ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຈະຫຼວດ ສົ່ງຍານ ອະວະກາດ SpaceX ລະເບີດ ທີ່ຖານຍິງ ຢູ່ລັດຟລໍຣິດາ


ຄວັນກຸ້ມຂຶ້ນ ຈາກຖານຍິງຈະຫຼວດ ສົ່ງຍານອະວະກາດ SpaceX
ຄວັນກຸ້ມຂຶ້ນ ຈາກຖານຍິງຈະຫຼວດ ສົ່ງຍານອະວະກາດ SpaceX

ດາວ​ທຽມ​ໜ່ວຍ​ນຶ່ງ​ທີ່​ຖືກ​ທຳລາຍເວລາ​ຈະ​ຫຼວດຂອງ​ຍານ​ອະວະກາດ SpaceX ​ລະ​ເບີດ​ຂຶ້ນທີ່​ຖານ​ຍິງ​ຢູ່​ລັດ​ຟລໍຣິດາ ​ໃນ​ວັນ​ພະຫັດ​ວານ​ນີ້ ​ແມ່ນ​ແນ​ໃສ່​ເພື່ອ​ຈະ ສົ່ງ​ສັນຍານ​ທາງ​ອິນ​ເຕີ​ແນັດ​ຄວາມ​ໄປ​ສູງ ​ໄປ​ຍັງ​ທະວີບອາ​ຟຣິກາ ​ເພື່ອ​ໃຊ້​ສຳລັບເຟສບຸກ.

ບໍ່​ມີ​ຜູ້​ໃດ​ໄດ້​ຮັບ​ບາດ​ເຈັບ ​ເວລາ​ຈະ​ຫຼວດລະ​ເບີດ​ຂຶ້ນທີ່​ຖານ​ຍິງ ຢູ່​ແຫຼມ Cana-veral. ຜູ້​ຄົນ​ທີ່​ເຮັດ​ວຽກ​ຢູ່​ຕາມ​ຕຶກ​ອາຄານ​ທີ່​ຕັ້ງຫ່າງ​ອອກ​ໄປ​ຫຼາຍໆ​ກິ​ໂລ​ແມັດກໍ​ໄດ້​ຮູ້ສຶກ​ເຖິງ​ແຮງ​ສັ່ນ​ສະ​ເທືອ​ນ ຊຶ່ງ​ໄດ້​ເກີີດ​ຂຶ້ນ ໃນ​ຂະນະ​ທີ່​ພວມ​ມີ​ການກວດ​ສອບ ຈະ​ຫຼວດດັ່ງກ່າວ ຕາມ​ ປົກກະຕິກ່ອນໝາຍ​ກຳນົດການ​ຍິງ​ຂຶ້ນ​ໃນ​ວັນ​ເສົາ​ມື້ອື່ນ​ນີ້.

ຈະ​ຫຼວດ Falcon 9 ​ໄດ້​ລຸກ​ໄໝ້​ເປັນ​ແປວ​ໄຟ​ຂະໜາດ​ໃຫຍ່ ​ແລະ​ຄວັນສີດຳ​ກຸ້ມຂຶ້ນ​ຈາກ​ ຖານ​ຍິງ. ດາວ​ທຽມ​ທີ່​ສ້າງ​ໂດຍ​ອິສຣາ​ແອ​ລໜ່ວຍ​ນີ້ ​ໄດ້​ຕົກລົງ​ສູ່​ພື້ນດິນ ​ໃນ​ຂະນະ​ທີ່​ຈະ​ຫຼວດລະ​ເບີດ​ຂຶ້ນ ​ແຕ່​ດາວ​ທຽມ​ກໍ​ຖືກ​ທຳລາຍ​ດ້ວຍ.

ການລະ​ເບີດ​ຂອງ​ຈະ​ຫລວດດັ່ງ​ກ່າວ​ ​ເປັນ​ສະພາບ​ການ​ຖອຍຫຼັງທີ່​ສຳຄັນ​ສຳລັບ​ບໍລິສັດ​ອະວະກາດ SpaceX ຂອງ​ສະຫະລັດ ​ແລະ​ຄູ່​ຮ່ວມ​ງານ​ຂອງ​ຕົນ ຮວມທັງບໍລິສັດ​ອະວະ ກາດ​ອິສຣາ​ແອ​ລຊຶ່ງ​ກ່າວ​ວ່າ ອາດ​ຈະ​ໃຊ້​ເວລາ​ດົນ​ເຖິງ 3 ປີ​ເພື່ອຈະ​ສ້າງ​ດາວ​ທຽມ​ໜ່ວຍ​ໃໝ່​ແທນ​ໄດ້.

ທ່ານ Mark Zuckenberg ຜູ້​ກໍ່ຕັ້ງບໍລິສັດ​ເຟສບຸກທີ່​ກຳລັງ​ຢ້ຽມຢາມ​ອາ​ຟຣິກາ ​ໃນ​ວັນ​ພະຫັດ​ວານ​ນີ້ ກ່າວ​ວ່າ ທ່ານ​ຮູ້ສຶກ​ເສຍ​ໃຈ​ເປັນ​ທີ່​ສຸດກ່ຽວ​ກັບ​ການ​ສູນ​ເສຍດາວ​ທຽມ ທີ່​ ແນ​ໃສ່​ເພື່ອ​ຂະຫຍາຍ​ການ​ບໍລິການ​ທາງ​ອິນ​ເຕີ​ແນັດ ​ຢູ່​ໃນ​ເຂດ​ພາກ​ໃຕ້​ ທະ​ເລ​ຊາຍ​ຊາ​ຮາຣາ​ໃນ​ອາ​ຟຣິກາ​ແລະ​ເຂດ​ສອກຫຼີກຫ່າງໄກອື່ນໆ​ຂອງ​ໂລກ.

ທ່ານ Zuckenberg ກ່າວ​ວ່າ “ດາວ​ທຽມ​ຂອງ​ພວກ​ເຮົາຈະ​ສະໜອງ​ການ​ເຊື່ອມ​ໂຍງ​ໃຫ້​ແກ່​ຫລາຍໆ​ບໍລິສັດ ​ແລະ​ຜູ້​ຄົນ​ອື່ນໆ​ອີກ​ໃນ​ທົ່ວທັງ​ທະວີບ​.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ໂທລະພາບຂອງວີໂອເອລາວ ວັນທີ 19 ເມສາ 2024

XS
SM
MD
LG