ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ກີລາຕໍ່ສູ້ງົວເກມສຸດທ້າຍ ທີ່ເຂດ Catalonia ປະເທດສະເປນ


ກິລາສູ້ງົວ ທີ່ສະເປນ
ກິລາສູ້ງົວ ທີ່ສະເປນ

ພວກນັກກິລາສູ້ງົວລະດັບຊັ້ນນໍາຂອງສະເປນ ໄດ້ເຕົ້າໂຮມກັນຢູ່ທີ່ ເມືອງ Barselona ສໍາລັບການຕໍ່ສູ້ກັບງົວ​ເປັນມື້ສຸດທ້າຍ ກ່ອນທີ່ກິລາ ປະເພດເລືອດຕົກຢາງອອກທີ່ວ່າ​ນີ້ ຈະຖືກສັ່ງຫ້າມ​ໃນທົ່ວຂົງເຂດ Catalonia ທາງພາກຕາເວັນອອກສຽງເໜືອຂອງປະເທດ.

ນັກກິລາສູ້ງົວ ຫລື ມາທາດໍ ຊັ້ນນໍາທັງສາມຄົນ ຄື ນາຍ Juan Mora, ນາຍ Jose Tomas ແລະ ນາຍ Serafin Marin ຈະຕ້ອງສັງຫານ ງົວຄົນ​ລະ 2 ​ໂຕ ໂດຍໃຊ້ດາບ ທີ່ສະໜາມກິລາ La Monumental ທີ່ມີອາຍຸຮ້ອຍປີ ​ໃນເມືອງ Barcelona ນັ້ນ.

ຂໍ້ສັ່ງຫ້າມກິລາປະເພດນີ້ ໄດ້ມີຜົນບັງຄັບໃຊ້ເມື່ອວັນທີ່ 1 ເດືອນມັງກອນເປັນຕົ້ນມາ ແຕ່ ກິລາການຕໍ່ສູ້ງົວໃນວັນອາທິດມື້ນີ້ ເປັນເກມສຸດທ້າຍຂອງ ລະດູກິລາ​ຕໍ່ສູ້​ງົວ ປີ 2011 ທີ່ ເມືອງຫລວງ Catalan.

ຝ່າຍນິຕິບັດຢັດແຫ່ງເຂດ Catalonia ໄດ້ອອກກົດໝາຍສັ່ງຫ້າມປະເພນີ ທີ່ປະຕິບັດກັນມາ ໄດ້ຫລາຍສັດຕະວັດນີ້ ເມື່ອປີຜ່ານມາ ​ແຕ່ພວກຊາວ Catalan ໄດ້ເຊັນຄໍາຮ້ອງຮຽນ ຕໍ່ຕ້ານກົດໝາຍຫ້າມດັ່ງກ່າວ.

ພວກສະໜັບສະໜຸນກິລາສູ້ງົວທັງຫລາຍຍັງພາກັນຫວັງວ່າພວກເຂົາເຈົ້າ ຈະສາມາດປ່ຽນ ແປງກົດສັ່ງຫ້າມ ກ່ອນມັນຈະເລິ່ມມີຜົນບັງຄັບໃຊ້ນັ້ນ.

ກິລາຕໍ່ສູ້ງົວ ກໍຍັງຈະເປັນກິລາທີ່ຖືກຕ້ອງຕາມກົດໝາຍໃນແຫ່ງອື່ນໆໃນປະເທດສະເປນ ຢູ່ຕໍ່ໄປ ຍົກເວັ້ນ​ໃນໝູ່ເກາະ Canary ທີ່ໄດ້ຖືກສັ່ງຫ້າມ ມາຕັ້ງແຕ່ປີ 1991 ນັ້ນ.

XS
SM
MD
LG