ຍານອະວະກາດ Starship ຂອງບໍລິສັດ SpaceX ທີ່ເປັນຍານອະວະກາດທີ່ ລ້ຳສະໄໝທີ່ຖືກອອກແບບມາເພື່ອນຳພານັກບິນອະວະກາດໄປຍັງດວງເດືອນ ແລະ ໄກກວ່ານັ້ນ, ແມ່ນກຳລັງຈະທຳການທົດລອງເປັນຄັ້ງທີສາມໃນການສົ່ງ ຂຶ້ນໂດຍບໍ່ໄດ້ບັນຈຸນັກບິນອະວະກາດໃນວັນພະຫັດມື້ນີ້ ເຊິ່ງ ບໍລິສັດຂອງທ່ານ ອີລອນ ມັສຄ໌ ຫວັງວ່າຈະນຳເອົາຍານດັ່ງກ່າວໄປໄກກວ່າທີ່ເຄີຍໄປມາກ່ອນ ແມ່ນກະທັ້ງທີ່ມັນຈະລະເບີດຂຶ້ນໃນການບິນອີກຄັ້ງນຶ່ງກໍຕາມ.
ຍານອະວະກາດລຳນີ້ ໄດ້ຖືກຕິດຕັ້ງໃສ່ເທິງຈະຫຼວດບຸສເຕີ Super Heavy ທີ່ສູງແລະໃຫຍ່ໂຕນັ້ນ ແມ່ນມີກຳນົດຈະທະຍານຂຶ້ນໃນຕອນ 8 ໂມງເຊົ້າຕາມ ເວລາໃນເຂດພາກເວັນອອກຂອງສະຫະລັດ ຈາກສະຖານທີ່ສົ່ງຍານອະວະກາດ Starbase ຂອງບໍລິສັດ SpaceX ຕັ້ງຢູ່ແຄມຝັ່ງອ່າວເມັກຊິໂກ ໃກ້ກັບເມືອງ ໂບກາ ຊິກກາ ຂອງລັດເທັກຊັສ.
ອົງການບໍລິຫານການບິນຂອງລັດຖະບານກາງ ສະຫະລັດ ຫາກໍໄດ້ອະນຸມັດໃບ ອະນຸຍາດສຳລັບການທົດລອງໃນການບິນໃນວັນພຸດຕອນບ່າຍວານນີ້.
ບໍ່ຄືກັບການທົດລອງໃນການບິນຄັ້ງທຳອິດສອງເທື່ອເມື່ອປີກາຍນີ້ ຈຸດປະສົງຕົ້ນ ຕໍແມ່ນເພື່ອສະແດງໃຫ້ເຫັນວ່າ ສອງໄລຍະຂອງການສົ່ງຍາອະວະກາດ ສາມາດແຍກອອກໄດ້ພາຍຫລັງທີ່ໄດ້ສົ່ງຂຶ້ນ, ເຊິ່ງການທົດລອງບິນຄັ້ງທີສາມ ຈະກ່ຽວພັນກັບການພະຍາຍາມເປີດປະຕູຫ້ອງບັນທຸກເຄື່ອງຂອງ Starship ແລະຕິດເຄື່ອງຈັກ/ເຄື່ອງນຶ່ງຂອງຍານດັ່ງກ່າວ ຢູ່ໃນອະວະກາດ.
ໃນການບິນແຕ່ລະຄັ້ງກ່ອນໜ້ານີ້ ໄດ້ຖືກຫັນທິດທາງໄປສູ່ຕາມແຜນການບິນ ຕົກລົງຢູ່ໃກ້ເກາະຮາວາຍ ໃນມະຫາສະໝຸດປາຊີຟິກ ໃນຂະນະດຽວກັນ ການບິນຫລ້າສຸດນີ້ ແມ່ນມີເປົ້າໝາຍທີ່ຈະໃຫ້ຍານອະວະກາດຕົກລົງຢູ່ໃນ ເຂດມະຫາສະໝຸດອິນເດຍ.
SpaceX's Starship, a futuristic vehicle designed to eventually carry astronauts to the moon and beyond, was poised for a third uncrewed test launch Thursday that Elon Musk's company hopes will carry it farther than before, even if it ends up exploding once again in flight.
The spacecraft, mounted atop its towering Super Heavy rocket booster, was due for liftoff as early as 8 a.m. EDT from SpaceX's Starbase launch site on the Gulf of Mexico near Boca Chica, Texas.
The U.S. Federal Aviation Administration just granted a license for the test flight on Wednesday afternoon.
Unlike the first two test flights last year, aimed mainly at demonstrating that the spacecraft's two stages can separate after launch, the third test flight will involve an attempt to open Starship's payload door and reignite one of its engines in space.
Each of the previous flights were routed toward a planned crash landing near the Hawaiian islands in the Pacific, while the latest flight is targeting a splashdown zone in the Indian Ocean.
ຟໍຣັມສະແດງຄວາມຄິດເຫັນ