ຍານອະວະກາດລຳລຽງສຳພາລະ ທີ່ເອກະຊົນສ້າງແລະເປັນຂອງເອກະຊົນ ກໍາລັງເດີນທາງກັບຄືນສູ່ໂລກມະນຸດ ຫຼັງຈາກປະສົບຜົນສໍາເລັດໃນການທົດລອງບິນໄປຍັງສະຖານີອະວະກາດນາໆຊາດ.
ພວກນັກບິນອະວະກາດ ປະຈໍາສະຖານີອະວະກາດນາໆຊາດ ໄດ້ປ່ອຍຍານ Dragon ໃນຕອນເຊົ້າຂອງວັນພະຫັດມື້ນີ້ ຈາກເຄື່ອງຈັບທີ່ເປັນຫຸ່ນຍົນຂອງສະຖານີ ເພື່ອໃຫ້ຍານລຳນີ້ເລີ່ມການບິນທົດລອງຄັ້ງປະຫວັດສາດຊ່ວງສຸດທ້າຍຂອງຕົນ. ການປ່ອຍຍານດັ່ງກ່າວແມ່ນໄດ້ໃຊ້ເວລາຊົ່ວໂມງກວ່າໆ ຫຼັງຈາກພວກນັກບິນອະວະກາດເທິງສະຖານີອະວະກາດນາໆຊາດ ປົດຍານອອກຈາກບ່ອນຈອດ ແລະກໍໄດ້ຍູ້ຍານອອກໄປຈາກສະຖານີ ທີ່ ກຳລັງໂຄຈອນອ້ອມໂລກຢູ່ນັ້ນ.
ຖ້າຫາກບໍ່ມີອຸບັດເຫດໃດໆແລ້ວ ຍານອະວະກາດທີ່ບໍ່ມີຄົນຂັບລຳນີ້ກໍຈະກັບຄືນເຂົ້າສູ່ບັນຍາກາດຂອງໂລກແລະຕົກລົງໃສ່ມະຫາສະມຸດປາຊິຟິກ ນອກຝັ່ງລັດແຄລິຟໍເນຍ ພາຍໃນຕອນເກືອບທ່ຽງ ຕາມເວລາທ້ອງຖິ່ນຄື 11 ໂມງ 44 ນາທີ ມື້ນີ້.
ຍານອະວະກາດ Dragon ໄດ້ອອກຈາກສະຖານີອະວະກາດນາໆຊາດໃນໄລຍະບໍ່ເຖິງນຶ່ງອາທິດຫຼັງຈາກໄດ້ກາຍເປັນຍານອະວະກາດລໍາທໍາອິດທີ່ ເອກະຊົນເປັນເຈົ້າຂອງ ບັນທຸກສະບຽງສໍາພາລະຕ່າງໆໄປຍັງສະຖານີອະ ວະກາດນາໆຊາດ. ອົງການອະວະກາດຂອງສະຫະລັດຫຼືນາຊາໄດ້ບັນລຸຂໍ້ຕົກລົງກັບບັນດາບໍລິສັດເອກະຊົນຈໍານວນນຶ່ງ ເພື່ອເຂົ້າຮັບໜ້າທີ່ຕ່າງໆແທນຍານອະວະກາດໄປກັບທີ່ປົດກະສຽນແລ້ວ ເພື່ອນໍາສົ່ງສຳພາລະແລະ ໃນທີ່ສຸດ ກໍບັນດານັກບິນອະວະກາດໄປຍັງສະຖານີອະວະກາດນາໆຊາດນັ້ນນຳ.
ຖ້ຽວບິນຂອງຍານອະວະກາດ Dragon ນັບວ່າເປັນຖ້ຽວບິນທໍາອິດພາຍໃຕ້ສັນຍາມູນຄ່າ 1 ພັນ 600 ລ້ານໂດລາທີ່ບໍລິສັດເທກໂນໂລຈີສໍາຫຼວດ ອະວະກາດ ຫຼື SpaceX ທີ່ມີສຳນັກງານຢູ່ລັດຄາລີຟໍເນຍໄດ້ເຊັນກັບອົງ ການນາຊາ ເພື່ອນໍາສົ່ງສະບຽງສໍາພາລະຕ່າງໆໄປຍັງສະຖານີອະວະກາດນາໆຊາດ. ນອກນີ້ກໍປະກົດວ່າ ຍັງມີບໍລິສັດຜະຈົນໄພອະວະກາດ Orbital Sciences ທີ່ມີສໍານັກງານຢູ່ລັດເວີຈິເນຍ ຊຶ່ງມີກໍານົດຈະ ສົ່ງຍານລຳທໍາອິດຂອງຕົນຂຶ້ນສູ່ອະວະກາດໃນທ້າຍປີນີ້.
ສະຫະລັດໄດ້ເພີ່ງພາຣັດເຊຍ ຍີ່ປຸ່ນ ແລະຢູໂຣບ ເພື່ອສົ່ງສຳພາລະໄປຍັງ ສະຖານີອະວະກາດນາໆຊາດນັບຕັ້ງແຕ່ໄດ້ປົດກະສຽນຍານອະວະກາດໄປກັບຂອງຕົນ ເມື່ອປີແລ້ວນີ້.