ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະເປນ ຈັບ 8 ຄົນ ທີ່ສົງໄສ ພົວພັນ ກັບກຸ່ມ ອາລກາອີດາ


ເຂດ Ceuta ຂອງສະເປນ ທີ່ຕັ້ງຢູ່ໃນບໍລິເວນແຄມຝັ່ງທະເລ ທາງກໍ້າຕາເວັນຕົກສຽງເໜືອ ຂອງທະວີບອາຟຣິກາ.
ເຂດ Ceuta ຂອງສະເປນ ທີ່ຕັ້ງຢູ່ໃນບໍລິເວນແຄມຝັ່ງທະເລ ທາງກໍ້າຕາເວັນຕົກສຽງເໜືອ ຂອງທະວີບອາຟຣິກາ.
ກຳລັງຮັກສາຄວາມສະຫງົບຂອງສະເປນ ໄດ້ຈັບ 8 ຄົນ ທີ່ສົງໄສ
ວ່າມີການພົວພັນກັບກຸ່ມກໍ່ການຮ້າຍອາລອາອີດາຢູ່ໃນຊີເຣຍໃນ ລະຫວ່າງການບຸກເຂົ້າໄປກວດຄົ້ນ ໃນຕອນເຊົ້າຂອງວັນສຸກມື້ນີ້.

ກະຊວງພາຍໃນຂອງສະເປນກ່າວວ່າ ການບຸກເຂົ້າໄປກວດຄົ້ນ ຂອງຕຳຫຼວດ ມີຂຶ້ນທີ່ເຂດ Ceuta ດິນແດນຂອງສະເປ ໃນບໍລິ ເວນແຄມທະເລ ທາງພາກຕາເວັນຕົກສຽງເໜືອຂອງທະວີບອາ
ຟຣິກາ. ເຄືອຂ່າຍຂອງພວກກໍການຮ້າຍຈຸນີ້ຍັງມີຖານປະຕິບັດ
ງານທີ່ເມືອງ Fnideq ໃນປະເທດ Morroco ທີ່ເປັນເພື່ອນບ້ານ.

ກະຊວງພາຍໃນສະເປນເວົ້າວ່າ ພວກທີ່ຖືກຈັບແມ່ນສົງໄສວ່າສົ່ງພວກນັກລົບໄປໃຫ້ກຸ່ມກໍ່ ການຮ້າຍອາລກາອີດາທີ່ເປັນເຄືອຂ່າຍປະຕິບັດງານຢູ່ໃນຊີເຣຍ. ນອກນັ້ນກະຊວງພາຍ ໃນສະເປນ ຍັງກ່າວຕື່ມວ່າ ພວກທີ່ຖືກເກັບເກນຈຳນວນນຶ່ງ ໄດ້ທຳການໂຈມຕີສະຫຼະຊີບ ຂະນະທີ່ອີກຈຳນວນນຶ່ງ ໄດ້ໄປຝຶກແອບ ທີ່ສູນກາງຝຶກແອບແຫ່ງຕ່າງໆ ຂອງພວກກໍ່ການ ຮ້າຍ.

ເຈົ້າໜ້າທີ່ຍັງບໍ່ທັນເປີດເຜີຍໃຫ້ຊາບເທື່ອວ່າ ພວກທີ່ຖືກຈັບເຫຼົ່ານີ້ ມີໃຜແດ່.
XS
SM
MD
LG