ພົນລະເມືອງຂອງແຄວ້ນຄາຕາໂລເນຍ ທີ່ຄັດຄ້ານຄວາມພະຍາຍາມຂອງລັດຖະບານ
ທ້ອງຖິ່ນ ທີ່ຢາກແຍກໂຕອອກຈາກສະເປນ ໄດ້ໂຮມຊຸມນຸມປະທ້ວງ ໃນນະຄອນ
ບາຣຊາໂລນາ ເມື່ອວັນອາທິດວານນີ້.
ທາງການຕຳຫຼວດ ກ່າວວ່າ 350,000 ຄົນ ໄດ້ເຂົ້າຮ່ວມໃນການປະທ້ວງ ໃນຂະນະ
ດຽວກັນ ພວກຜູ້ຈັດການປະທ້ວງ ກໍກ່າວວ່າ ມີຫຼາຍກວ່າ 900,000 ຄົນ ໄດ້ເຂົ້າຮ່ວມ.
ການເດີນຂະບວນ ໄດ້ເປັນໄປຢ່າງສັນຕິ ແລະ ບໍ່ມີລາຍງານໃດໆ ກ່ຽວກັບ ເຫດການ
ສຳຄັນທີ່ເກີດຂຶ້ນ.
“ພວກເຮົາຖືວ່າ ໄດ້ມີຄວາມມິດງຽບມາໄດ້ດົນນານແລ້ວ” ດັ່ງທີ່ຜູ້ປະທ້ວງຄົນນຶ່ງ
ໄດ້ບອກ ອົງການຂ່າວ AFP ຂອງຝຣັ່ງໄປນັ້ນ.
ເມື່ອສັບປະດາແລ້ວນີ້ ຊາວຄາຕາໂລເນຍ ໄດ້ລົງຄະແນນສຽງ ຢ່າງຖ້ວມລົ້ນ ເພື່ອ
ແຍກໂຕອອກເປັນເອກກະລາດ. ໃນການລົງຄະແນນສຽງນັ້ນ ໄດ້ຖືກມອງເຫັນໂດຍ
ລັດຖະບານ ມາດຣິດ ວ່າ ຜິດກົດໝາຍ ຊຶ່ງ 90 ເປີເຊັນ ໄດ້ລົງຄະແນນສຽງ ເພື່ອແຍກ
ໂຕອອກຈາກສະເປນ ແຕ່ພວກທີ່ອອກມາລົງຄະແນນສຽງນັ້ນ ແມ່ນໜ້ອຍກວ່າເຄິ່ງນຶ່ງ
ຂອງຈຳນວນຄົນ ໃນເຂດເລືອກຕັ້ງ.
ການຢັ່ງຫາງສຽງຄວາມຄິດເຫັນຫຼາຍຄັ້ງ ໄດ້ສະເໜີແນະຢ່າງສະມ່ຳສະເໝີວ່າ ພວກ
ຊາວຄາຕາໂລເນຍ ທີ່ເຫັນດີນຳ ການຢູ່ກັບສະເປນຕໍ່ໄປ ແມ່ນມີຫຼາຍກວ່າ ການຢາກ
ເປັນເອກກະລາດ.
ບັນດາຜູ້ຈັດການປະທ້ວງ ໄດ້ກ່າວວ່າ ຄຳຂວັນ ສຳລັບ ການຊຸມນຸມໃນວັນອາທິດວານນີ້
ແມ່ນວ່າ “ພໍແລ້ວ ຈົ່ງກັບຄືນໄປຫາແນວຄິດທີ່ມີຄວາມໝາຍສະ.”