ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ນັກບິນອະວະກາດ ຂອງ SpaceX ຖືກຕ້ອນຮັບ ເປັນຢ່າງດີ ເມື່ອໄປຮອດ ສະຖານີອະວະກາດສາກົນ


ທ່ານ Bob Behnken ແລະທ່ານ Doug Hurley (ຂວາສຸດ) ໄປຢູ່ຮ່ວມກັບໝູ່ຢູ່ສະຖານີອະວະກາດສາກົນ ພາຍຫລັງທີ່ຍານອະວະກາດ Dragon ຂອງບໍລິສັດ SpaceX ເຂົ້າຈອດທີ່ສະຖານີ ໃນວັນທີ 31 ພຶດສະພາ, 2020 (ພາບສະໜອງໃຫ້ໂດຍອົງການ NASA)
ທ່ານ Bob Behnken ແລະທ່ານ Doug Hurley (ຂວາສຸດ) ໄປຢູ່ຮ່ວມກັບໝູ່ຢູ່ສະຖານີອະວະກາດສາກົນ ພາຍຫລັງທີ່ຍານອະວະກາດ Dragon ຂອງບໍລິສັດ SpaceX ເຂົ້າຈອດທີ່ສະຖານີ ໃນວັນທີ 31 ພຶດສະພາ, 2020 (ພາບສະໜອງໃຫ້ໂດຍອົງການ NASA)

ພະນັກງານຢູ່ສະຖານີອະວະກາດສາກົນ ໄດ້ໃຫ້ການຕ້ອນຮັບນັກບິນອະວະກາດ ຂອງສະຫະລັດ ທ່ານ ດັກກລາສ ເຮີລີ (Douglas Hurley) ແລະ ທ່ານບອບ ເບນເຄນ (Bob Behnken) ພາຍຫລັງທີ່ຍານອະວະກາດຂອງ SpaceX ທີ່ສ້າງຂຶ້ນໂດຍບໍລິສັດເອກະຊົນ ໄດ້ເຊື່ອມຕໍ່ໃນວັນອາທິດວານນີ້.

ທ່ານ ຄຣິສຕົຟເຟີ ແຄສຊີດີ (Christopher Cassidy) ນັກບິນຂອງອົງການນາຊາ (NASA) ແລະ ນັກເຫາະຈັກກະວານອານາໂຕລີ ອີວານິສຊິນ (Anatoly Ivanishin) ແລະ ອີວານ ແວັກເນີ (Ivan Vagner) ຂອງຣັດເຊຍພາກັນຈັບມືກັບຄູ່ ຮ່ວມງານຂອງເຂົາເຈົ້າ ໃນຂະນະທີ່ພວກເຂົາເຈົ້າເຂົ້າໄປໃນ ສະຖານີອະວະກາດ.

“ຍິນດີຕ້ອນຮັບ ບອບ ແລະດັກກລາສ. ຂ້າພະເຈົ້າຈະບອກພວກທ່ານໃຫ້ຮູ້ເດີ້ ຄົນທັງໂລກໄດ້ເຫັນການປະຕິບັດງານອັນນີ້ ແລະພວກເຮົາກໍມີຄວາມພູມໃຈ ພູມໃຈຕໍ່ທຸກສິ່ງທຸກຢ່າງທີ່ພວກທ່ານໄດ້ເຮັດໃຫ້ແກ່ປະເທດຊາດຂອງພວກເຮົາ ຫລາຍ, ທີ່ຈິງແລ້ວ, ເຮັດໃຫ້ໂລກຮູ້ສຶກໄດ້ຮັບແຮງບັນດານໃຈ,” ນັ້ນຄືຄໍາເວົ້າ ຂອງ ທ່ານ ຈິມ ໄບຣເດັນທາຍນ໌ (Jim Bridenstine), ຜູ້ບໍລິຫານຂອງອົງ ການນາຊາ ທີ່ກ່າວ ຢູ່ພື້ນດິນໂດຍເປັນການສະແດງຄວາມຍິນດີ ຕ້ອນຮັບ ແບບສ່ວນຕົວ.

ທ່ານເຮີລີ ເວົ້າວ່າ “ພວກເຮົາແນ່ນອນຮູ້ສຶກຂອບໃຈຕໍ່ສິ່ງທີ່ເວົ້ານັ້ມານຫລາຍເດີ້ ທ່ານ. ມັນເປັນທີ່ຈະແຈ້ງຢູ່ແລ້ວວ່າ ພວກເຮົາຮູ້ສຶກເປັນກຽດຢ່າງສູງທີ່ໄດ້ເປັນ ສ່ວນນ້ອຍໆຂອງການປະຕິບັດງານນີ້. ພວກເຮົາຕ້ອງຄິດເຫັນຄຸນງາມຄວາມດີ ຂອງບໍລິສັດ SpaceX, ໂຄງການພະນັກງານທາງດ້ານການຄ້າ ແລະແນ່ນອນ ບຸນຄຸນ ຂອງອົງການນາຊາ. ມັນເປັນສິ່ງທີ່ດີຫລາຍທີ່ມີສະຫະລັດກັບຄືນມາເຮັດ ທຸລະກິດການຍິງຍານອະວະກາດທີ່ມີຄົນຂັບຂຶ້ນໄປ. ແລະພວກເຮົາກໍມີແຕ່ຮູ້ສຶກ ດີໃຈຫລາຍ ທີ່ໄດ້ເຂົ້າມາຢູ່ໃນຄະນະທີ່ມີຄວາມປະສານງານ ສໍາພັນກັນຢ່າງຈົບ ງາມອັນນີ້.”

ທ່ານເຮີລີກ່າວອີກວ່າ ທ່ານ “ຮູ້ສຶກດີໃຈຫາອັນໃດປຽບບໍ່ໄດ້” ກ່ຽວກັບການປະຕິ ບັດງານຂອງຍານອະວະກາດຄຣູແດຣັກກອນ (Crew Dragon)ທີ່ນໍາເອົາພວກ ເຂົາເຈົ້າໄປຫາສະຖານີຍານອະວະກາດ ໃນເວລາບໍ່ຮອດນຶ່ງມື້ຊໍ້າ ພາຍຫລັງທີ່
ມັນໄດ້ທະຍານຂຶ້ນຈາກເຄບຄານາເວີຣອລ (Cape Canaveral), ໃນລັດຟລໍຣິດາ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG