ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຍານອະວະກາດ SpaceX ທີ່ບໍ່ມີຄົນຂັບ ​ທະຍານຂຶ້ນສູ່ ທ້ອງຟ້າ


ຈະຫລວດ Falcon 9 ທີ່ຂັບດັນຍານອະວະກາດ SpaceX ທະຍານຂຶ້ນສູ່ທ້ອງຟ້າ ຈາກຖານສົ່ງ.
ຈະຫລວດ Falcon 9 ທີ່ຂັບດັນຍານອະວະກາດ SpaceX ທະຍານຂຶ້ນສູ່ທ້ອງຟ້າ ຈາກຖານສົ່ງ.

ຈະຫລວດທີ່ຂັບດັນຍານ​ອະວະກາດ SpaceX ທີ່​ບໍ່​ມີ​ຄົນ​ຂັບ
ຊຶ່ງລຳລຽງ​ ອາຫານ ​ເຄື່ອງທົດ​ລອງ​ ແລະ​ສິ່ງ​ຂອງ​ຕ່າງໆ ​ໜັກ
2,300 ກິໂລກຣາມໄປ​ຍັງສະຖານີອະວະກາດ​ນາໆ​ຊາດ ​ໄດ້
ທະຍານຂຶ້ນສູ່ທ້ອງຟ້າ ໃນ​ວັນ​ເສົາ​ມື້​ນີ້.

‘ສີ່ ສາມ ສອງ ນຶ່ງ ສູນ ​ແລະຈະຫລວດ Falcon 9 ທີ່ຂັບດັນ
ຍານອະວະກາດ SpaceX ກໍທະຍານຂຶ້ນສູ່ທ້ອງຟ້າ ເພື່ອ
ນຳເອົາເຄື່ອງຂອງ ແລະສຳພາລະຕ່າງໆ ໄປສົ່ງໃຫ້ສະຖານີ​
ອະວະກາດ​ນາໆ​ຊາດ.

​ໃນ​ຂະນະ​ທີ່​ຈະ​ຫລວດ​ມຸ່ງໜ້າໄປສູ່ສະຖານີ​ອະວະກາດນາໆ
ຊາດນັ້ນ ຈະຫລວດ ທີ່ປະສົບກັບຄວາມລົ້ມ​ແຫລວ ໃນ​ຄວາມພະຍາຍາ​ມແບບທີ່​ບໍ່​ເຄີຍ
ມີ​ມາ​ກ່ອນເພື່ອ ຈະໄປລົງຈອດທາງ​ຕັ້ງ ​ຢູ່​ເທິງ​ລານຈອດ ​ໃນມະຫາ​ສະ​ມຸດ Atlantic.

​ບໍລິສັດ ທີ່ມີສຳນັກງານ​ ຕັ້ງ​ຢູ່​ລັດຄາລິ​ຟໍ​ເນຍ ທີ່ນຳພາ​ໂດຍມະຫາ​ເສດຖີ Elon Musk
ກ່າວ​ຜ່ານທາງ Twitter ຂອງທ່ານ ປະມານ​ນຶ່ງ​ຊົ່ວ​ໂມງ ຫລັງ​ຈາ​ກ​ທີ່ຈະຫລວດ ໄດ້ລົງ ຈອດແບບເສຍທ່າ. ທ່ານ​ອະທິ​ບາຍ​ວ່າ ການ​ລົງຈອດ “ແມ່ນ ໃກ້​ຄຽງ ​ແຕ່​ບໍ່​ມີ​ການ​ສະ
ຫລອງ​ກັນ” ໝາຍ​ຄວາມ​ວ່າ ການ​ລົງຈອດ​ບໍ່​ເປັນທີ່​ສຳ​ເລັດ. ​ແຕ່​ທ່ານ​ກໍກ່າວ​ວ່າ ການ​
ປະຕິບັດ​ງານ “​ເປັນ​ໄປດ້ວຍ​ດີ​” ​ສຳຫລັບການເຮັດໜ້າທີ່ ໃນອະນາຄົດ.

ຄວາມ​ຫລົ້ມ​ແຫຼວ​ຂອງ​ຈະຫລວດນີ້ ບໍ່​ໄດ້ມີອິດທິພົນໃດໆ ​ຕໍ່​ຜົນ​ສຳ​ເລັດ​ຂອງຈະຫຼວດ
ໃຫຍ່ ໃນ​ການ​ປະຕິບັດ​ງານເດີນທາງໄປສູ່ສະຖານີ​ອະວະກາດນາໆຊາດ.

ຈະ​ຫລວດຂັບດັນ ຕາມ​ທຳມະ​ດາ​ແລ້ວ ແມ່ນ​ຕົກ​ລົງໃສ່ທະ​ເລ ​ແຕ່​ບັນດາ​ເຈົ້າ​ໜ້າ​ທີ່ບໍລິ
ສັດ SpaceX ກ່າວ​ວ່າ ຄວາມສາມາດໃນການ​ນຳເອົາຈະ​ຫລວດມາ​ໃຊ້ຄືນໃໝ່ໄດ້ນັ້ນ
ເປັນຊ່ອງທາງນຶ່ງທີ່​ຈະລົດ​ຄ່າໃຊ້​ຈ່າຍລົງ ​ແລະເລັ່ງລັດການ​ປະຕິບັດ​ງານໃຫ້​ໄວ​ຂື້ນໄດ້.

US ROCKET LAUNCH VO
please wait
Embed

No media source currently available

0:00 0:01:16 0:00

XS
SM
MD
LG