ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບໍລິສັດ SpaceX ທົດສອບ ຍານອະວະກາດ ສຳລັບ ບັນຈຸນັກບິນ ໃນການເດີນທາງ ໄປຍັງ ສະຖານີອະວະກາດ ສາກົນ

ຈະຫຼວດ ຂອງ SpaceX Falcon 9 ພ້ອມກັບຍານອະວະກາດ ຕົວຢ່າງ ທະຍານຂຶ້ນຈາກຖານສົ່ງ ອັນເປັນການທົດສອບ ການບິນໄປສູ່ ສະຖານີອະວະກາດ ສາກົນ ຈາກຖານສົ່ງ ທີ່ແຫຼມຄານາເວີໂຣລ, ລັດຟລໍຣີດາ, ວັນທີ 2 ມີນາ 2019.
ຈະຫຼວດ ຂອງ SpaceX Falcon 9 ພ້ອມກັບຍານອະວະກາດ ຕົວຢ່າງ ທະຍານຂຶ້ນຈາກຖານສົ່ງ ອັນເປັນການທົດສອບ ການບິນໄປສູ່ ສະຖານີອະວະກາດ ສາກົນ ຈາກຖານສົ່ງ ທີ່ແຫຼມຄານາເວີໂຣລ, ລັດຟລໍຣີດາ, ວັນທີ 2 ມີນາ 2019.

ຍານອະວະກາດສຳລັບບັນຈຸນັກບິນ ແມ່ນກຳລັງເດີນທາງໄປຍັງສະຖານີອະວະກາດ
ສາກົນ ແຕ່ຍານອະວະກາດນີ້ ບໍ່ມີນັກບິນໄປນຳ.

ຫາກແຕ່ວ່າ ມັນໄດ້ບັນຈຸ ຫຸ່ນອັນນຶ່ງແທນ ທີ່ມີຊື່ວ່າ ຣິບປລີ ທີ່ໝາຍເຖິງ ຜູ້ທີ່ສະແດງນຳ
ໃນຮູບເງົາເລື້ອງ ແອລ້ຽນ (Alien).

ທ້າວ ຣິບປລີ ແມ່ນໄດ້ຖືກຕິດຕັ້ງ ອຸປະກອນເຊັນເຊີ ໃສ່ເຕັມໂຕ ເພື່ອຕິດຕາມກວດກາ
ເບິ່ງວ່າ ພວກມະນຸດ ຈະຮູ້ສຶກແນວໃດ ໃນການບິນຂຶ້ນສູ່ອະວະກາດ ຢູ່ໃນຍານອະວະ
ກາດນັ້ນ.

ນັກບິນອະວະກາດ ຂອງອົງການ ນາຊາ ທ່ານ ດັກ ເຮີຣລີ, ຊ້າຍ, ແລະ ທ່ານ ບອບ ເບັນເຄນ Bob Behnken ຕອບຄຳຖາມໃນລະຫວ່າງກອງປະຊຸມຖຸະແຫລງຂ່າວ, ວັນທີ 1 ມີນາ 2019, ກ່ອນໜ້າ ການສົ່ງຈະຫຼວດ Falcon 9 SpaceX Crew Demo-1 ຂຶ້ນ ຢູ່ທີ່ສູນກາງອະວະກາດ ເຄນເນດີ ໃນເມືອງ ເຂບ ຄານາເວີໂຣລ ຂອງລັດຟລໍຣີດາ.

ຍານອະວະກາດ Space X Crew Dragon ດັ່ງກ່າວ ທີ່ບັນຈຸຢູ່ເທິງຫົວຈະຫຼວດ
Falcon 9 ໄດ້ຖະຍານຂຶ້ນຈາກຖານສົ່ງຢ່າງສຳເລັດຜົນ ທີ່ສູນກາງອະວະກາດ
ເຄນເນດີ ຂອງລັດຟລໍຣີດາ ເມື່ອຕອນເຊົ້າໆວັນເສົາມື້ນີ້.

ຍານອະວະກາດ Dragon ຫຼື ມັງກອນ ໄດ້ບັນຈຸເຄື່ອງຂອງສຳພາລະ ແລະອຸປະກອນ
ກວດສອບ ແມ່ນມຸ້ງໜ້າໄປສູ່ ສະຖານີອະວະກາດສາກົນ ແລະຄາດວ່າຈະໄປຮອດ
ໃນຕອນເຊົ້າວັນອາທິດມື້ອື່ນນີ້.

ມັນຈະໃຊ້ເວລາ 5 ວັນ ຢູ່ສະຖານີດັ່ງກ່າວ ບ່ອນທີ່ພວກນັກບິນອະວະກາດ ຈະທຳ
ການທົດສອບຕ່າງໆ ແລະກວດກາເບິ່ງໂຕຖັງຂອງຍານອະວະກາດ ມັງກອນ.

ອົງການການບິນ ແລະອະວະກາດແຫ່ງຊາດ ຫຼື NASA ຂອງສະຫະລັດ ໄດ້ມອບເງິນ
ຫຼາຍລ້ານໂດລາ ໃຫ້ແກ່ ບໍລິສັດ Space X ແລະ ບໍລິສັດ ໂບອິງ ເພື່ອອອກແບບ ແລະ
ດຳເນີນການຍານອະວະກາດ ເພື່ອສົ່ງນັກບິນອະວະກາດທັງຫຼາຍ ຂຶ້ນສູ່ວົງໂຄຈອນ
ຈາກດິນແດນຂອງອາເມຣິກາ ໃນໄລຍະເວລາພາຍໃນປີນີ້.

ມັນຍັງບໍ່ທັນເປັນທີ່ຈະແຈ້ງໃນທັນທີເທື່ອວ່າ ເປົ້າໝາຍດັ່ງກ່າວນັ້ນ ຈະໄດ້ຮັບການ
ບັນລຸຜົນໄດ້ ຫຼືບໍ່.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG