ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາວສະເປນ ພາກັນ ປະທ້ວງ ຕໍ່ຕ້ານ ການຕັດ ງົບປະມານ ຂອງລັດຖະບານ


ຫລາຍ​ໝື່ນ​ຄົນໂຮມ​ຊຸມນຸມ ຢູ່​ນະຄອນຫລວງ Madrid ປະ​ເທດ
ສະ​ເປັນ ​ໃນ​ວັນ​ເສົາ​ວານ​ນີ້ ​ເພື່ອ​ປະ​ທ້ວງ​ຕໍ່ການ​ຕັດ ງົບປະມານ​.
ຫລາຍ​ໝື່ນ​ຄົນໂຮມ​ຊຸມນຸມ ຢູ່​ນະຄອນຫລວງ Madrid ປະ​ເທດ ສະ​ເປັນ ​ໃນ​ວັນ​ເສົາ​ວານ​ນີ້ ​ເພື່ອ​ປະ​ທ້ວງ​ຕໍ່ການ​ຕັດ ງົບປະມານ​.
ປະຊາຊົນ​ຫລາຍ​ໝື່ນ​ຄົນ ພາກັນໂຮມ​ຊຸມນຸມ ຢູ່​ນະຄອນຫລວງ
Madrid ປະ​ເທດສະ​ເປັນ ​ໃນ​ວັນ​ເສົາ​ວານ​ນີ້ ​ເພື່ອ​ປະ​ທ້ວງ​ຕໍ່
ການ​ຕັດ ງົບປະມານ​ຂອງ​ລັດຖະບານ.

ການ​ປະ​ທ້ວງດັ່ງກ່າວ​ໄດ້​ມີ​ຂື້ນ​ໃນ​ວັນ​ຄົບຮອບປີ​ທີ 32 ຂອງ​ການ​ດໍາ​ເນີນ​ຄວາມ​ພະ​ຍາມາ​ມທີ່​ລົ້ມແຫລວ ອຂງ​ກໍາລັງ​ທະຫານ ​ເພື່ອ​ຈະ​ໂຄນ​ລົ້ມ​ລັດຖະບານ.

ບັນ​ດາ​ຜູ້​ຈັດ​ການ​ປະ​ທ້ວງ​ໃນ​ວັນ​ເສົາ​ວານ​ນີ້ ​ເວົ້າ​ວ່າ ລັດຖະບານ​ກໍາລັງ ສັງ​ເວີຍຄວາມ​ຕ້ອງການ​ຂອງປະຊາຊົນ ​ເພື່ອຊ່ວຍ​ເຫລືອ​ພວກ​ສະ​ຖາ​ບັນ​ການ​ເງິນ​ຕ່າງໆ.

ພວກ​ປະ​ທ້ວງຮຽກຮ້ອງ ​ໃຫ້ບັນດາ​ຜູ້​ແທນ​ສະພາ ​ຊອກ​ຫາ​ທາ​ງເລືອກ ໃໝ່ ແທນການ​ຕັດງົບປະມານ​ລົງ​ ​ແລະ​ຂຶ້ນ​ພາສີຢ່າງ​ຫລວງຫລາຍ​ ​ ​ເພື່ອ​ລົດ​ຜ່ອນ​ການ​ຂາດ​ດຸນຂອງ​ປະ​ເທດນັ້ນ.

ການ​ປະ​ທ້ວງ​ທີ່​ດໍາ​ເນີນ​ໄປ​ຢ່າງ​ຂ້ອນ​ຂ້າ​ງສະຫງົບ​ ​ໄດ້ສີ້​ນສຸດ​ລົງ​ດ້ວຍ​ການ​ປະ​ທະ​ກັນ​ລະຫວ່າງ​ພວກ​ປະ​ທ້ວງ 2​-3 ຮ້ອຍ​ຄົນ ກັບ​ຕໍາຫລວດ ​ທີ່ໄດ້​ຂັບໄຫລ່​ພວກ​ປະ​ທ້ວງ​ ​ໃຫ້​ສະຫລາຍໂຕ​ຢ່າງ​ວ່ອງ​ໄວ.
XS
SM
MD
LG