ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຍານ Dragon ຈະເຊື່ອມຕໍ່ ກັບສະຖານີ ອະວະກາດ ນາໆຊາດ (ສະໄລດ໌ກັບວີດີໂອ)


ຍານ Dragon ກະກຽມທີ່ຈະເຊື່ອມຕໍ່ກັບສະຖານີອະວະກາດນາໆຊາດ
ຍານ Dragon ກະກຽມທີ່ຈະເຊື່ອມຕໍ່ກັບສະຖານີອະວະກາດນາໆຊາດ

ຍານ​ອະວະກາດ Dragon ຫຼືມັງກອນ ທີ່​ສ້າງໂດຍເອກກະຊົນ ​ແລະ​ເປັນຂອງ​ບໍລິສັດເອກ
​ກະ​ຊົນ Space X ພວມ​ມຸ່ງ​ໜ້າ​ໄປ​ສູ່​ສະຖານີ​ອະວະກາດ​ນາໆ​ຊາດ​ໃນ​ວັນສຸກ​ມື້ນີ້ ​ເພື່ອ​ທຳ
​ການ​ເຊື່ອມຕໍ່​ຄັ້ງປະຫວັດສາດ.

​ເຈົ້າໜ້າ​ທີ່​ຄວບ​ຄຸມ​ພາກພື້ນດິນ​ໄດ້​ຕິດ​ຈັກຂອງ​ຍານ​ອະວະກາດບັນທຸກ​ສຳພາລະທີ່​ບໍ່​ມີ​ຄົນ
​ຂັບດັ່ງກ່າວ ໃນ​ຕອນ​ເຊົ້າຂອງ​ວັນ​ສຸກ​ມື້ນີ້ ​ເພື່ອ​ໃຫ້​ຍານ​ເຂົ້າສູ່​ທິດ​ທາງ​ມຸ່ງໜ້າ​ໄປ​ຍັງ​ສະຖາ
ນີ​ອະວະກາດ​ນາໆ​ຊາດ. ​ເມື່ອ​ໃດ​ຍານ​ລຳ​ນີ້ ຫາກ​ໄປ​ຮອດ​ແລ້ວ ນັກ​ບິນ​ອະວະກາດ​ສອງ
​ຄົນ ​ຂອງ​ສະຖານີ​ອະວະກາດ​ນາໆ​ຊາດກໍ​ຈະ​ໃຊ້​ແຂນ​ທີ່ເປັນ​ຫຸ່ນ​ຍົນ​ຂອງ​ສະຖານີ​ໄປເກາະ
ເອົາ​ຍານ​ອະວະກາດ Dragon ​ແລະ​ເຊື່ອມ​ຕໍ່​ເຂົ້າໃສ່​ບ່ອນ​ຈອດ.

ຍານ Dragon ຈະ​ຈອດ​ຢູ່​ທີ່​ສະຖານີ​ອະວະກາດ​ນາໆ​ຊາດ​ເປັນ​ເວລາ​ນຶ່ງ​ອາທິດ ​ເພື່ອໃຫ້​
ເຈົ້າໜ້າ​ທີ່ໆ​ຢູ່​ເທິງ​ສະຖານີ​ອະວະກາດ​ນາໆ​ຊາດ ​ສາມາດ​ຂົນ​ເອົາ​ສຳພາລະ​ ທີ່ໜັກ​ກວ່າ
500 ກິ​ໂລ​ອອກ​ໄປ​ແລະ​ຂົນ​ເອົາ​ອຸບປະກອນ​ທີ່​ໃຊ້​ແລ້ວ​ເຂົ້າ​ໄປ​ໃສ່​ຍານ​ເພື່ອ​ສົ່ງ​ກັບ​ຄືນ​ມາ​
ຍັງ​ໂລກ.

​ເຈົ້າໜ້າ​ທີ່​ຄວບ​ຄຸມ​ພາກພື້ນດິນ ພ້ອມ​ກັບ​ອົງການ​ອະວະກາດ​ຂອງ​ສະຫະລັດ​ຫຼື NASA
ແລະ​ບໍລິສັດ Space X ​ໄດ້​ປະສົບ​ຄວາມ​ສຳ​ເລັດ​ໃນ​ການ​ທົດ​ສອບ​ເບິ່ງ​ລະບົບ​ຕ່າງໆ​ທີ່ຢູ່​
ເທິງ​ຍານ ຂະນະ​ທີ່​ຍານ​ລຳ​ນີ້ຢູ່​ຫ່າງ​ຈາກ​ສະຖານີ​ອະວະກາດນາໆ​ຊາດ 2 ກິ​ໂລ​ແມັດ​ເຄິ່ງ.

ນີ້​ແມ່ນ​ເທື່ອ​ທຳ​ອິດ​ ທີ່​ບໍລິສັດ​ເອກ​ກະ​ຊົນ​ໄດ້​ສົ່ງ​ຍານ​ອະວະກາດ​ລຳລຽງ​ສຳພາລະຂຶ້ນ​ໄປ
​ຍັງສະ​ຖາ​ນີອະວະກາດ​ນາໆ​ຊາດຊຶ່ງ​ເປັນ​ການ​ເລີ່​ມຕົ້ນຍຸກ​ໃໝ່​ຂອງ​ໂຄງການອະວະກາດ​
ສະຫະລັດ. ອົງການ NASA ​ໄດ້​ຫັນ​ໄປ​ໃຊ້​ບໍລິສັດ Space X ​ແລະ​ບໍລິສັດ​ອື່ນໆ​ເພື່ອ​ລຳ
ລຽງ​ສຳພາລະ ​ແລະ​ໃນ​ທີ່​ສຸດ​ນັກ​ບິນ​ອະວະກາດ​ໄປ​ຍັງ​ສະຖານີ​ອະວະກາດ​ນາໆ​ຊາດ​ນັ້ນ
​ແມ່ນ​ເພື່ອ​ຮັບ​ໜ້າ​ທີ່​ແທນ​ຝູງ​ຍານ​ອະວະກາດ​ໄປ​ກັບ​ທີ່​ອອກ​ບຳນານ​ແລ້ວໃນ​ເວລານີ້.

ເບິ່ງວີດີໂອຂອງອົງການ NASA:


Streaming live video by Ustream

XS
SM
MD
LG