໃຫ້ໂດຍລັດຖະບານ​ຂອງ​ສະ​ເປ​ນ ວ່າທ່ານ​ຍັງ​ຈະ​ສືບຕໍ່ຢາກ​ແບ່ງ​ແຍກ​ດິນ​ແດນ​
ຫລືບໍ່ນັ້ນ ​ໄດ້​ເວົ້າວ່າ ​ທ່ານ​ຢາກ​ມີ​ການ​ໂອ້​ລົມ​ກັບລັດ​ຖະບານ Madrid.

ຢູ່​ໃນ​ຈົດໝາຍທີຂຽນ​ໃນ​ວັນ​ຈັນ​ມື້ນີ້ ທ່ານ Carles Puigdemont ​ໄດ້​ບອກ​ປະທານາ
ທິບໍດີ​ຂອງ​ສະ​ເປ​ນ ທ່ານ Mariano Rajoy ວ່າ​ ພວກ​ສະໜັບສະໜູນ ການ​ແບ່ງ​ແຍກ
​ດິນ​ແດນ​ຢາກ​ຢຸດ​ຂັ້ນຕອນ ​ເລີ້ມກ້າວ​ໄປ​ຫາ​ການ​ປະກາດ​ເອກະລາດ​ໄວ້​ ເປັນເວ​ລາ
​ສອງ​ເດືອນ. ທ່ານ Puigdemont ຂຽນວ່າ ສໍາລັບ​ສອງ​ເດືອນ​ຂ້າງໜ້າ ຈຸດປະສົງ​ຫລັກ​
ຂອງ​ພວກ​ເຮົາ​ ແມ່ນ​ຢາກ​ມີ​ການ​ພົບ​ປະ​ກັບ​ທ່ານ.”

ພາຍຫລັງ​ທີ່​ມີ​ການ​ລົງ​ປະຊາ​ມະຕິ ​ໃຫ້​ມີ​ຄວາມເປັນ​ເອກະລາດ​ໃນ​ວັນ​ທີ 1 ຕຸລາ​ຜ່ານ
​ມານັ້ນ ທ່ານ Puigdemont ​ເວົ້າ​ໃນ​ອາທິດ​ແລ້ວນີ້ວ່າ ທ່ານ​ໄດ້​ກະກຽມ Catalonia
​ໃຫ້ເປັນ "ປະ​ເທດ​ທີ່​ມີ​ເອກະລາດ," ​ເຖິງ​ແມ່ນ​ວ່າ​ສານ ​ຈະ​ໄດ້​ກໍານົດ​ໄວ້​ວ່າ ການເຮັດ​
ແບບ​ນີ້ ​ແມ່ນ​ບໍ່ຖືກຕ້ອງ​ຕາມ​ລັດຖະທໍາ​ມະນູນ ກໍຕາມ.

ທ່ານ Carles Puigdemont ປະທານຂອງແຄວ້ນ Catalonia ເຊັນເອກະສານປະກາດເປັນເອກະລາດ ທີ່ສະພາຂອງແຄວ້ນດັ່ງກ່າວຢູ່ນະຄອນ Barcelona ຂອງສະເປນໃນວັນທີ 10 ຕຸລາ, 2017.
ທ່ານ Carles Puigdemont ປະທານຂອງແຄວ້ນ Catalonia ເຊັນເອກະສານປະກາດເປັນເອກະລາດ ທີ່ສະພາຂອງແຄວ້ນດັ່ງກ່າວຢູ່ນະຄອນ Barcelona ຂອງສະເປນໃນວັນທີ 10 ຕຸລາ, 2017.

​ແຕ່​ທ່າ​ນ Puigdemont ​ເວົ້າ​ໃນ​ທັນທີ​ທັນ​ໃດ​ວ່າ ທ່າ​ນ​ໄດ້ຢຸດ​ແຮງ​ພັກ​ດັນ​ໃນ​ການ​ແບ່ງ​
ແຍກ​ດິນ​ແດນ​ໄວ້ ​ເພື່ອ​ໃຫ້​ມີ​ການ​ເຈລະ​ຈາ ​ກັບ​ລັດຖະບານ Madrid.

ການ​ໃຊ້​ຖ້ອຍ​ຄໍາ​ທີ່​ບໍ່ກົງກັນ​ເຮັດ​ໃຫ້​ທ່ານ Rajoy ​ໃຫ້ເວລາ​ແກ່​ທ່ານ Puigdemont
ຈົນ​ຮອດ 10 ໂມງ ​ເຊົ້າຕາມ​ເວລາ​ທ້ອງ​ຖິ່ນ ຫຼື 8 ໂມງ ຕາມເວລາມາດຕະຖານສາກົນ
ຂອງ​ວັນ​ຈັນ​ມື້ນີ້ ​ເພື່ອ​ໃຫ້​ຄວາມ​ກະຈ່າງ​ແຈ່ງ ​ກ່ຽວກັບ​ຈຸດ​ຢືນ​ຂອງ​ທ່ານ ​ໂດຍ​ການ​ໃຫ້​
ຄໍາ​ຕອບບອກ​ຢ່າງ​ງ່າຍໆວ່າ "ແມ່ນ" ຫລື "ບໍ່​ແມ່ນ" ​ເທົ່າ​ນັ້ນ. ທ່ານ Rajoy ​ເວົ້າວ່າ
Madrid ພ້ອມ​ແລ້ວ​ທີ່​ຈະ​ຢຸດ​ການ​ໃຫ້​ເຂດ​ດັ່ງກ່າວ​ປົກຄອງ​ຕົນ​ເອງ​ໄວ້ ​ແລະ​ເລີ້ມການ​
ຄວບ​ຄຸມ​ໂດຍ​ກົງ ຖ້າ​ຫາກທ່ານ Puigdemont ຕັດສິນ​ໃຈ​ ທີ່​ຈະ​ສືບຕໍ່ກົດ​ດັນ​ ໃຫ້​ມີ​
ການ​ແບ່ງ​ແຍກ​ດິນ​ແດນ​ຢູ່.

​ເຈົ້າໜ້າທີ່​ສະ​ເປ​ນ ກ່າວ​ວ່າ ພວກ​ເຂົາ​ເຈົ້າ ຈະ​ບໍ່ພິຈາລະນາ​ຫຍັງໝົດ ນອກເໜືອ​ໄປ​
ຈາກ​ຄໍາ​ຕອບ​ທີ່ງ່າຍໆ ວ່າ "ບໍ່" ​ເທົ່າ​ນັ້ນ ຊຶ່ງ​ເປັນ​ການສະ​ແດງໃຫ້​ເຫັນ​ວ່າ ການ​ພັກ​ດັນ
​ໃຫ້ເປັນ​ເອກະ​ລາດ​ຍັງ​ຈະ​ສືບຕໍ່ມີ​ຂຶ້ນ ​ແລ້ວ ​ພວກເຂົາ​ເຈົ້າກໍຈະ​ໄດ້​ເລີ້ມ​ເອົາ​ບາດກ້າວ
ທໍາລາຍ​ສິດ​ໃນ​ການ​ປົກຄອງ​ຕົນ​ເອງ​ຂອງ​ເຂດ Catalonia. ຍັງ​ບໍ່​ເປັນ​ທີ່​ຈະ​ແຈ້ງຂາວ
​ເທື່ອ​ວ່າ Madrid ຈະຕອບ​ໂຕ້​ຕໍ່​ຄໍາ​ຕອບ​ຂອງ​ຜູ້​ນໍາ​ເຂດທີ່​ສົ່ງ​ໃຫ້ໃນ​ວັນຈັນ​ມື້ນີ້ວ່າ​ແນວ​ໃດ.

​ເຂດ Catalonia ຊຶ່ງ​ເປັນ​ເຂດ​ທີ່​ອຸດົມ​ຮັ່ງມີ​ທີ່​ສຸດ​ຂອງ​ສະ​ເປ​ນ ​ທີ່​ມີ​ປະຊາຊົນ​ຫລາຍ​ເຖິງ
7.5 ລ້ານ​ຄົນ​ອາ​ໄສ​ຢູ່ນັ້ນ ມີ​ພາສາ​ຂອງ​ຕົນ​ເອງ ​ແລະ​ມີ​ວັດທະນະ​ທໍາ ທີ່​ແຕກ​ຕ່າງ ​ແລະ
​ມີ​ຄວາມ​ແຕກ​ແຍກ​ ທີ່​ພາໃຫ້ຢາກ​ເປັນເອກະລາດ​ຢ່າງ​ເລິກເຊິ່ງ.

ລັດຖະບານຂອງ Catalonia ​ເວົ້າວ່າ 90 ​ເປີ​ເຊັນ​ຂອງ​ຊາວ Catalonia ​ແມ່ນ​ລົງ​ຄະ​ແນນ
​ສຽງ​ເຫັນ​ດີ​ ໃຫ້​ແຍກອອກ​ເປັນ​ເອກະລາດ ​ບໍ່ຂຶ້ນກັບ​ສະ​ເປ​ນ​ໃນການ​ລົງ​ປະຊາ​ມັດຕິ​ດ​ໃນ
​ວັນ​ທີ 1 ຕຸລາ​ຜ່ານ​ມານັ້ນ. ພວກ​ທີ່​ຕ້ານ​ການ​ແຍກ​ເປັນ​ເອກະລາດ​ພາກັນຂວ້າມບາດ​ການ
​ລົງ​ຄະ​ແນນ​ສຽງດັ່ງກ່າວ ຊຶ່ງ​ໄດ້​ຮັດ​ໃຫ້​ຜົນ​ການ​ລົງ​ຄະ​ແນນ​ຍັງ​ເຫລື​ອ​ແຕ່ປະມານ 43 ​ເປີ​ເຊັນ​ເທົ່ານັ້ນ.

XS
SM
MD
LG