ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໕ ມັງກອນ ໒໐໒໕

ຈະຫຼວດ ຟອລກັນ ແຮັບວີ ຂອງ ບໍລິສັດ SpaceX ປະຕິບັດ ພາລະກິດ ດ້ານການຄ້າ ເທື່ອທຳອິດ

ຈະຫຼວດທີ່ມີຊື່ວ່າ ຟອລກັນ ແຮັບວີ ທີ່ບັນທຸກ ດາວທຽມໂທລະຄົມ ທະຍານຂຶ້ນ ຈາກຖານຍິງ 39A ຢູ່ທີ່ສູນກາງອະວະກາດເຄັນເນດີ ຢູ່ເຄບ ຄານາເວີໂຣ ລັດຟລໍຣີດາ, ວັນທີ 11 ເມສາ 2019.
ຈະຫຼວດທີ່ມີຊື່ວ່າ ຟອລກັນ ແຮັບວີ ທີ່ບັນທຸກ ດາວທຽມໂທລະຄົມ ທະຍານຂຶ້ນ ຈາກຖານຍິງ 39A ຢູ່ທີ່ສູນກາງອະວະກາດເຄັນເນດີ ຢູ່ເຄບ ຄານາເວີໂຣ ລັດຟລໍຣີດາ, ວັນທີ 11 ເມສາ 2019.

ບໍລິສັດ SpaceX ປະສົບຜົນສຳເລັດ ໃນການສົ່ງຈະຫຼວດ ທີ່ມີປະສິດທິພາບ ແຮງສຸດ
ໃນໂລກ ເປັນຄັ້ງທີສອງ.

ຈະຫຼວດທີ່ມີຊື່ວ່າ ຟອລກັນ ແຮັບວີ (Falcon Heavy) ໄດ້ຖືກຍິງຂຶ້ນເປັນ​ເທື່ອ​ທຳ​ອິດ
ໃນ​ການ​ປະ​ຕິ​ບັດພາລະກິດດ້ານ​ການ​ຄ້າໃນຄ່ຳຄືນວັນພະຫັດວານນີ້ຈາກ ສູນກາງ ອະວະກາດເຄັນເນດີ ຂອງອົງການນາຊາ ໃນລັດຟລໍຣີດາ ທາງພາກຕາເວັນອອກສຽງ
ໃຕ້ຂອງສະຫະລັດ.

ຈະຫຼວດດັ່ງ​ກ່າວ ແມ່ນ​ບັນ​ທຸກ ດາວທຽມພານິດ ຂອງຊາອຸດີອາຣາເບຍ.

ການສົ່ງຂຶ້ນເທື່ອທຳອິດ ຂອງຈະຫຼວດດັ່ງກ່າວ ​ແມ່ນ​ເປັນ​ການທົດສອບ ໃນປີ 2018
ຊຶ່ງມັນໄດ້ບັນທຸກລົດແຂ່ງສີແດງຂອງບໍລິສັດ Tesla ຂຶ້ນສູ່ອະວະກາດ.

ບໍ​ລິ​ສັດ SpaceX ແມ່ນ​ເປັນ​ຂອງ​ນັກ​ວິ​ສາ​ຫະ​ກິດ Elon Musk ແລະ​ທ່ານ​ຍັງເປັນ
​ຜູ້​ບໍ​ລິ​ຫານ​ງານ ​ຫຼື CEO ຂອງ​ບໍ​ລິ​ສັດ​ລົດ​ໄຟ​ຟ້າ Tesla ນຳ​ດ້ວຍ.

ແປດນາທີ ຫຼັງຈາກຈະຫຼວດໄດ້ທະຍານຂຶ້ນ, ທ່ອນຈະຫຼວດສົ່ງຂັ້ນທຳອິດ 2 ທ່ອນ ຂອງບໍລິສັດ SpaceX ບິນລົງຈອດຄຽງຂ້າງກັນ ຢູ່ທີ່ສູນກາງອະວະກາດ ເຄັນເນດີ ຂອງອົງການນາຊາ ໃນເຂດ Cape Canaveral, ລັດຟລໍຣີດາ, ວັນທີ 11 ເມສາ 2019.

​ສ່ວນນຶ່ງຂອງແບບຢ່າງດ້ານການເງິນຂອງບໍລິສັດ SpaceX ແມ່ນການນຳເອົາ ພວກ
ທ່ອນຈະຫຼວດ ກັບຄືນມາໃຊ້ອີກ ​ໂດຍເຮັດໃຫ້ພວກຈະ​ຫຼວດ​ເຫຼົ່າ​ນີ້ ໄປ​ລົງຈອດຢູ່ບ່ອນ
​ທີ່​ກຳ​ນົດ​ໄວ້ ຫຼັງຈາກໄດ້ຍິງຂຶ້ນໄປແລ້ວ.

ບໍ່ເທົ່າໃດນາທີ ຫຼັງຈາກທີ່ໄດ້ທະຍານຂຶ້ນ ໃນວັນພະຫັດວານນີ້ ທ່ອນ​ຈະ​ຫຼວດ​ສົ່ງ
ທັງ​ສາມ ກໍໄດ້ບິນກັບຄືນສູ່ໂລກ ຢ່າງສຳເລັດຜົນ.

ຈະຫຼວດ Falcon Heavy ໄດ້ຖືກອອກແບບ ໂດຍ​ຕົ້ນ​ຕໍ່​ແລ້ວ ເພື່ອຈະສົ່ງມະນຸດໄປຍັງ
ດວງເດືອນ ຫຼືດາວພະອັງຄານ ແຕ່ນັບຕັ້ງແຕ່ນັ້ນມາ ທ່ານມັສຄ໌ ກໍ​ໄດ້ ຫັນປ່ຽນຈະ​ຫຼວດ
ດັ່ງກ່າວ ໃຫ້ເປັນຍານບັນທຸກອຸປະກອນ ແລະສຳພາລະຕ່າງໆ ບິນໄປຍັງຈຸດໝາຍ
ປາຍທາງ ທີ່​ຢູ່​ເລິກ​ເຂົ້າ​ໄປ ໃນອະວະກາດ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG