ຍານອາວະກາດຂົນສົ່ງພານິດ SpaceX ໄດ້ຖືກສົ່ງຂຶ້ນສູ່ອາວະ
ກາດ ຢ່າງສຳເລັດຜົນ ຈາກຖານສົ່ງທີ່ Cape Canaveral ລັດ
ຟລໍຣິດາ ທາງພາກຕາເວັນອອກສຽງໃຕ້ ຂອງສະຫະລັດ ເພື່ອ
ນຳເອົາສຳພາລະ ແລະເຄື່ອງທົດລອງຕ່າງໆ ໄປສົ່ງໃຫ້ສະຖານີ
ອາວະກາດນາໆຊາດ ຫຼື ISS.
ຍານອາວະກາດດັ່ງກ່າວ ທີ່ຕິດຢູ່ປາຍຈະຫລວດ Falcon Nine
ໄດ້ຖືກສົ່ງຂຶ້ນໄປ ເມື່ອເວລາ 1 ໂມງ 52 ນາທີ ເຊົ້າວັນອາທິດມື້ນີ້
ຕາມ ເວລາທ້ອງຖິ່ນ ແລະ ຄາດວ່າຈະໄປເຖິງສະຖານີ ISS ໃນ
ຕອນເຊົ້າ ຂອງວັນອັງຄານ ຈະມາເຖິງນີ້.
ສະພາບອາກາດໃນວັນທິດມື້ນີ້ ແມ່ນດີເລີດສຳຫລັບການສດົ່ງຍານອາວະກາດດັ່ງກ່າວ ບໍ່ຄືກັບວັນເສົາວານນີ້ ທີ່ມີຝົນຕົກ ຊຶ່ງໄດ້ກົດດັນໃຫ້ເລື່ອນເວລາ ໃນການສົ່ງຍານອອກໄປ.
ສຳພາລະຕ່າງໆທີ່ມີນ້ຳໜັກຈຳນວນ ຫຼາຍກວ່າ 2,200 ກິໂລກຣາມ ແມ່ນລວມທັງເຄື່ອງ
ພິມ 3 ມິດຕິ ອັນທຳອິດທີ່ຈະນຳໄປໃຊ້ຢູ່ໃນສະຖານີອາວະກາດນາໆຊາດນັ້ນ.
ອົງການອາວະກາດຂອງສະຫະລັດ ມີຈິນຕະນາການວ່າ ມື້ໜຶ່ງ ຈະໄດ້ເຫັນພວກນັກອາວະກາດ ໃຊ້ເຄື່ອງພິມດັ່ງກ່າວ ຜະລິດຊິ້ນສ່ວນຕ່າງໆທີ່ຕົນຕ້ອງການ.
ພາລະກິດນຳເອົາສຳພາລະໄປສົ່ງໃຫ້ສະຖານີອາວະກາດຄັ້ງນີ້ ແມ່ນເປັນເທື່ອທີ 5 ແລ້ວ
ສຳຫລັບຍານ SpaceX.