ປະເທດ ສເປນ ໄດ້ຜ່ອນຜັນຂໍ້ຫ້າມໄວຣັສໂຄໂຣນາບາງອັນໃນວັນຈັນມື້ນີ້ ດ້ວຍກຳມະ
ກອນໃນໂຮງຈັກໂຮງງານ ແລະ ຝ່າຍການກໍ່ສ້າງ ໄດ້ຮັບອະນຸຍາດໃຫ້ກັບ ຄືນໄປ
ເຮັດວຽກ.
ໂດຍທີ່ໄພຂົ່ມຂູ່ການແຜ່ລາດຂອງໄວຣັສດັ່ງກ່າວຍັງຄົງມີຢູ່ນັ້ນ, ບໍລິສັດຕ່າງໆໄດ້ ຖືກ
ຮຽກຮ້ອງໃຫ້ສະໜອງອຸປະກອນປ້ອງກັນໃຫ້ພະນັກງານ ແລະ ຮັບປະກັນວ່າ ເຂົາເຈົ້າ
ປະຕິບັດຕາມຂໍ້ແນະນຳ ການຢູ່ຫ່າງກັນກັບພະນັກງານຄົນອື່ນໆ 2 ແມັດ. ສເປນ ໄດ້
ເປັນນຶ່ງໃນບັນດາປະເທດທີ່ຖືກກະທົບໜັກສຸດ ໂດຍມີການຢືນຢັນຫຼາຍກວ່າ 165,000ກໍລະນີ ແລະ 17,000 ຄົນເສຍຊີວິດ. ຫຼາຍພາກສ່ວນໃນປະ ເທດແມ່ນໄດ້ຖືກກັກບໍລິ
ເວນເປັນເວລານຶ່ງເດືອນ.
ນາຍົກລັດຖະມົນຕີ ທ່ານ ເພໂດຣ ຊານເຈສ ໄດ້ກ່າວໃນວັນອາທິດວານນີ້ວ່າ ໂຣກລະ
ບາດບໍ່ໄດ້ເປັນໄພຂົ່ມຂູ່ພຽງໃນແງ່ຂອງຜົນກະທົບຕໍ່ສຸຂະພາບເທົ່ານັ້ນ, ແຕ່ໃນທາງເສດຖະກິດ ແລະ ສັງຄົມເຊັ່ນກັນ.
ທ່ານ ຊານເຈສ ໄດ້ກ່າວວ່າ “ສະນັ້ນ, ການຕອບໂຕ້ຈະຮຽກຮ້ອງໃຫ້ປະສົມ ປະສານ
ມາດຕະການຕ່າງໆທີ່ປ້ອງກັນການຕິດຕໍ່ຂອງໂຣກ, ທີ່ຈະອະນຸຍາດລະ ບົບສາທາລະ
ນະສຸກຂອງພວກເຮົາໃຫ້ໄດ້ຮັບການຟື້ນຟູ ແລະ ໃນເວລາດຽວ ກັນປ້ອງກັນການອຳ
ມະພາດ ແລະ ການລົ້ມລະລາຍຂອງເສດຖະກິດຂອງພວກ ເຮົາ ດ້ວຍຜົນກະທົບທີ່
ອັນຕະລາຍທີ່ມັນອາດມີຕໍ່ການຈ້າງງານ ໃນປະເທດ ຂອງພວກເຮົາ.”
ຄວາມດຸ່ນດ່ຽງ ລະຫວ່າງ ໄລຍະເວລາການຮັກສາມາດຕະການຢູ່ບ້ານ ແລະ ເວລາ
ທີ່ຈະສົ່ງປະຊົນກັບໄປເຮັດວຽກ ເພື່ອເຮັດໃຫ້ເສດຖະກິດດຳເນີນການແມ່ນສິ່ງ ທີ່ໄດ້
ຖືກພິຈາລະນາໂດຍລັດຖະບານໃນທົ່ວໂລກ.
ນາຍົກລັດຖະມົນຕີ ເກົາຫຼີໃຕ້ ທ່ານ ຈຸງ ຊາຍ ຄີຢຸນ ໄດ້ກ່າວໃນວັນຈັນມື້ນີ້ວ່າ ບັນດາ
ເຈົ້າໜ້າທີ່ແມ່ນກຳລັງປຶກສາຫາລື ກ່ຽວກັບ ແນວທາງໃໝ່ທີ່ອາດເປັນ ໄປໄດ້ ທີ່ຈະ
ຮັກສາກົດລະບຽບການຢູ່ຫ່າງຈາກສັງຄົມ ໃນຂະນະທີ່ອະນຸຍາດໃຫ້ ດຳເນີນ “ກິດ
ຈະການທາງເສດຖະກິດ ແລະ ສັງຄົມບາງອັນ.”
ເກົາຫຼີໃຕ້ ໄດ້ມີຕົວເລກກໍລະນີໃໝ່ໃນແຕ່ລະວັນຂອງເຂົາເຈົ້າຫຼຸດລົງຢ່າງສະໝໍ່າສະ
ເໝີ, ດ້ວຍລັດຖະບານລາຍງານ 25 ກໍລະນີໃໝ່ໃນວັນຈັນມື້ນີ້.
ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ໄດ້ໃຫ້ສັນຍານ ກ່ຽວກັບ ຄວາມຕ້ອງ
ການຂອງທ່ານ ເພື່ອໃຫ້ການປະຕິບັດການທາງເສດຖະກິດ ກັບຄືນສູ່ສະ ພາບປົກກະ
ຕິໃຫ້ໄວເທົ່າທີ່ຈະໄວໄດ້. ລັດຖະບານຂອງທ່ານໄດ້ແນະນຳໃຫ້ປະຊາ ຊົນຢູ່ບ້ານ ຖ້າ
ເຂົາເຈົ້າສາມາດເຮັດໄດ້ຈົນຮອດທ້າຍເດືອນ, ໃນຂະນະທີ່ບັນດາ ຜູ້ປົກຄອງລັດສ່ວນ
ຫຼາຍໃນ 50 ລັດຂອງປະເທດ ແມ່ນໄດ້ດຳເນີນການຫຼາຍ ກວ່ານັ້ນ ແລະ ໄດ້ສັ່ງໃຫ້ກັກບໍລິເວນ ດ້ວຍຂໍ້ຍົກເວັ້ນສຳລັບກິດຈະກຳຕ່າງໆ ເຊັ່ນການອອກກຳລັງກາຍ ແລະການ
ອອກໄປຊື້ຂອງກິນ.