ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ສ​ຕາ​ລິງ ຂອງ SpaceX ໄດ້​ຊະ​ນະ​ສັນ​ຍາຈ້າງ​ ຈາກ​ທຳ​ນຽບ​ຫ້​າ​ແຈ ເພື່ອ​ໃຫ້​ບໍ​ລິ​ການ​ດາວ​ທຽມ ແກ່​ຢູ​ເຄ​ຣນ


ແຟ້ມ - ສາຍ​ອາ​ກາດ​ຂອງ​ລະ​ບົບ​ດາວ​ທຽມ​ສ​ຕາ​ລິງ ທີ່​ບໍ​ລິ​ຈາກ​ໂດຍ​ມະ​ຫາ​ເສດ​ຖີ​ພັນ​ລ້ານ ອີ​ລອນ ມັ​ສ ທີ່​ເມືອງ​ອິ​ສ​ຢຳ ໃນ​ເຂດ​ຄາ​ກີບ ເມື່ອ​ວັນ​ທີ 25 ກັນ​ຍາ 2022 ທ່າມ​ກາງ​ການ​ຮຸນ​ຮານ​ຂອງ​ຣັດ​ເຊຍ​ຕໍ່​ຢູ​ຄ​ຣນ.
ແຟ້ມ - ສາຍ​ອາ​ກາດ​ຂອງ​ລະ​ບົບ​ດາວ​ທຽມ​ສ​ຕາ​ລິງ ທີ່​ບໍ​ລິ​ຈາກ​ໂດຍ​ມະ​ຫາ​ເສດ​ຖີ​ພັນ​ລ້ານ ອີ​ລອນ ມັ​ສ ທີ່​ເມືອງ​ອິ​ສ​ຢຳ ໃນ​ເຂດ​ຄາ​ກີບ ເມື່ອ​ວັນ​ທີ 25 ກັນ​ຍາ 2022 ທ່າມ​ກາງ​ການ​ຮຸນ​ຮານ​ຂອງ​ຣັດ​ເຊຍ​ຕໍ່​ຢູ​ຄ​ຣນ.

ສ​ຕາ​ລິງຂອງ SpaceX ​ຊຶ່ງ​ເປັນຜູ້​ໃຫ້​ບໍ​ລິ​ການ​ໃນ​ການ​ສື່​ສານ​ທາງ​ດາວ​ທຽມ ທີ່​ກໍ່​ຕັ້ງ​ໂດຍ​ມະ​ຫາ​ເສດ​ຖີ​ພັນ​ລ້ານ ອີ​ລອນ ມັ​ສ ເວ​ລານີ້ ​ໄດ້​ຮັບ​ສັນ​ຍາ​ຈາກ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຂອງ​ສະ​ຫະ​ລັດເພື່ອ​ຊື້​ການ​ບໍ​ລິ​ການ​ເຫຼົ່າ​ນັ້ນໃຫ້​ແກ່​ຢູ​ເຄ​ຣນ ນັ້ນ​ຄື​ຄຳ​ເວົ້າ​ຂອງ​ທຳ​ນຽບ​ຫ້າ​ແຈ ໃນ​ວັນ​ພະ​ຫັດ​ວານນີ້ ອີງ​ຕາມ​ລາຍງນ​ອົງ​ການ​ຂ່າວ​ຣອຍ​ເຕີ້.

“ພວກ​ເຮົາ​ຈະ​ສືບ​ຕໍ່​ເຮັດ​ວຽກ​ຢູ່​ໃນ​ຂອບ​ເຂດ​ຂອງ​ພາ​ຄີ​ໂລກ ເພື່ອ​ຄ້ຳ​ປະ​ກັນ​ວ່າ​ຢູ​ເຄ​ຣນ​ມີ​ຄວາມ​ສາ​ມາດທີ່​ປັບ​ປ່ຽນ​ໄດ້ທາງ​ດ້ານ​ດາ​ວ​ທຽມ​ແລະ​ການ​ສື່​ສານ​ຄົມ​ມະ​ນາ​ຄົມ​ຕາມທີ່​ພວກ​ເຂົາ​ເຈົ້າ​ຕ້ອງ​ການ. ການ​ສື່​ສານ​ທາງ​ດ້ານ​ດາວ​ທຽມ​ປະ​ກອບເປັ​ນ​ຊັ້ນໆ​ທີ່​ສຳ​ຄັນ ໃນ​ຕາ​ໜ່າງ​ການ​ສື່​ສານໂດຍ​ທົ່ວ​ໄປ​ຂອງ​ຢູ​ເຄ​ຣນ ແລະ​ທາງ​ກະ​ຊວງ​ໄດ້​ເຊັນ​ສັນ​ຍາ​ກັບ​ສ​ຕາ​ລິງ​ເພື່ອ​ໃຫ້​ການ​ບໍ​ລິ​ການ​ໃນ​ທຳ​ນອງນີ້” ທຳ​ນຽບ​ຫ້າ​ແຈ​ກ່າວ​ຢູ່​ໃນ​ຖະ​ແຫຼງ​ການ.

ສ​ຕາ​ລິງ​ໄດ້​ຖືກ​ໃຊ້​ໂດຍ​ທະ​ຫານ​ຢູ​ເຄ​ຣນ​ເພື່ອ​ດຳ​ເນີນ​ການ​ຫຼາຍໆ​ຢ່າງ ຮວມ​ທັງ​ການ​ສື່​ສານ​ຢູ່​ໃນ​ສະ​ໜາມ​ລົບ.

ບໍ​ລິ​ສັດ SpaceX ​ໂດຍ​ຜ່ານ​ການ​ບໍ​ລິ​ຈາກ​ຂອງ​ເອກ​ກະ​ຊົນ​ແລະ​ພາຍ​ໃຕ້​ສັນ​ຍາ​ທີ່​ມີ​ຂຶ້ນ​ຕ່າງ​ຫາກ​ກັບ​ອົງ​ການ​ໃຫ້​ຄວາມ​ຊ່ວຍ​ເຫຼືອ​ຕ່າງ​ປ​ະ​ເທດ​ຂອງ​ສະ​ຫະ​ລັດ​ໄດ້​ສະ​ໜອງ​ຢູ​ເຄ​ຣນ​ ແລະ​ກອງ​ທັບ​ຂອງ​ປະ​ເທດ​ດັ່ງ​ກ່າວ ການ​ບໍລິ​ການ​ທາ​ງ​ອິນ​ເຕີ​ແນັດ​ຂອງ​ສ​ຕາ​ລິງ ຊຶ່ງ​ເປັນ​ຕາ​ໜ່າງ​ທີ່​ພວມ​ມີ​ການ​ເຕີບ​ໂຕ​ຢ່າງວ່ອງ​ໄວ​ຂອງ​ດາວ​ທຽມ​ຫຼາຍກວ່າ 4,000 ໜ່ວຍ ຢູ່​ໃນ​ວົງ​ໂຄ​ຈອນ​ລະ​ດັບ​ຕ່ຳ​ຂອງ​ໂລກນັບ​ແຕ່​ເລີ້ມ​ເຮັດ​ສົງ​ຄາມ​ມາ​ໃນ​ປີ 2022.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG