ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ມະ​ຫາ​ເສດ​ຖີ ​ຍີ່​ປຸ່ນ ຈະເປັນ​ ຜູ້​ໂດຍ​ສານ ຄົນ​ທຳ​ອິດ ​ທີ່​ຈະ​ເດີນ​ທາງ ​ໄປ​ຍັງດວງ​ເດືອນ

ທ່ານມາອີ​ຊາ​ວະ ມະ​ຫາ​ເສດ​ຖີຊາວ​ຍີ່​ປຸ່ນ ເຈົ້າ​ຂອງ​ບໍ​ລິ​ສັດ​ຂາຍ​ເສື້ອ​ຜ້າ ຍີ່​ຫໍ້ໂຊ​ໂຊ ​ທາງ​ອິນ​ເຕີ​ແນັ​ດ ທີ່​ກ່າວ​ໃນ​ງານ​ເປີດ​ຕົວ​ຢ່າງເປັນ​ທາງ​ການ​ຂອງ​ບໍ​ລິ​ສັດ Start Today Co, ໃນ​ໂຕ​ກຽວ, ຍີ່​ປຸ່ນ, 3 ກໍ​ລະ​ກົດ 2018.

ນັກ​ທຸ​ລະ​ກິດ​ທີ່​ມີ​ຊື່​ສຽງ​ຂອງ​ຍີ່​ປຸ່ນທ່ານ​ນຶ່ງ ໄດ້​ລົງ​ນາມ​ໃນ​ຂໍ້​ຕົກ​ລົງ​ທີ່​ຈະ​ເປັນ​ຜູ້​ໂດຍ​ສານ
​ຄົນ​ທຳ​ອິດ ທີ່​ຈະ​ບິນ​ໄປ​ກັບ​ຍານ​ອ​ະ​ວະ​ກາດ SpaceX ​ຊຶ່ງ​ເປັນຂອງ​ບໍ​ລິ​ສັດ​ເອກ​ກະ​ຊົນ
ໄປ​ຍັງ​ດວງ​ເດືອນ.

ຜູ້​ກໍ່​ຕັ້ງແລະ​ຜູ້​ບໍ​ລິ​ຫານ​ບໍ​ລິ​ສັດ SpaceX ທ່ານ ອີ​ລອນ ແມສຄ໌ ໄດ້​ແນະ​ນຳໃຫ້​ທ່ານຢູ​ຊາ​ກູ
ມາ​ອີ​ຊາ​ວະ ໃນ​ພິ​ທີ​ເປີດງານ​ໃນແລງວັນ​ຈັນ​ວານ​ນີ້ ໃນສູນ​ກາງ​ສຳ​ນັກ​ງານ​ໃຫຍ່
ແລະ​ໂຮງ​ງານ ໃນ​ເມືອງ​ຮໍທອ​ຣນ, ລັດຄາ​ລີ​ຟໍ​ເນຍ ໃນ​ເຂດ​ຊານ​ເມືອງນະ​ຄອນ​ລອ​ສ
ແອນເຈີ​ລິ​ສ. ມະ​ຫາ​ເສດ​ຖີຊາວ​ຍີ່​ປຸ່ນ ເຈົ້າ​ຂອງ​ບໍ​ລິ​ສັດ​ທີ່​ຂາຍ​ເສື້ອ​ຜ້າຍີ່​ຫໍ້ໂຊ​ໂຊ
​ທາງ​ອິນ​ເຕີ​ແນັ​ດຈະ​ທຳ​ການ​ໂຄ​ຈອນໄປ​ຍັງດວງ​ເດືອນ ດ້ວຍ​ຈະຫຼວດ​ທີ່​ໃຫຍ່​ສຸດ​ຂອງ​
ບໍ​ລິ​ສັດ​ດັ່ງ​ກ່າວ​ທີ່ ເອີ້ນ​ວ່າ ຟາ​ລ​ຄອນ ໃນ​ປີ 2023. ທ່ານມາ​ອີ​ຊາ​ວະ ຈ່າຍ​ເງິນ​ໃຫ້​ບໍ​ລິ​ສັດ SpaceX ດ້ວຍ​ຈຳ​ນວນ​ເງິນ​ທີ່​ບໍ່​ໄດ້​ເປີດ​ເຜີຍ ເພື່ອ​ການທ່ອງ​ທ່ຽວ​ນີ້​ ຊຶ່ງ​ທ່ານ ແມສຄ໌
ໄດ້​ກ່າວ​ວ່າຈະ​ນຳ​ເອົາ​ເງິນ​ຈຳ​ນວນ​ນີ້​ເຂົ້າ​ໃນຄ່າ​ໃຊ້​ຈ່າຍ​ຂອງ​ການ​ພັດ​ທະ​ນາ​ຈະ​ຫຼວດ​ໃໝ່.

