ຈະຫລວດທີ່ອອກແບບແລະສ້າງໂດຍບໍລິສັດເອກກະຊົນ ໄດ້ຖືກສົ່ງຂື້ນຢ່າງສໍາເລັດຜົນ
ໃນການເດີນທາງຄັ້ງປະຫວັດສາດ ເພື່ອນໍາເອົາຍານອະວະກາດຂົນສົ່ງສະບຽງຕ່າງໆ
ໄປໃຫ້ສະຖານີອາວະກາດນາໆຊາດ.
ບັນດາກ້ອງຖ່າຍໂທລະພາບ ໄດ້ຖ່າຍທອດພາບການສົ່ງຂຶ້ນສູ່ອາວະກາດຢ່າງບໍ່ມີການ
ຕິດຂັດຜິດພາດໃດໆ ຍານລໍາລຽງສະບຽງ Dragon capsule ທີ່ເກາະຕິດກັບຈະ
ຫລວດ Falcon-9 ຂອງບໍລິສັດ Space X ຈາກຖານສົ່ງ ທີ່ Cape Canaveral ລັດ
Florida ໃນຕອນເຊົ້າມືດຂອງວັນອັງຄານມື້ນີ້.
ບັນດາຜູ້ຄວບຄຸມການບິນ Space X ພາກັນຮ້ອງໂຮ ແລະໂອບກອດກັນ ສະແດງ
ຄວາມດີໃຈ ເມື່ອໄດ້ຮັບການຢືນຢັນວ່າ ຍານແລະຈະຫລວດ ໄດ້ຂຶ້ນໄປຮອດວົງໂຄຈອນ
ອ້ອມໂລກຢ່າງສໍາເລັດຜົນ ແລະແຜ່ນພະລັງງານເກັບແສງຕາເວນ ໄດ້ກາງອອກມາ.
ຈະຫລວດດັ່ງກ່າວມີກໍານົດຖືກສົ່ງຂື້ນໃນມື້ວັນເສົາຜ່ານມາ ແຕ່ຖືກລົບລ້າງໃນເວລາພຽງ
ເຄິ່ງວິນາທີ ກ່ອນທີ່ຈະຫລວດຈະທະຍານຂຶ້ນສູ່ທ້ອງຟ້າ. ບໍລິສັດ Space X ກ່າວວ່າ
ເຄຶ່ອງຄອມພີເຕີ ໄດ້ພົບເຫັນມີຄວາມກົດດັນສູງໜ້ອຍນຶ່ງ ຢູ່ໃນເຄື່ອງຈັກໃຫຍ່ຂອງ
ຈະຫລວດ Falcon 9 ຊຶ່ງບັນດານັກວິສະວະກອນ ໄດ້ກວດພົບບັນຫາໃນເວລາຕໍ່ມາ
ແລະກໍໄດ້ທໍາການແກ້ໄຂ.
ຄາດວ່າ ຍານ Dragon capsule ຈະໄປເຖິງສະຖານີອາວະກາດນາໆຊາດໃນວັນພະ
ຫັດນີ້ ແລະຈະມີການປັບປ່ຽນທີ່ຫລາຍຄັ້ງຫລາຍຫົນ ກ່ອນທີ່ມັນຈະເຂົ້າຈອດຕິດກັບ
ສະຖານີອາວະກາດ ທີ່ກໍາລັງໂຄຈອນອອ້ມໂລກຢູ່ນັ້ນ ໃນມື້ວັນສຸກ. ບັນດານັກອາວະ
ກາດ 6 ຄົນ ຢູ່ໃນສະຖານີອາວະກາດ ຈະໃຊ້ເວລາສອງອາທິດ ເພື່ອທໍາການຂົນຍ້າຍ
ສະບຽງຕ່າງໆ ໜັກກວ່າ 500 ກິໂລ ອອກຈາກຍານ.
ຍານ Dragon capsule ທີ່ນໍາມາໃຊ້ໃໝ່ໄດ້ອີກນັ້ນ ຈະກັບຄືນມາຍັງໂລກມະນຸດ
ພ້ອມກັບອຸບປະກອນເກົ່າ ຈາກສະຖານີອາວະກາດນາໆຊາດ.