ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ໂສ້ງ ອາວະກາດ ສາມາດ ຊ່ວຍ ປິ່ນປົວ ພະຍາດຫຼອດ​​ເລືອດ ​ໃນ​ຂາ​ຕີບ​ຕັນ ໄດ້


ນັກຄົ້ນຄວ້າຄົ້ນພົບວ່າ ຄົນອາເມຣິກັນ ປະມານ 8 ຫາ 12 ລ້ານຄົນມີອາການ ທີ່ເອີ້ນວ່າພະຍາດຫລອດ​​ເລືອດ​ໃນ​ຂາ​ຕີບ​ຕັນ ຫລື P-A-D
ນັກຄົ້ນຄວ້າຄົ້ນພົບວ່າ ຄົນອາເມຣິກັນ ປະມານ 8 ຫາ 12 ລ້ານຄົນມີອາການ ທີ່ເອີ້ນວ່າພະຍາດຫລອດ​​ເລືອດ​ໃນ​ຂາ​ຕີບ​ຕັນ ຫລື P-A-D

ມີການຄາດກັນວ່າ ຄົນອາເມຣິກັນ ປະມານ 8 ຫາ 12 ລ້ານຄົນມີອາການທາງດ້ານ
ສຸຂະພາບ ທີ່ເອີ້ນວ່າພະຍາດຫລອດເລືອດ​ໃນ​ຂາ​ຕີບ​ຕັນ ຫລື P-A-D. ອາການ
ດັ່ງກ່າວເກີດມາຈາກຄາບ​ໄຂມັນ ​ທີ່​ກໍ່ຕົວ​ຂຶ້ນຢູ່​ໃນ​ເສັ້ນ​ເລືອດ​ແດງ ແລະກໍ​ອາດເຮັດ
ໃຫ້ເຈັບປວດຢ່າງສາຫັດ​ໄດ້. ແຕ່ວ່າເທັກໂນໂລຈີ​ໃນ​ສະໄໝອາ​ວະ​ກາດບາງຢ່າງ ອາດສາມາດຊ່ວຍບັນເທົາອາການນີ້ໄດ້. Kevin Enochs ນັກຂ່າວຂອງວີໂອເອ
ມີລາຍງານກ່ຽວກັບເລື່ອງນີ້ ຊຶ່ງບົວສະຫວັນຈະນໍາມາສະເໜີທ່ານ ໃນອັນດັບຕໍ່ໄປ.

ຢູ່ໃນເຂດສູນຍາກາດທີ່ເຢັນແຂງຂອງຊັ້ນອາວະກາດນັ້ນ ນັກບິນອາວະກາດນຸ່ງໂສ້ງ
ແບບພິເສດ ທີ່ສາມາດຮັກສາຄວາມອຸ່ນ​ຂອງ​ຮ່າງກາຍ​ເຂົາ​ເຈົ້າໄວ້ຢູ່ໃນຊຸດເຄື່ອງນຸ່ງ
ຂອງເຂົາເຈົ້າ.

ໂສ້ງນີ້ເບິ່ງຄ້າຍຄືກັນກັບຊຸດເຄື່ອງນຸ່ງອອກ​ກໍາລັງ​ກາຍ ແລະເບິ່ງຈັ່ງນຶ່ງມັນກໍເປັນແບບ
ນັ້ນແທ້ບໍ່ມີຜິດເລີຍ.

ໂສ້ງນີ້ເຕັມໄປດ້ວຍທໍ່ແລະກໍສາມາດສູບເອົານໍ້າເຂົ້າໄປໄວ້ຢູ່ໃນຫັ້ນໄດ້. ໃນກໍລະນີນີ້
ແມ່ນນໍ້າທີ່ອຸ່ນໆ ເພື່ອຊ່ວຍຫລຸດຜ່ອນອາການຂອງພະຍາດຫລອດ​ເລືອດ​ໃນ​ຂາ​ຕີບ​ຕັນ
ຫລື P-A-D ທີ່ແສນຈະເຈັບປວດນັ້ນ.

ທ່ານ Bruno Roseguini ຈາກມະຫາວິທະຍາໄລ Purdue ເວົ້າວ່າ:
“ຄວາມ​ຄິດ​ທີ່​ສະ​ເໜີກໍຄືຖ້າຫາກທ່ານ​ເຮັດ​ການ​ທໍາ​ຄວາມ​ອຸ່ນ​ທີ່​ເປັນໄລຍະໆ
ການ​ໄດ້​ຮັບ​ກາ​ຍະ​ບໍາ​ບັດ​ທີ່​ໃຊ້​ຄວາມ​ຮ້ອນແບບ​ນີ້ ລຶ້ມຄືນ​ເປັນຫລາຍຄັ້ງຫລາຍຫົນ​
ແລ້ວຫລອດ​ເລືອດເຫລົ່ານັ້ນກໍຈະກັບກາຍມາມີຄວາມສາມາດທີ່ຂະຫຍາຍຕົວ​ອອກ
​ໄດ້​ຫລາຍ​ຂຶ້ນ ຢູ່​ໃນໄລຍະທີ່ມີສະພາບເຊັ່ນວ່າ ການອອກກໍາລັງກາຍ. ເມື່ອເປັນ
ເຊັ່ນນັ້ນ ກໍໝາຍຄວາມວ່າມັນຈະມີການໄຫລວຽນຂອງເລືອດເພີ້ມຂຶ້ນ, ມີການ
ສົ່ງອາຍອົກຊີເຈັນໄປຫາກ້າມເນື້ອ ທີ່ໃຊ້ການໄດ້ນັ້ນເພີ້ມຂຶ້ນ ແລະພວກເຮົາຄາດ
ຄິດວ່າ ສະພາບການນີ້ຈະຍືດເວລາທີ່ເຂົາເຈົ້າສາມາດຍ່າງໄດ້ ກ່ອນ​ທີ່​ເຂົາ​ເຈົ້າຮູ້ສຶກ
ເຈັບນັ້ນອີກ.”


ພວກນັກຄົ້ນຄວ້າ ພົບວ່າ ການໃຊ້ໂສ້ງອາວະກາດພຽງແຕ່ຄັ້ງດຽວ ກໍເຮັດໃຫ້ການ
ໝູນວຽນຂອງເລືອດໄປຫາຂາຂອງຄົນປ່ວຍທີ່ເປັນພະຍາດ P-A-D. ໄດ້ແລ້ວ.

ທ່ານ Bruno Roseguini ກ່າວເພີ້ມອີກວ່າ “ພວກເຮົາໄດ້ເຫັນວ່າ ຄວາມດັນເລືອດ
ສູງຫລຸດ​ລົງ​ເປັນ​ໄລຍະ​ດົນເຖິງ​ເກີນໜຶ່ງຊົ່ວໂມງ ພາຍຫລັງທີ່ໄດ້ໃຊ້ການປິ່ນປົວ
ແບບນີ້​ແລ້ວ. ພວກເຮົາໄດ້ເຫັນການປ່ຽນແປງຢ່າງຫລວງຫລາຍໃນການໄຫລ
ວຽນຂອງເລືອດ ໄປຫາຂາທີ່ມີອາການຮ້າຍແຮງຫລາຍທີ່ສຸດ ຊຶ່ງເປັນເປົ້າໝາຍ
ຕົ້ນຕໍອັນນຶ່ງ ຂອງການເຮັດກາຍະບໍາ ​ແບບ​ນີ້ ເພື່ອຊ່ວຍຟື້ນຟູການໝູນວຽນຂອງ
ເລືອດ ​ໄປ​ຫາແຂນຂາທີ່ໄດ້ຮັບຜົນກະທົບຫລາຍທີ່ສຸດ.”


ມີຄົນຫລາຍກວ່າ 200 ລ້ານຄົນຢູ່ໃນໂລກນີ້ຕ້ອງທົນທຸກຕໍ່ອາການຂອງພະຍາດ
PAD ແລະພາຍຫລັງທີ່ມີຜົນໄດ້ຮັບ​ເບື້ອງຕົ້ນເຫລົ່ານີ້ແລ້ວ ພວກນັກຄົ້ນຄວ້າ ກໍາລັງເພີ້ມການສຶກສາຄົ້ນຄວ້າຂອງເຂົາເຈົ້າຂຶ້ນຕື່ມອີກ.

ທ່ານ BRUNO ROSEGUINI ກ່າວມ້ວນທ້າຍວ່າ “ຜ່ານມາພວກເຮົາໄດ້ຮັບ​ເອົາຄົນເຂົ້າມາປິ່ນປົວແບບນີ້, ນີ້ແມ່ນການທົດລອງ ປິ່ນປົວທີ່ພວກເຮົາກໍາລັງ
ດໍາເນີນໄປຢູ່​ໃນໂຮງຮຽນແພດສາດຂອງມະຫາວິທະຍາ ໄລ ອິນດຽນນາ - ຜ່ານມາພວກເຮົາຮັບເອົາຄົນເຈັບຫ້າຄົນ ເຂົ້າມາໃນລະບົບ ການປິ່ນປົວນີ້ ແລະໂດຍພື້ນຖານແລ້ວພວກເຮົາຍັງອີກ 2 ປີ ທີ່ຈະຮັບເອົາຄົນ ເຈັບເພີ້ມອີກ
25 ຫລື 26 ຄົນ ມາລົງທະບຽນເຂົ້າໃນລະບົບນີ້ອີກ ຈຶ່ງຈະສະ ຫລຸບໄດ້ວ່າ
ການເຮັດແບບນີ້ ສາມາດຊ່ວຍເຫລືອຄົນເຈັບເຫລົ່ານີ້ ກັບມາຍ່າງຄືນໄດ້ອີກ
ຫລືບໍ່.”

ລະບົບການປິ່ນປົວນີ້ ຂ້ອນຂ້າງຢາກໃຊ້ເຄື່ອງລຸງລັງ​ແດ່ໜ້ອຍນຶ່ງ ແຕ່ວ່ານັກຄົ້ນ
ຄວ້າຫວັງວ່າ ຈະພັດທະນາໂສ້ງຜືນນຶ່ງ ທີ່ມີເຄື່ອງປໍ້ານໍ້າທີ່ຖືໄປມາໄດ້ ທີ່ຈະເຮັດ
ໃຫ້ຄົນສາມາດໃຊ້ມັນຢູ່ເຮືອນ​ໄດ້.

ເບິ່ງວີດິໂອກ່ຽວກັບເລື້ອງນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG