ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈະຫຼວດ SpaceX ນຳສົ່ງອຸປະກອນ ແລະ ສະບຽງອື່ນໆ ຂຶ້ນໄປສູ່ສະຖານີ ອາວະກາດ


ຈະຫຼວດ Falcon 9 ຂອງບໍລິສັດ SpaceX Falcon 9 ຕັ້ງຢູ່ຖານປ່ອຍສົ່ງມັນ ໃນຂະນະທີ່ມັນກຽມພ້ອມ ເພື່ອສົ່ງ ຂຶ້ນສູ່ອາວະກາດທີ່ສະຖານີ ກອງທັບອາກາດ Cape Canaveral ໃນພາລະກິດການບິນຄັ້ງທຳອິດນັບຕັ້ງແຕ່ມັນໄດ້ປະສົບຄວາມລົ້ມແຫຼວໃນເດືອນມິຖຸນາເປັນຕົ້ນມາທີ່ເມືອງ Cape Canaveral ລັດ ຟລໍຣີດາ. 20 ທັນວາ 2015.
ຈະຫຼວດ Falcon 9 ຂອງບໍລິສັດ SpaceX Falcon 9 ຕັ້ງຢູ່ຖານປ່ອຍສົ່ງມັນ ໃນຂະນະທີ່ມັນກຽມພ້ອມ ເພື່ອສົ່ງ ຂຶ້ນສູ່ອາວະກາດທີ່ສະຖານີ ກອງທັບອາກາດ Cape Canaveral ໃນພາລະກິດການບິນຄັ້ງທຳອິດນັບຕັ້ງແຕ່ມັນໄດ້ປະສົບຄວາມລົ້ມແຫຼວໃນເດືອນມິຖຸນາເປັນຕົ້ນມາທີ່ເມືອງ Cape Canaveral ລັດ ຟລໍຣີດາ. 20 ທັນວາ 2015.

ຢູ່ໃຕ້ທ້ອງຟ້າທີ່ມີແສງເດືອນແຈ້ງສະຫວ່າງ, ບໍລິສັດສຳຫຼວດເທັກໂນໂລຈີອາວະກາດ SpaceX ໄດ້ປ່ອຍຈະຫຼວດ Falcon 9 ຂອງຕົນຂຶ້ນໄປພ້ອມກັບບັນຈຸສະບຽງຕ່າງໆ ສຳລັບສະຖານີອາວະກາດນານາຊາດໃນຕອນເຊົ້າຂອງວັນຈັນມື້ນີ້.

ພຽງບໍ່ເທົ່າໃດນາທີຂອງການປ່ອຍຈະຫຼວດໃນວັນຈັນມື້ນີ້ ຈາກສະຖານີຂອງກອງທັບອາ ກາດ Cape Canveral ໃນລັດ ຟລໍຣິດາ, ຊິ້ນສ່ວນທີ່ສຳຄັນຂອງຈະຫຼວດໄດ້ແຍກອອກ ຈາກກັນ, ໄດ້ຫັນກັບຄືນ ແລະ ໄດ້ບິນລົງຈອດໃນທາງຕັ້ງຢ່າງນິ້ມນວນຢູ່ເທິງພື້ນດິນ ສອງ ສາມກິໂລແມັດຫ່າງຈາກຈຸດສົ່ງຂອງມັນ.

ໃນບ່ອນບັນຈຸເຄື່ອງຂອງມັນ, ຈະຫຼວດໄດ້ນຳເອົາວົງແຫວນເກາະຕິດຂອງຍານອາວະ ກາດໄປສູ່ສະຖານີອາວະກາດນານາຊາດ, ເຊິ່ງເປັນບາດກ້າວທີ່ສຳຄັນໃນການເຮັດໃຫ້ ຍານອາວະກາດພານິດຂອງ ສະຫະລັດ ສາມາດຂົນສົ່ງນັກບິນອາວະກາດໄປຫາຫ້ອງທົດ ລອງທີ່ກຳລັງທຳການໂຄຈອນຢູ່ນັ້ນ.

ຫຼັງຈາກວົງແຫວນເກາະຕິດເຫຼັກໄດ້ຖືກຕິດຕັ້ງໃສ່ບ່ອນທຽບຈອດຍານອາວະກາດຂອງ ສະຖານີແລ້ວ, ມັນກໍຈະເປັນບ່ອນຈອດຂອງຍານອາວະກາດພານິດ ທີ່ຖືກສ້າງຂຶ້ນພາຍ ໃຕ້ການພັດທະນາຂອງບໍລິສັດ SpaceX ແລະ Boeing. ຍານອາວະກາດທີ່ສາມາດບັນ ຈຸຄົນໄດ້ນັ້ນແມ່ນມີແຜນທີ່ຈະເລີ່ມການທົດລອງການບິນໃນປີໜ້ານີ້.

ໃນປີກາຍນີ້, ຈະຫຼວດ SpaceX ທີ່ຂົນສົ່ງໜຶ່ງໃນວົງແຫວນພວກນີ້ໄດ້ແຕກອອກເປັນຊິ້ນ ສ່ວນບໍ່ດົນຫຼັງຈາກໄດ້ຖືກປ່ອຍຂຶ້ນສູ່ອາວະກາດ.

ຍານອາວະກາດ SpaceX ສາມາດທີ່ຈະລົງຈອດໃນທາງຕັ້ງຈາກເຄື່ອງເສີມການຂັບດັນ 4 ຄັ້ງ ນັບຕັ້ງແຕ່ເດືອນທັນວາເປັນຕົ້ນມາ. ທາງບໍລິສັດຫວັງວ່າຈະປ່ອຍຈະຫຼວດ ທີ່ຈະນຳ ກັບມາໃຊ້ຄືນເປັນຄັ້ງທຳອິດຂອງພວກເຂົາເຈົ້າໃນທ້າຍປີນີ້.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

US SpaceX
please wait
Embed

No media source currently available

0:00 0:01:07 0:00

XS
SM
MD
LG