BFR ຂອງ SpaceX ໄດ້​ເປີດ​ຕົວ​ພາ​ຫະ​ນະ ທີ່​ເຫັນ​ໃນ​ພາບ​ຂອງ​ເອກ​ກະ​ສານ​ທີ່​ນຳ​ເຜີຍ​ແຜ່ວັນ​ທີ 14 ກັນ​ຍາ 2018.
BFR ຂອງ SpaceX ໄດ້​ເປີດ​ຕົວ​ພາ​ຫະ​ນະ ທີ່​ເຫັນ​ໃນ​ພາບ​ຂອງ​ເອກ​ກະ​ສານ​ທີ່​ນຳ​ເຜີຍ​ແຜ່ວັນ​ທີ 14 ກັນ​ຍາ 2018.

ທ່ານມາ​ອີ​ຊາ​ວະ ໄວ 42 ປີ ເຈົ້າ​ຂອງ​ນັກ​ສະ​ສົມ​ງານ​ລິນ​ລະ​ປະ ທີ່​ຫາ​ກໍ​ຈ່າຍ​ເງິນ 110
ລ້ານ​ໂດ​ລາ ສຳ​ຫຼັບພາບ​ວາດ ໂດຍ​ສິ​ລະ​ປິນ ມື້​ລາງ ຈີນ-ມິ​ແຊ​ລ ບາ​ສກີ​ແອ​ຕ
(Jean-Michel Basquiat), ໄດ້​ກ່າວ​ວ່າ ທ່ານ​ຈະ​ເຊື້ອ​ເຊີນ ສິນ​ລະ​ປິນ 6 ຫາ 8 ຄົນ
ຮ່ວມ​ເດີນ​ທາງ​ໄປ​ກັບ​ທ່ານ ໃນ​ການ​ທ່ອງທ່ຽວ​ຊົມອະ​ວະ​ກາດ ແລະ​ໃຫ້​ພວກສິນ​ລະ​ປິນ
ໃຫ້​ສ້າງ​ງານ​ສິນ​ລະ​ປະ "ເພື່ອ​ເປັນ​ແຮງ​ດົນ​ໃຈ​ໃຫ້​ພວກ​ເຮົາ​ໝົດ​ທຸກ​ຄົນ."

ຖ້າ​ຫາກວ່າ​ແຜນ​ການ​ໄດ້​ໄປ​ຕາມ​ສິ່ງ​ທີ່​ພວກ​ເຮົາ​ໄດ້​ວາງ​ແຜນ​ໄວ້​ແລ້ວ​ນັ້ນທ່ານມາອີ​ຊາ​ວະ
ແລະ​ບັນ​ດາ​ແຂກ​ຂອງ​ທ່ານ ຈະ​ເປັນ​ພວກທຳ​ອິດ​ທີ່​ຈະ​ທ່​ອງ​ທ່ຽວ​ໄປ​ຍັງ​ດວງເດືອນ ນັບ​ຕັ້ງ
​ແຕ່ ປີ 1972 ​ເປັນ​ຕົ້ນ​ມາ ເວ​ລາຍານ​ອະ​ວະ​ກາດ ອາ​ໂປ​ໂລ ​ຂອງ​ສະ​ຫະ​ລັດ ໄດ້​ເດີນ
​ທາງ​ກັບ​ຄືນ​ສູ່​ພື້ນ​ດິນນັ້ນ.

ອ່ານ​ຂ່າວນີ້ເປັນ​ພາ​ສາ​ອັງ​ກິດ​ເພີ້ມ​ຕື່ມ

ຈະ​ຫຼວດ​ຂະ​ໜາດ​ແຮງ ພຸ່ງ​ສູ່​ອາ​ກາດໃນ​ການ​ໂຄ​ຈອນ​ຄັ້ງ​ປະ​ຫວັດ​ສາດ 39-A ໃນ​ຖານ​ອະ​ວະ​ກາດ​ເຄັນ​ເນີ​ດີ ທີ່​ເຄບ​ຄອດ ຄາ​ນາ​ໂວ, ຟ​ລໍ​ຣີ​ດາ, 6 ກັນ​ຍາ 2018.
ຈະ​ຫຼວດ​ຂະ​ໜາດ​ແຮງ ພຸ່ງ​ສູ່​ອາ​ກາດໃນ​ການ​ໂຄ​ຈອນ​ຄັ້ງ​ປະ​ຫວັດ​ສາດ 39-A ໃນ​ຖານ​ອະ​ວະ​ກາດ​ເຄັນ​ເນີ​ດີ ທີ່​ເຄບ​ຄອດ ຄາ​ນາ​ໂວ, ຟ​ລໍ​ຣີ​ດາ, 6 ກັນ​ຍາ 2018.

XS
SM
MD
LG