ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລັດຖະບານ ສະເປນ ປະຊຸມກັນ ເພື່ອຍຸຕິ ການແຍກດິນແດນ ຂອງ ຄາຕາໂລເນຍ


ພວກລູກຄ້າ ລໍຖ້າຖອນເງິນ ຈາກສາຂາທະນາຄານ CaixaBank ທີ່ນະຄອນບາເຊໂລນາ ປະເທດສະເປນ. (20 ຕຸລາ, 2017)
ພວກລູກຄ້າ ລໍຖ້າຖອນເງິນ ຈາກສາຂາທະນາຄານ CaixaBank ທີ່ນະຄອນບາເຊໂລນາ ປະເທດສະເປນ. (20 ຕຸລາ, 2017)

ສະເປນເປີດກອງປະຊຸມສຸກເສີນຂອງຄະນະລັດຖະບານໃນວັນເສົາມື້ນີ້ ເພື່ອຮັບມືກັບ ວິກິດການທາງດ້ານການເມືອງ ທີ່ເກີດຈາກຊຸກຍູ້ໃຫ້ມີການແຍກໂຕອອກເປັນເອກກະ
ລາດ ໂດຍເຂດເຄິ່ງປົກຄອງຕົນເອງຄາຕາໂລເນຍ.

ລັດຖະບານສະເປນໄດ້ກຳນົດແຜນການໃນວັນພະຫັດຜ່ານມາ ທີ່ຈະຖອດຖອນການ
ໃຫ້ສິດໃນການປົກຄອງຕົນເອງ ຫລັງຈາກຜູ້ນຳຂອງເຂດດັ່ງກ່າວ ປະກາດວ່າ ຈະສືບ
ຕໍ່ການເອົາບາດກ້າວໄປສູ່ການປະກາດເອກກະລາດ.

ທຳນຽບຂອງນາຍົກລັດຖະມົນຕີ Mariano Rajoy ກ່າວວ່າ ກອງປະຊຸມຄະນະລັດຖະ ບານໃນວັນເສົາມື້ນີ້ໄດ້ວາງແຜນທີ່ຈະປະກາດໃຊ້ມາດຕາ 155 ຂອງລັດຖະທຳມະນູນ ສະເປນຊຶ່ງໃຫ້ອຳນາດແກ່ລັດຖະບານຖອດຖອນສິດອຳນາດໃນການປົກຄອງຕົນເອງ ເປັນບາງສ່ວນ ຫຼືວ່າທັງໝົດຂອງເຂດຄາຕາໂລເນຍ. ບັນດາພັກຝ່າຍຄ້ານໄດ້ຕົກລົງທີ່
ຈະໃຫ້ການສະໜັບສະໜຸນ ຕໍ່ການປົກຄອງເຂດຄາຕາໂລເນຍຂອງລັດຖະບານກາງ.

ທ່ານ Carles Puidgemont ຜູ້ນຳຂອງຄາຕາໂລເນຍ ກ່າວວ່າ ສະພາກາຕາໂລເນຍ ຈະດຳເນີນການຕໍ່ໄປ ກ່ຽວກັບການລົງຄະແນນສຽງ ເພື່ອຄວາມເປັນເອກກະລາດ ຖ້າ
ລັດຖະບານສະເປນຫາກບໍ່ເປີດການເຈລະຈາແລະປະຕິບັດ ຕາມຄຳຂູ່ ໃນການຖອດ ຖອນສິດໃນການປົກຄອງຕົນເອງຂອງເຂດດັ່ງກ່າວ.

ນາຍົກລັດຖະມົນຕີ Rajoy ໄດ້ກຳນົດເສັ້ນຕາຍ ໃຫ້ແກ່ທ່ານ Puidgemont ຈົນຮອດ ຕອນເຊົ້າວັນພະຫັດແລ້ວເພື່ອໃຫ້ຄວາມກະຈ່າງແຈ້ງກ່ຽວກັບວ່າ ໃນຄວາມເປັນຈິງນັ້ນ
ທ່ານ ໄດ້ປະກາດເອກກະລາດໄປແລ້ວຫຼືບໍ່ຫຼັງຈາກມີການລົງປະຊາມະຕິໃນຕົ້ນເດືອນ
ນີ້.

ທ່ານ Puidgemont ໄດ້ປະກາດເອກກະລາດ ແບບເປັນສັນຍາລັກ ໃນການກ່າວຄຳ
ປາໄສ ເມື່ອອາທິດແລ້ວນີ້ ແຕ່ກໍເວົ້າວ່າ ທ່ານຈະໂຈະ ການເອົາບາດກ້າວທີ່ເປັນທາງ
ການເພື່ອເຫັນແກ່ການເຈລະຈາກັບລັດຖະບານມາດຣິດ. ທ່ານໄດ້ໃຫ້ຄວາມກະຈ່າງ ແຈ້ງກ່ຽວກັບທ່າທີຫລ້າສຸດຂອງທ່ານ ຢູ່ໃນຈົດໝາຍສະບັບນຶ່ງ ທີ່ຂຽນຂຶ້ນບໍ່ດົນ ກ່ອນ ກຳນົດເສັ້ນຕາຍ ໃນວັນພະຫັດຜ່ານມາ.

ຢູ່ກອງປະຊຸມ ພວກຜູ້ນຳສະຫະພາບຢູໂຣບ ທີ່ນະຄອນບຣັສເຊລ ໃນອາທິດນີ້ ທ່ານ
ນາງ Angela Merkel ນາຍົກລັດຖະມົນຕີເຢຍຣະມັນ ກ່າວວ່າ ສະຫະພາບຢູໂຣບ ພວມຕິດຕາມເບິ່ງສະຖານະການຢ່າງໃກ້ຊິດ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG