ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໑໗ ກຸມພາ ໒໐໒໕

Space X ທົດສອບບູສເຕີ ຍານອາວະກາດ ສຕາຣຊິບ ອີກຄັ້ງ ແຕ່ສ່ວນເທີງເກີດລະເບີດ


 ຍານຂົນສົ່ງ ຊຸບເປີ້ເຮຟວີ ຂອງ ສຕາຣຊິບ ຖືກຢຶດໄວ້ທີີີ່ແທ່ນປ່ອຍຈະຫຼວດໃນຖານທັບດາວໄກ້ກັບ ໂບກາຊິກາ ລັດເທັກຊັສ ເມື່ອວັນທີ 13 ຕຸລາ 2024 ໃນລະຫວ່າງການທົດລອງຍານອາວະກາດ Starship Flight 5
ຍານຂົນສົ່ງ ຊຸບເປີ້ເຮຟວີ ຂອງ ສຕາຣຊິບ ຖືກຢຶດໄວ້ທີີີ່ແທ່ນປ່ອຍຈະຫຼວດໃນຖານທັບດາວໄກ້ກັບ ໂບກາຊິກາ ລັດເທັກຊັສ ເມື່ອວັນທີ 13 ຕຸລາ 2024 ໃນລະຫວ່າງການທົດລອງຍານອາວະກາດ Starship Flight 5

ພຽງບໍ່ພໍເທົ່າໃດຊົ່ວໂມງຫຼັງຈາກທີ່ ບຣູ ອໍຣິຈິນ ຂອງທ່ານ ເຈຟ ເບໂຊສ ປະສົບຜົນສຳເລດໃນການປ່ອຍພາລະກິດໂຄຈອນຄັ້ງທໍາອິດທີ່ SpaceX ກໍ່ກັບມາເປັນຈຸດສົນໃຈອີກຄັ້ງໃນວັນພະຫັດທີ່ຜ່ານມາ ດ້ວຍການທົດລອງ ສຕາຣຊິບຫຼ້າສຸດຊຶ່ງເປັນຍານອາວະກາດລຸ່ນໃໝ່ຂະໜາດໃຫຍ່ພິເສດຂອງບໍລິສັດ ແຕ່ຈົບລົງດ້ວຍການທີ່ມີສ່ວນເທີງຂອງຍານອາວະກາດແຕກຫັກລົງໃນເຂດມະຫາສະມຸດ ແອຕແລນຕິກອີງຕາມອົງການຂ່າວເອພີລາຍງານ

ໃນແງ່ຂອງຄວາມຕື່ນເຕັ້ນຢ່າງແທ້ຈິງ ບໍລິສັດ ອີລອນ ມັສກ໌ ບໍ່ໄດ້ເຮັດໃຫ້ຜິດຫວັງ ໂດຍເໜັ້ນໜັກເຖິງຄວາມສາມາດທາງດ້ານເທກນິກຂອງບໍລິສັດດ້ວຍການທົດລອງບູສເຕີຂັ້ນທຳອິດໃນ “ແຂນໄມ້ຄີບທູ່” ຂອງຫໍປ່ອຍຍານອາວະກາດເປັນຄັ້ງທີສອງ

ແຕ່ຜົນໄຊຊະນະຍັງດຳເນີນໄປໃນເວລາສັ້ນ ໆ ເມື່ອບັນດາທີມງານຂາດການຕິດຕໍ່ກັບຍານຊັ້ນເທີງ ໃນເວລາຕໍ່ມາ ສເປດເອກສ໌ ກໍໄດ້ຢືນຢັນວ່າໄດ້ທຳການ “ ຖອດປະກອບຢ່າງວ່ອງໄວໂດຍບໍ່ໄດ້ກຳນົດຕາຕະລາງເວລາ” ຊຶ່ງເປັນຄຳຮ້ອງທີ່ບໍລິສັດໃຊ້ຮ້ອງວ່າການລະເບີດ

ຍານປ່ອຍລຸ້ນທີ່ສູງຂື້ນແລະໄດ້ຮັບການປັບປຸງໃຫ້ດີຂື້ນຊຶ່ງເປັນຍານປ່ອຍທີ່ໃຫຍ່ທີ່ສຸດແລະມີພະລັງທີ່ສຸດເທົ່າທີ່ເຄີຍສ້າງມາໄດ້ບິນຂື້ນຈາກຖານທັບອາກາດຂອງບໍລິສັດ ໃນໂບກາຊິກາ ລັດເທັກຊັສ ເມື່ອເວລາ 16:37 ນາທີ ( 2237 GMT) ເພື່ອທົດລອງຄັ້ງທີ 7

ຕົ້ນແບບຍານປ່ອຍທີ່ເຫຼືອ້ມງາມນີ້ເປັນກຸນແຈສຳຄັນຕໍ່ຄວາມທະເຍີທະຍານຂອງ ທ່ານ ອີລອນ ມັສກ໌ ໃນການສ້າງອານານິຄົມເທີງດາວອັງຄານ ໃນຂະນະທີ່ ນາຊາ ຫວັງທີ່ຈະໃຊ້ລຸ້ນທີ່ດັດແປງມາເປັນຍານລົງຈອດເທີງດວງຈັນຂອງມະນຸດ

