ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ບໍ​ລິ​ສັດ SpaceX ຈະ​ສົ່ງ​ຜູ້​ໂດຍສານ​ 2 ຄົນ ​ຂຶ້ນໄປໂຄຈອນ​ ອ້ອມດວງ​ເດືອນ


ຈະຫລວດ Falcon 9 ຂອງບໍລິສັດ SpaceX ຫາຍເຂົ້າສູ່ອາວະກາດ ຫລັງຈາກໄດ້ນຳເອົາເຄື່ອງໃຊ້ຕ່າງໆ ໄປຍັງສະຖານີອາວະກາດນາໆຊາດ.
ຈະຫລວດ Falcon 9 ຂອງບໍລິສັດ SpaceX ຫາຍເຂົ້າສູ່ອາວະກາດ ຫລັງຈາກໄດ້ນຳເອົາເຄື່ອງໃຊ້ຕ່າງໆ ໄປຍັງສະຖານີອາວະກາດນາໆຊາດ.

ບໍ​ລິ​ສັດ SpaceX ກ່າວ​ວ່າ ຕົນຈະ​ສົ່ງ​ຜູ້​ໂດຍສານ​ສອງ​ຄົນ ​ທີ່​ຈ່າຍ​ຄ່າ​ເດີ​ນທາງ​ຂຶ້ນໄປ
ໂຄຈອນ​ອ້ອມດວງ​ເດືອນ​ໃນ​ປີ 2018 ຈະ​ມາ​ເຖິງ​ນີ້​.

ຜູ້​ກໍ່​ຕັ້ງບໍ​ລິ​ສັດ SpaceX ທ່ານ Elon Musk ກ່າວ​ຕໍ່​ບັນດາ​ນັກ​ຂ່າວໃນ​ວັນ​ຈັນ​ວານ​ນີ້
​ວ່າ ຍານ​ອາວະກາດ Dragon Two ຂອງ​ບໍລິສັດ ​ຈະ​ນຳ​ເອົາ​ນັກ​ທ່ອງ​ທ່ຽວ​ອາວະກາດ​
ທັງສອງ​ຄົນ ​ຂຶ້ນໄປ​ໂຄຈອນ​ອ້ອມ​ດວງ​ເດືອນໂດຍປາດ​ສະ​ຈາກ​ການ​ລົງ​ຈອດ​ຢູ່​ເທິງ
ໜ້າ​ເດືອນ ກ່ອນ​ກັບ​ຄືນມາ​ຍັງ​ໂລກທີ່​ຈະ​ໃຊ້​ລະຍະ​ທາງຫຼາຍ ເຖິງ 500,000 ຫາ
650,000 ກິ​ໂລ​ແມັດ ​ລ​ະຫວ່າງ​ການ​ເດີນທາງ. ທ່ານ Musk ບໍ່​ໄດ້​ເປີດ​ເຜີຍ​ວ່າຜູ້ໂດຍ
ສານ​ທັງ​ສອງ​ຄົນນັ້ນ​ແມ່ນ​ໃຜ​ ຫລື​ວ່າ​ເຂົາ​ເຈົ້າ​ໄດ້​ຈ່າຍ​ຄ່າ​ເດີນ​ທາງ​ເທົ່າ​ໃດ ​ແຕ່​ກໍໄດ້​
ກ່າວ​ວ່າ “ບໍ່​ມີໃຜ​ມາຈາກ Hollywood.”

ຍານ​ອາວະ​ກາດ​ຈະ​ປະຕິບັດງານແບບ​ອັດຕະ​ໂນ​ມັດ ​ເພາະສະ​ນັ້ນ​ລູກ​ເຮືອ​ຈຶ່ງ​ບໍ່​ຈຳ​
ເປັນ​ຕ້ອງໄດ້​ຮັບ​ການ​ເຝິກຊ້ອມ​ໃນ​ການຄວບ​ຄຸມ​ຍານ Dragon. ​ເຖິງ​ຢ່າງ​ໃດ​ກໍ​ດີ
ທ່ານ Musk ກ່າວ​ວ່າ ທັງ​ສອງ​ຄົນ ​ຈະ​ໄດ້​ຮັບ​ການ​ເຝິກແອບ “ຢ່າງ​ໜັກ” ກ່ອນ
​ການບິນ.

ຖ້າ​ຫາ​ກປະສົບ​ຜົນສຳ​ເລັດ ການບິນ​ດັ່ງກ່າວຈະ​ເປັນ​ການ​ປະ​ຕິ​ບັດ​ງານທີ່​ມີ​ມະນຸດ​
ເທື່ອ​ທຳ​ອິດ​ໂຄຈອນ​ອ້ອມດວງ​ເດືອນ ນັບ​ແຕ່​ປີ 1972 ​ເປັນຕົ້ນມາ ​ເວລາຍານ
Appolo ​17 ລົງ​ຈອດ​ຢູ່​ເທິງໜ້າເດືອນ.

ທ່ານ Elon Musk ຫົງໜ້າບໍລິຫານ ບໍລິສັດ Tesla Motors.
ທ່ານ Elon Musk ຫົງໜ້າບໍລິຫານ ບໍລິສັດ Tesla Motors.

ບໍລິສັດ SpaceX ​ແມ່ນ​ນຶ່ງ​ຂອງສອງ​ບໍລິສັດ​ເອກ​ກະ​ຊົນ ທີ່​ມີ​ສັນຍາ​ກັບ​ອົງການ​ອາ
ວະກາດ​ສະຫະລັດ NASA ທີ່​ນຳ​ເອົາເຄື່ອງ​ໃຊ້​ຕ່າງໆ ​ແລະ​ໃນ​ທີ່​ສຸດ ກໍ​ນຳ ​ເອົາບັນ​
ດານັກ​ບິນອາວະກາດ​ ຂຶ້ນໄປຍັງ​ສະຖາ​ນີ​ອະວະກາດນາໆ​ຊາດ. ທ່ານ Musk ກ່າວ
​ວ່າ ຕົນ​ຈະ​ເລີ້ມ​ປະຕິບັດ​ງານ ​ທີ່​ມີ​ມະນຸດໄປ​ຍັງສະຖານີ​ອະວະກາດ​ນາ​ໆຊາດ ຫລື
ISS ​ໃນ​ກາງ​ປີ 2018.

ທ່ານ​ກ່າວ​ວ່າ ອົງການ NASA ຈະ​ໄດ້​ຮັບ​ສິດ​ຕົ້ນຕໍ ກ່ອນ​ນັກ​ທ່ອງ​ທ່ຽວທັງສອງ​ຄົນ
ຖ້າ​ຫາກ​ອົງການດັ່ງກ່າວ ​ຕ້ອງການ​ໃຫ້​ບັນດາ​ນັກ​ບິນ​ອາ​ວະ​ກາດ​ເດີນທາງ​ໄປ​ປະຕິ
ບັດ​ງງານບິນ​ອ້ອມ​ດວງ​ເດືອນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

SpaceX Moon Mission
please wait
Embed

No media source currently available

0:00 0:02:00 0:00

XS
SM
MD
LG