ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນາຍົກ ສະເປນ ຈະປະຕິເສດ ການແຍກຕົວອອກ ຂອງພາກພື້ນ ຄາຕາໂລເນຍ


Spain Says It Will Remove Catalonia’s Leaders
please wait

No media source currently available

0:00 0:02:48 0:00

ສະເປນ ກ່າວວ່າ ເຂົາເຈົ້າຈະປົດບັນດາຜູ້ນຳຂອງພາກພື້ນ ຄາຕາໂລເນຍ ອອກຈາກຕຳແໜ່ງ.

ນາຍົກລັດຖະມົນຕີ ສະເປນ ທ່ານ ມາຣີອາໂນ ຣາຮອຍ ໄດ້ປະກາດໃນວັນເສົາວານນີ້
ວ່າ ທ່ານຈະຍົກເລີກລັດຖະບານແຍກໂຕອອກຂອງພາກພື້ນ ຄາຕາໂລເນຍ ແລະ ຈະ
ຮຽກຮ້ອງໃຫ້ມີການລົງຄະແນນສຽງໃໝ່ຂຶ້ນ ເພື່ອພະຍາຍາມທີ່ຈະຫັກຫ້າມເຂດເຄິ່ງ
ປົກຄອງຕົນເອງ ແລະ ການປະກາດເປັນເອກະລາດ.

ທ່ານ ຣາຮອຍ ໄດ້ອອກປະກາດດັ່ງກ່າວ ລຸນຫຼັງກອງປະຊຸມສຸກເສີນຂອງຄະນະລັດ
ຖະບານໃນວັນເສົາວານນີ້ ເພື່ອຮັບມືກັບວິກິດການທາງດ້ານການເມືອງ ທີ່ມີຂຶ້ນຍ້ອນ
ຄວາມພະຍາຍາມທີ່ຄະນະນຳພາຂອງພາກພື້ນດັ່ງກ່າວຢາກຍຶດຄອງອຳນາດ.

ລັດຖະບານ ສະເປນ ໄດ້ທຳການເຄື່ອນໄຫວໃນວັນພະຫັດຜ່ານມາ ໃຫ້ລົບລ້າງການ
ປົກຄອງຕົນເອງຂອງ ຄາຕາໂລເນຍ ລຸນຫຼັງຜູ້ນຳຂອງພາກພື້ນດັ່ງກ່າວໄດ້ປະຕິຍານ
ວ່າຈະສືບຕໍ່ບາດກ້າວຕ່າງໆ ໄປສູ່ຄວາມເປັນເອກະລາດ.

ສຳນັກງານຂອງທ່ານ ຣາຮອຍ ເວົ້າວ່າ ກອງປະຊຸມຂອງຄະນະລັດຖະບານວາງແຜນ
ໄວ້ວ່າ ຈະນຳໃຊ້ມາດຕາ 155 ຂອງລັດຖະທຳມະນູນຂອງ ສະເປນ ຊຶ່ງມອບອຳນາດ
ໃຫ້ແກ່ລັດຖະບານ ຍຶດເອົາອຳນາດປົກຄອງຕົນເອງບາງສ່ວນ ຫຼືອຳນາດທັງໝົດຂອງ
ຄາຕາໂລເນຍ. ພວກພັກການເມືອງຟ່າຍຄ້ານທັງຫຼາຍ ພາກັນເຫັນດີ ສະໜັບສະໜູນ
ໃນການຍຶດເອົາການປົກຄອງ ຄາຕາໂລເນຍ ໂດຍລັດຖະບານກາງ. ທ່ານ ຣາຮອຍ
ເກືອບແນ່ໃຈແລ້ວ ວ່າຈະໄດ້ຮັບຄະແນນສຽງພຽງພໍ ຈາກສະພາສູງຂອງ ສະເປນ ຊຶ່ງ
ຄວບຄຸມໂດຍພັກຈາຮີດນິຍົມຂອງທ່ານເອງ.

ທ່ານ ທ່ານ ຄາເລັສ ປູອິກເດີມັອນ ຜູ້ນຳ ກາຕາໂລເນຍ ໄດ້ເວົ້າແລ້ວວ່າ ສະພາປະຈຳ
ແຄວ້ນຈະດຳເນີນກນລົງຄະແນສຽງຕໍ່ໄປ ສຳລັບຄວາມເປັນເອກະລາດ ຖ້າຫາກລັດຖະ
ບານສະເປນຈະບໍ່ທຳການເຈລະຈາທັງຈະສືບຕໍ່ຂົ່ມຂູ່ ວ່າຈະລົ້ມເລີກ ການປົກຄອງຕົນ
ເອງຂອງພາກພື້ນດັ່ງກ່າວ.

ທ່ານ ຣາຮອຍ ກ່າວໃນວັນເສົາວານນີ້ວ່າ ຄຳຂູ່ຂອງ ປູອິກເດີມັອນ ວ່າຈະສືບຕໍ່ການ
ປົກຄອງຕົນເອງ “ເປັນເລື່ອງຂອງແຕ່ຟ່າຍດຽວ ຂັດແຍ້ງກົດໝາຍ ທັງຊອກຫາການ
ປະເຊີນໜ້າກັນ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG