ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບໍລິສັດ SpaceX ສົ່ງຈະຫຼວດຂຶ້ນສູ່ ອາວະກາດ ດ້ວຍຜົນສຳເລັດ


ຈະຫຼວດ Falcon 9 ຂອງບໍລິສັດ SpaceX ຖືກສົ່ງຂຶ້ນສູ່ອາວະກາດຈາກຖານທັບອາກາດ Vandenberg, ລັດ ຄາລິຟໍເນຍ. 14 ມັງກອນ, 2017.
ຈະຫຼວດ Falcon 9 ຂອງບໍລິສັດ SpaceX ຖືກສົ່ງຂຶ້ນສູ່ອາວະກາດຈາກຖານທັບອາກາດ Vandenberg, ລັດ ຄາລິຟໍເນຍ. 14 ມັງກອນ, 2017.

ບໍລິສັດຄົ້ນຄວ້າອາວະກາດເອກະຊົນ SpaceX ໄດ້ດຳເນີນການປ່ອຍຈະຫຼວດ ດ້ວຍ ຄວາມສຳເລັດເປັນຄັ້ງທຳອິດຂອງພວກເຂົາເຈົ້າ ນັບຕັ້ງແຕ່ການລະເບີດຂອງຈະຫຼວດຢູ່ ແຖ່ນປ່ອຍຍານໃນເດືອນກັນຍາປີກາຍນີ້ເປັນຕົ້ນມາ.

ບໍລິສັດ SpaceX ໄດ້ສົ່ງຈະຫຼວດຂຶ້ນອາວະກາດໃນວັນເສົາວານນີ້ຈາກຖານທັບອາກາດ Vandenberg ໃນລັດ ຄາລິຟໍເນຍ ແລະ ໄດ້ປະສົບຄວາມສຳເລັດໃນການນຳເອົາ ກົນ ຈັກຂັ້ນຕອນທຳອິດ ລົງຈອດຢູ່ເຮືອທ້ອງແບນໃນມະຫາສະໝຸດປາຊີຟິກ ດ້ວຍຄວາມສຳ ເລັດ, ເຊິ່ງເປັນບາດກ້າວທີ່ສຳຄັນໃນການພັດທະນາ ຊິ້ນສ່ວນຈະຫຼວດທີ່ສາມາດນຳມາ ໃຊ້ຄືນໄດ້.

ບໍລິສັດດັ່ງກ່າວຫວັງວ່າ ຈະຫຼຸດຜ່ອນລາຄາຂອງການເດີນທາງອອກອາວະກາດ ໃນອະນາ ຄົດ ດ້ວຍການພັດທະນາລະບົບຂອງການເກັບກູ້ ແລະ ນຳໃຊ້ຈະຫຼວດທີ່ຖືກຍິງແລ້ວ ທີ່ສາ ມາດໄວ້ວາງໃຈໄດ້ ສຳລັບພະລະກິດຕ່າງໆໃນອະນາຄົດ.

ຈະຫຼວດ Falcon 9 ໄດ້ບິນຂຶ້ນໃນເວລາ 9 ໂມງ 45 ຕອນເຊົ້າ, ນຳພາດາວທຽມຄົມມະ ນາຄົມ 10 ໜ່ວຍເຊິ່ງຈະຖືກປ່ອຍບິນໂຄຈອນກ່ອນກັບຄືນສູ່ໂລກ. ຊິ້ນສ່ວນຂອງຈະຫຼວດ ໄລຍະທຳອິດ ໄດ້ລົງຈອດຢູ່ເຮືອທ້ອງແບນໃນມະຫາສະໝຸດ ປະມານ 8 ນາທີຫຼັງຈາກຖືກ ປ່ອຍຂຶ້ນ.

ປີກາຍນີ້ຈະຫຼວດ Falcon 9 ໄດ້ແຕກຢູ່ແຖ່ນປ່ອຍຍານໃນລັດ ຟລໍຣິດາ ໃນລະຫວ່າງ ການທົດລອງກຽມບິນຄັ້ງທຳອິດ. ບັນດານັກສືບສວນສອບສວນໄດ້ພິຈາລະນາວ່າ ຖັງ ແກ໊ສ ເຮລຽມ ໄດ້ແຕກຢູ່ໃນຖັງນ້ຳອົກຊີ, ເຊິ່ງກໍ່ໃຫ້ມັນລະເບີດຂຶ້ນ.

ການປ່ອຍຈະຫຼວດໃນວັນເສົາວານນີ້ລວມມີ ການແກ້ໄຂທີ່ຖືກເຮັດຂຶ້ນ ເພື່ອຕອບສະ ໜອງຕໍ່ອຸບັດຕິເຫດໃນຄັ້ງນັ້ນ, ລວມທັງຖັງແກ໊ສເຮລຽມທີ່ຖືກອອກແບບໃໝ່. ບໍລິສັດ SpaceX ກໍຍັງໄດ້ປັບຂະບວນການເຊື້ອເພີງໃຫ້ມີອັນຕະລາຍນ້ອຍລົງ.

ບໍລິສັດ SpaceX ແມ່ນບໍລິສັດເອກະຊົນ ທີ່ຄາດວ່າຈະເລີ່ມນຳສົ່ງນັກບິນອາວະກາດ ສະ ຫະລັດ ຂຶ້ນສູ່ອາວະກາດໃນປີໜ້າ. ພວກເຂົາເຈົ້າກໍຍັງມີແຜນທີ່ຈະສົ່ງຍານອາວະກາດ ມຸ່ງໜ້າໄປຍັງດາວພະອັງຄານໃນປີໜ້າເຊັ່ນກັນ.

ບໍລິສັດດັ່ງກ່າວໄດ້ມີງານຄ້າງຄາຢູ່ ທີ່ຈະເຮັດໃຫ້ແລ້ວ 70 ພາລະກິດທີ່ມີມູນຄ່າທັງໝົດ 10 ຕື້ໂດລາ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

SpaceX Launch
please wait
Embed

No media source currently available

0:00 0:03:50 0:00

XS
SM
MD
LG