ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຍານລຳລຽງ ເອກກະຊົນ ໄປເຖິງ ສະຖານີອະວະກາດ ແລ້ວ (ສະໄລດ໌/ວີດີໂອ)


ຍານອະວະກາດບັນທຸກສິນຄ້າ Dragon ຂອງບໍລິສັດ SpaceX
ຍານອະວະກາດບັນທຸກສິນຄ້າ Dragon ຂອງບໍລິສັດ SpaceX
ຍານ​ອະວະກາດ​ບັນທຸກ​ສິນຄ້າ​ລໍາ​ນຶ່ງ​ທີ່ເອກ​ກະ​ຊົນເປັນ​ເຈົ້າ​
ຂອງ​ໄດ້​ບິນ​ໄປ​ຮອດ​ສະຖານີ​ອະວະກາດ​ນາໆ​ຊາດ​ຢ່າງ​ເປັນ
​ຜົນ​ສໍາ​ເລັດ​ແລ້ວ ​ໂດຍ​ໄດ້ນຳ ​ເອົາສະບຽງຕ່າງໆ ​ທີ່​ມີນໍ້າໜັກ
​ເຄິ່ງ​ໂຕນ​ໄປ​ສົ່ງ​ໃຫ້ ​ໃນ​ການ​ບິນລຳລຽງ​ຂົນ​ສົ່ງ​ຢ່າງ​ເປັນທາງ​
ການ​ເທື່ອ​ທໍາ​ອິດ ໃຫ້​ແກ່ອົງການ​ອະວະກາດ​ສະຫະລັດຫຼື NASA ນັ້ນ.

ບັນດາ​ນັກ​ບິນ​ອະວະກາດ​ທີ່​ປະ​ຈໍາ​ຢູ່​ເທິງ​ສະຖານີ​ອະວະກາດ
ນາໆ​ຊາດ​ໄດ້​ໃຊ້​ແຂນທີ່​ເປັນຫຸ່ນ​ຍົນ​ໃຫຍ່​ເພື່ອ​ຈັບ​ເອົາ​ຍານ​
ອະວະກາດ Dragon ຂອງ​ບໍລິສັດ SpaceX ​ເມື່ອ​ຕອນ​ເຊົ້າວັນ​ພຸດ​ວານ​ນີ້. ທ່ານນາງ Sunita Williams ຜູ້​ບັງຄັບ​ສະຖານີ​ອະວະກາດ​ນານາ​ຊາດໄດ້ແຈ້ງ​ໄປ​ຍັງ​ສູນ​ຄວບ​ຄຸມ​ການ​ປະຕິບັດ​ງານ​ຂອງ​ອົງການ​ NASA ທີ່​ນະຄອນ Houston ລັດ​ເທັກ​ຊັສວ່າ​ ພວກ​ເຂົາ​ເຈົ້າ​ສາມາດ​ຄວບ​ຄຸມ​ຍານ​ Dragon ໄດ້ຢ່າງ​ປອດໄພ​ແລ້ວ.

ຍານ​ອະວະກາດ Dragon ມີ​ກໍານົດ​ທີ່​ຈະ​ຈອດ​ຢູ່​ສະຖານີ​ອະວະກາດ​ນາໆ ຊາດ ເປັນ​ເວລາ
​ປະມານ​ສອງ​ອາທິດ​ເຄິ່ງ.

ເບິ່ງສະໄລດ໌ກ່ຽວກັບຍານອາວະກາດບັນທຸກສິນຄ້າ Dragon ຂອງ​ SpaceX

ບໍລິສັດ SpaceX ທີ່​ມີ​ສໍານັກງານ​ຢູ່​ລັດ​ແຄ​ລິ​ຟໍ​ເນຍ ​ແມ່ນ​ເປັນ​ບໍລິສັດຮັບເໝົາ​ມູນ​ຄ່າ 1 ພັນ 600 ​ລ້ານ​ໂດ​ລາ ກັບ​ອົງການ​ນາ​ຊາ ທີ່​ຕ້ອງ​ໃຊ້​ຍານ​ອະວະກາດ Dragon ນໍາ​ສົ່ງ ສະບຽງ​ໄປ​ຍັງ​ສະຖານີ​ອະວະກາດ​ອີກ 11 ຖ້ຽວ. ຂະນະ​ນີ້ ອົງການນາ​ຊາ ກໍາລັງ​ປະຕິບັດ​ງານ ຮ່ວມ​ກັບ​ບໍລິສັດ SpaceX ​ເພື່ອອອກ​ແບບ​ຍານ​ອະວະກາດ​ ​ທີ່​ສາມາດບັນທຸກ​ນັກ​ບິນ​ອະວະກາດ ​ໄດ້ນໍາ​ເຊັ່ນ​ກັນ.

ບໍລິສັດ​ການ​ຄ້າ​ທີ່ນໍາ​ສົ່ງສະບຽງທາງ​ອະວະກາດ​ແຫ່ງ​ທີ​ສອງ​ຂອງ​ນາ​ຊາ ຄື​ບໍລິສັດ Orbital Sciences Corporation ທີ່​ມີ​ສໍານັກງານ ​ຢູ່​ລັດ​ເວີ​ຈິເນຍນັ້ນ ກໍ​ມີ​ກໍານົດ​ການ​ທີ່ໃຊ້ຈະຫຼວດ Antares ສົ່ງຍານ​ອະວະກາດ Cygnus ຂຶ້ນສູ່​ວົງ​ໂຄຈອນ​ເປັນ​ເທື່ອ​ທໍາ​ອິດ ​ໃນ​ທ້າຍ​ປີ​ນີ້.

ສະຫະລັດ ​ໄດ້​ປົດ​ກະສຽນ​ການ​ປະຕິບັດ​ການ​ຂອງຍານອະວະກາດ​ໄປ​ກັບ ຫຼຶ shuttle ທັງ​ໝົດຂອງ​ຕົນ ​ເມື່ອ​ປີຜ່ານມາ​ນີ້.

ເບິ່ງວີດີໂອ ກ່ຽວກັບຍານລໍາລຽງ Dragon ຂອງບໍລິສັດ SpaceX:
SpaceX Capsule Heads to International Space Station
please wait

No media source currently available

0:00 0:02:53 0:00
ລິງໂດຍກົງ


XS
SM
MD
LG