ປະມານ 7 ນາທີຫຼັງຈາກການປ່ອຍ ບູສເຕີ Super Heavy ກໍ່ຫຼຸດຄວາມໄວລົງຈາກຄວາມໄວເກີນສຽງ ເຮັດໃຫ້ເກີດສຽງດັງເກີນສຽງກ່ອນຈະຫຼຸດລະດັບລົງຢ່າງສະຫງ່າງາມສູ່ວົງແຂນທີ່ລໍຖ້າຢູ່ຂອງຫໍປ່ອຍຍານ ຊຶ່ງເຮັດໃຫ້ທີມງານຄວບຄຸມພາກພື້ນດິນຕົບມືໃຫ້ດັງສະນັ່ນ

ການຊ້ອມລົບດັ່ງກ່າວປະສົບຜົນສຳເລັດເປັນຄັ້ງທຳອິດໃນເດືອນຕຸລາແຕ່ບໍ່ແມ່ນໃນເດືອນພະຈິກ ເມື່ອ Super Heavy ໄດ້ທຳການລົງຈອດເທີງຜີວນໍ້າທີ່ຄວບຄຸມໄດ້ໃນອ່າວແມັກຊິໂກແທນ

ເຖິງຢ່າງໃດກໍ່ຕາມບໍ່ດົນຫຼັງຈາກບູສເຕີ້ ໄດ້ສຳເລັດຜູ້ປະກາດໃນລາຍການຖ່າຍທອດສົດທາງເວບໄຊຢືນຢັນວ່າຍານຊັ້ນເທີງນັ້ນເສຍຫາຍໄປຈາກຄວາມຜິດປົກກະຕິຂອງລະບົບຂັບເຄື່ອນ

ລະບົບຕິດຕາມຂອງ Flight Aware ສະແດງໃຫ້ເຫັນເຮືອບິນຫຼາຍລໍາໃນມະຫາສະມຸດ ແອຕແລນຕິກ ປ່ຽນເສັ້ນທາງໃກ້ກັບເກາະເຕິກສ໌ ແລະ ເຄຄອສ ໃນຂະນະທີ່ຜູ້ໃຊ້ ເອັກສ໌ ໄດ້ແຊຣພາບເຫດການອັນໜ້າຕື່ນເຕັ້ນທີ່ອ້າງວ່າຈັບພາບຍານອາວະກາດທີ່ແຕກອອກເປັນປ່ຽງ ໃນແປວໄຟຂະນະທີ່ກັບເຂົ້າສູ່ຊັ້ນບັນຍາກາດ

“ ຄວາມສຳເລັດນັ້ນບໍ່ແນ່ນອນ ແຕ່ຮັບຮອງຄວາມບັນເທີງໄດ້” ທ່ານ ອີລອນ ມັສກ໌ ຂຽນລົງສື່ສັງຄົມອ໋ອນລາຍ ເອັກສ໌ ໂດຍແຊຣຄລິບນຶ່ງ ທ່ານກ່າວຕື່ມວ່າ ສາເຫດຂອງການລະເບີດເບິ່ງຄືວ່າຈະເກີດຈາກ” ການຮົ່ວໄຫຼຂອງອອຊິເຈນ/ເຊື້ອເພີງ” ແລະ ບໍລິສັດຈະດຳເນີນການແກ້ໄຂ

ໂຄສົກຂອງສຳນັກງານການບິນແຫ່ງສະຫະລັດອາເມຣິກາ ຫຼື FFA ກ່າວວ່າ ໜ່ວຍງານ “ ການຊ້າລົງແລະປ່ຽນເສັ້ນທາງຂອງເຮືອບິນຊົ່ວຄາວໃນບໍລິເວນທີ່ເສດຊາກຍານອາວະກາດຕົກລົງມາ”

ອ່ານຂ່າວນີ້ເປັນພາສາອັງກິດ

Hours after Jeff Bezos's Blue Origin nailed its first-ever orbital mission, SpaceX seized back the spotlight on Thursday as its latest test of Starship, its gargantuan next-generation mega rocket, ended with the upper stage dramatically disintegrating over the Atlantic.

In terms of sheer excitement, Elon Musk's company didn't disappoint, underscoring its technical prowess by catching the first stage booster in the "chopstick" arms of its launch tower for a second time.

But the triumph was short-lived when teams lost contact with the upper stage vehicle. SpaceX later confirmed it had undergone "rapid unscheduled disassembly," the company's euphemism for an explosion.

A taller, improved version of the biggest and most powerful launch vehicle ever built blasted off from the company's Starbase in Boca Chica, Texas, at 4:37 pm (2237 GMT) for its seventh test.

The gleaming prototype rocket is key to Musk's ambitions of colonizing Mars, while NASA hopes to use a modified version as a human lunar lander.

Around seven minutes after liftoff, the Super Heavy booster decelerated from supersonic speeds -- generating sonic booms -- before descending gracefully into the launch tower's waiting arms, prompting an eruption of applause from ground control teams.

The maneuver was first successfully executed in October, but not November, when Super Heavy made a controlled splashdown in the Gulf of Mexico instead.

Soon after the latest booster catch, however, announcers on a live webcast confirmed the upper stage vehicle had been lost following a propulsion anomaly.

The FlightAware tracker showed several planes in the Atlantic altering course near the Turks and Caicos Islands, while users on X shared dramatic footage purportedly capturing the spaceship breaking apart in a fiery cascade during atmospheric re-entry.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG