ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກອາວະກາດ 3 ຄົນ ໄດ້ກັບມາຄືນມາ ຍັງ​ໂລກ​ມະນຸດແລ້ວ


ຍານ Soyuz TMA-03M ພ້ອມກັບນັກອາວະກາດສາມຄົນ ຈາກທີມຄົ້ນຄວ້າ Expedition 31 ທີ່ສະຖານີ
ອາວະກາດສາກົນ ລົງມາຮອດພື້ນດິນ ທີ່ເມືອງ Zhezkazgan, ປະເທດ Kazakhstan, ວັນທີ 1 ກໍລະກົດ 2012.
ຍານ Soyuz TMA-03M ພ້ອມກັບນັກອາວະກາດສາມຄົນ ຈາກທີມຄົ້ນຄວ້າ Expedition 31 ທີ່ສະຖານີ ອາວະກາດສາກົນ ລົງມາຮອດພື້ນດິນ ທີ່ເມືອງ Zhezkazgan, ປະເທດ Kazakhstan, ວັນທີ 1 ກໍລະກົດ 2012.

ນັກອາວະກາດ 3 ຄົນ ຈາກສະຖານີອາວະກາດສາກົນ ຫລື ISS ໄດ້ກັບມາຄືນມາຍັງ
​ໂລກມະນຸດແລ້ວ.

ຍານອາວະກາດ Soyuz ທີ່ຢ່ອນ​ລົງ​ມາສູ່​ຜືນ​ໂລກ​ຊ້າ​ໆ ໂດຍໃຊ້ຈ້ອງອັນນຶ່ງນັ້ນ ໄດ້
ລົງສູ່ໜ້າດິນຢູ່ປະເທດ Kazakhstan ໃນຕອນບ່າຍຂອງວັນອາທິດມື້ນີ້ ພ້ອມ​ກັບສະ
ມາຊິກຂອງໜ່ວຍຄົ້ນຄວ້າ Expedition 31 ຈາກສະຖານີ​ອາ​ວະ​ກາດ ISS. ຍານອາ
ວະກາດ Soyuz ໄດ້ຖອນອອກຈາກສະຖານີຍານອາວະກາດ ໃນຕອນເຊົ້າຂອງວັນ
ອາທິດມື້ນີ້.

ພວກນັກອາວະກາດ ຊຶ່ງລວມມີ Don Petit ຄົນອາເມຣິກັນ, Oleg Kononenko,
ຄົນຣັດເຊຍ ແລະທ່ານ Andre Kuipers ຊາວໂຮນລັງ ໄດ້ກັບຄືນສູ່​ໂລກ​ມະນຸດ ພາຍຫລັງເສັດສິ້ນການປະຕິບັດງານເປັນເວລາ 6 ເດືອນ ຢູ່ໃນຍານອາວະກາດ ທີ່
ໂຄຈອນອ້ອມ​ໂລກ​ຢູ່​ນັ້ນ.

ພວກນັກອາວະກາດດັ່ງກ່າວ ໄດ້ຮັບ​ການ​ດູ​ແລ​ຈາກທິມງານສະໜັບສະໜຸນທັນ​ທີ​ທີ່ ໄດ້ອອກຈາກຍານອາວະກາດທີ່ສ້າງໂດຍຣັດເຊຍນັ້ນ​ແລ້ວ. ຍັງ​ມີນັກອາວະກາດອີກ
3 ຄົນ ປະຈໍາການຢູ່ສະຖານີ ISS ຕໍ່​ໄປ.

ໃນປັດຈຸບັນນີ້ ມີແຕ່ຣັດເຊຍປະເທດດຽວເທົ່ານັ້ນ ທີ່ທໍາການຂົນສົ່ງພວກນັກອາວະ
ກາດໄປຫາ ແລະມາຈາກສະຖານີອາວະກາດ ISS ນັບຕັ້ງແຕ່ສະຫະລັດໄດ້ຍຸດຕິ
ໂຄງການຍານອາວະກາດ​ໄປ​ກັບ​ຂອງ​ຕົນ ໃນເດືອນກໍລະກົດຜ່ານ​ມາ.

XS
SM
MD
LG