ບັນຫາທາງດ້ານເທັກນິກໄດ້ບັງຄັບໃຫ້ບໍລິສັດ SpaceX ຕ້ອງໄດ້ຢຸດເຊົາໃນອັນທີ່ອາດຈະເປັນ
ການສົ່ງຍານອະວະກາດ ທີ່ເອກກະຊົນເປັນເຈົ້າຂອງ ເທື່ອທຳອິດ ໄປຍັງສະຖານີອະວະກາດ
ນາໆຊາດ.
ການສົ່ງຍານອະວະກາດ Dragon Capsule ຈາກແຫຼມ Canaveral ລັດຟລໍຣິດາໃນຕອນ
ເຊົ້າມືດ ໄດ້ຖືກຍົກເລີກບໍ່ເທົ່າໃດນາທີກ່ອນທີ່ການສົ່ງຍານດັ່ງກ່າວຈະເລີ່ມຂຶ້ນໃນວັນເສົາມື້ນີ້.
ເບິ່ງວີດີໂອ countdown ແຕ່ຍານບໍ່ຂຶ້ນ:
ແຜນການ ໃນຂັ້ນຕົ້ນກໍຄືວ່າ ຈະລອງສົ່ງອີກເທື່ອໃໝ່ ໃນຕອນເຊົ້າຂອງວັນອັງຄານຈະມານີ້.
ເຄື່ອງຄອມພິວເຕີ້ໄດ້ກວດພົບບັນຫາ ກ່ຽວກັບເຄື່ອງຈັກເຄື່ອງນຶ່ງແລະກໍໄດ້ຍົກເລີກການພະ
ຍາຍາມສົ່ງຍານດັ່ງກ່າວໃນວັນເສົາມື້ນີ້ໃນເວລາທີ່ເຄື່ອງຈັກພວມຈະເລີ້ມເຮັດວຽກ.
ຈະຫຼວດທີ່ມີຮູບຮ່າງຍາວ ແລະບອບບາງສີຂາວລຳນີ້ແມ່ນບໍລິສັດ SpaceX ທີ່ມີສຳນັກງານຢູ່
ລັດຄາລີຟໍເນຍເປັນເຈົ້າຂອງ. ຍານອະວະກາດລຳນີ້ຈະລຳລຽງສຳພາລະຕ່າງໆໄປຍັງສະຖານີ
ອະວະກາດນາໆຊາດ.
ໃນການຖະແຫຼງຂ່າວ ໃນມື້ວັນສຸກ ວານນີ້ ທ່ານນາງ Gwynn Shotwell ປະທານບໍລິສັດ
SpaceX ກ່າວວ່າ ບໍລິສັດຂອງທ່ານຫວັງວ່າຈະໄດ້ເປັນພາກສ່ວນຂອງກຸ່ມນ້ອຍໆທີ່ສົ່ງຍານ
ອະວະກາດໄປຍັງສະຖານະອະວະກາດນາໆຊາດ.
ທ່ານນາງ Shotwell ເວົ້າວ່າ ມີພຽງແຕ່ 4 ປະເທດທໍ່ນັ້ນ ທີ່ໄດ້ສົ່ງຍານອະວະກາດ ຂຶ້ນໄປ
ເຊື່ອມຕໍ່ ກັບສະຖານີອະວະກາດນາໆຊາດ. ນັ້ນກໍຄືຢູໂຣບ ຣັດເຊຍ ສະຫະລັດ ແນ່ນອນ
ແລະຍີ່ປຸ່ນ. ດັ່ງນັ້ນແນ່ນອນພວກເຮົາຈຶ່ງໃຫ້ການເຄົາລົບ ຕໍ່ການທີ່ໄດ້ມີໂອກາດເພື່ອພະຍາ
ຍາມດຳເນີນການດັ່ງກ່າວ.
ເບິ່ງວີດີໂອຖະແຫລງຂ່າວ ກ່ຽວກັບສາເຫດຍານບໍ່ຂຶ້ນ:
ຍານ Dragon Capsule ລຳລຽງເຄື່ອງຂອງໜັກ 544 ກິໂລ ສຳລັບຖ້ຽວບິນທີ່ເປັນການ
ທົດລອງໃນຄັ້ງນີ້
ເຄື່ອງທີ່ລຳລຽງຂຶ້ນໄປດັ່ງກ່າວບໍ່ໄດ້ຖືວວາເປັນສິ່ງທີ່ຈຳເປັນສຳຫຼັບພວກນັກບິນອະວະກາດ
ຢູ່ທີ່ສະຖານະອະວະກາດນາໆຊາດ
ບໍລິສັດ SpaceX ໄດ້ຮັບເງິນຫຼາຍກວ່າ 380 ລ້ານໂດລາຈາກອົງການອະວະກາດຂອງສະ
ຫະລັດຫຼື NASA ຊຶ່ງໄດ້ປົດກະສຽນຝງຍານອະວະກາດໄປກັບຂອງຕົນໃນປີກາຍນີ້.