ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການສົ່ງຍານ SpaceX ຂຶ້ນສູ່ອະວະກາດ ຖືກຍົກເລີກ ໃນນາທີສຸດທ້າຍ


ການນັບຖອຍຫລັງ ເພື່ອສົ່ງຈະຫລວດ Falcon 9 ຖືກຍົກເລີກ ໃນນາທີສຸດທ້າຍ.
ການນັບຖອຍຫລັງ ເພື່ອສົ່ງຈະຫລວດ Falcon 9 ຖືກຍົກເລີກ ໃນນາທີສຸດທ້າຍ.

ການ​ສົ່ງ​ຍານ​ອະວະ​ກາດ​ຂົນ​ສົ່ງທີ່​ບໍ່​ມີ​ຄົນ​ຂັບ​ ຂຶ້ນ​ໄປ​ຍັງ​ສະຖາ
ນີ​ອາ​ວະ​ກາດນາໆ​ຊາດ ຂອງບໍລິສັດ​ເອກະ​ຊົນ SpaceX ​ໄດ້
​ຖືກ​ລົບ​ລ້າງ ​ບໍ່​ເທົ່າ​ໃດ​ນາທີ​ກ່ອນ​ກຳນົດ​ການ​ສົ່ງ​ຂຶ້ນ ຈາກ​ຖານ
​ສົ່ງ​ອາ​ວະ​ກາດ​ຂອງ​ສະຫະລັດ ທີ່​ລັດ​ຟລໍຣິດາ.

ການ​ນັບ​ຖອຍຫລັງ​ໄປ​ຍັງ​ເວລາ​ສົ່ງຈະ​ຫລວດ Failcon 9 ຂອງ​
ບໍລິສັດ SpaceX ຂຶ້ນ​ສູ່​ທ້ອງຟ້າ ຖືກ​ຢຸດ​ສະ​ງັກລົງກ່ອນ​ເວລາ​
ສົ່ງ​ຂຶ້ນ ​ເພື່ອ​ນາທີ​ກ່ວາໆ​ເທົ່າ​ນັ້ນ ຍ້ອນເກີດ​ບັນຫາ​ບໍ່​ຄາດ​ຝັນ
​ທາງ​ດ້ານ​ເທັກ​ນິກ. ອງົການ​ອາ​ວະ​ກາດ NASA ຂອງ​ສະຫະ
ລັດ ກ່າວ​ວ່າ ຕົນ​ຈະ​ພະຍາຍາມ​ຈະ​ສົ່ງ​ຍານ​ອາ​ວະ​ກາດ​ຂົນ​ສົ່ງ​
ລຳ​ນີ້ ຂຶ້ນ​ໃໝ່ ​ໃນ​ຕອນ​ເຊົ້າ​ມືດ​ວັນ​ສຸກ.

ຈະ​ຫລວດ Failcon 9 ຈະ​ສົ່ງ​ຍານ​ອາ​ວະ​ກາດ Dragon ຂອງ​ບໍລິສັດ SpaceX ທີ່​ບັນທຸກ
ອຸບ​ປະກອນ​ແລະສະບຽງ ໜັກ​ກວ່າ 2,000 ກິ​ໂລກຣາມ ຂຶ້ນ​ສູ່​ຫ້ວງ​ອາ​ວະ​ກາດ ​ເພື່ອ​ເອົາ​ໄປ
​ສົ່ງ​ໃຫ້​ສະຖານີ​ອາ​ວະ​ກາດນາໆ​ຊາດ.

XS
SM
MD
LG