ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຍານ​ອະ​ວະ​ກາດ ບັນ​ທຸກ​ ອາ​ໄລ່​ລົດ​ແຂ່ງ ເຄື່ອງ​ອົບ​ຂະ​ໜົມ ແລະ​ເສື້ອ​ກັກ​ປ້ອງ​ກັນ​ໄພ ​ບິນ​ຂຶ້ນໄປ​ຍັງ ​ສະ​ຖາ​ນີ​ອະ​ວະ​ກາດ


ຈະຫຼວດ ແອນ​ຕາ​ເຣັ​ສ ຂອງ​ບໍ​ລິ​ສັດ Northrop Grummanທະ​ຍານ​ຂຶ້ນ​ຈາກ​ຖານ​ຍິງຂອງ​ອົງ​ການ​ນາຊາ​ ຢູ່​ທີ່​ເກາະ​ວໍ​ລັອ​ປ​ສ໌ ໃນ​ລັດ​ເວີ​ຈີ​ເນຍ, ເມື່ອ​ວັນ​ເສົາ ທີ 2 ພະ​ຈິກ 2019. ພາຍ​ຖ່າຍ​ໂດຍ ອົງ​ການ​ຂ່າວ AP.
ຈະຫຼວດ ແອນ​ຕາ​ເຣັ​ສ ຂອງ​ບໍ​ລິ​ສັດ Northrop Grummanທະ​ຍານ​ຂຶ້ນ​ຈາກ​ຖານ​ຍິງຂອງ​ອົງ​ການ​ນາຊາ​ ຢູ່​ທີ່​ເກາະ​ວໍ​ລັອ​ປ​ສ໌ ໃນ​ລັດ​ເວີ​ຈີ​ເນຍ, ເມື່ອ​ວັນ​ເສົາ ທີ 2 ພະ​ຈິກ 2019. ພາຍ​ຖ່າຍ​ໂດຍ ອົງ​ການ​ຂ່າວ AP.

ຍານ​ອະ​ວະ​ກາດ​ລຳ​ລຽງ​ສະບຽງ ​ທີ່​ໄດ້ສົ່ງ​ຂຶ້ນ​ໄປ​ຫາ​ສະ​ຖາ​ນີ​ອະ​ວະ​ກາດ ໃນ​ວັນ​ເສົາ​ວານນີ້ ໂດຍ​ບັນ​ທຸກ​ອາ​ໄລ່​ຂອງລົດ​ແຂ່ງ ເຄື່ອງ​ອົບ​ຂະ​ໜົມ ແລະ​ເສື້ອ​ກັກ​ກັນ​ກຳ​ມັນ​ຕະ​ລັງ​ສີ.

ບໍ​ລິ​ສັດ Northrop Grumman ໄດ້​ສົ່ງ​ວ​ຍານ​ອະ​ວະ​ກາດ​ຂອງ​ຕົນ ຊື່​ວ່າ Cygnus ໃຫ້​ແກ່ ອົງ​ການອະ​ວະ​ກາດ​ແຫ່ງ​ຊາດ​ຂອງ​ສ​ະ​ຫະ​ລັດ ຫຼື NASA ຈາກ ເກາະ Wallops ຂອງ​ລັດ​ເວີ​ຈີ​ເນຍ. ຍານ​ອະ​ວະ​ກາດ​ທີ່ບັນ​ຈຸ​ສິ່ງ​ຂອງ ໂດຍ​ມີນ້ຳ​ໜັກ 3,700 ກິ​ໂລກ​ຣາມ ຄວນບິນໄປ​ຮອດ​ວົງ​ໂຄ​ຈອນ​ຂອງ​ສະ​ຖາ​ນີ​ອະ​ວະ​ກາດ ໃນ​ວັນ​ຈັນ​ມື້​ອື່ນນີ້.

ຜູ້​ຄວບ​ຄຸມ​ຢູ່​ພາກ​ພື້ນ​ດິນ​ໄດ້​ໃຫ້​ຂໍ້​ສັງ​ເກດ​ວ່າ “ເປັນການ​ທະ​ຍານ​ຂຶ້ນ​ທີ່​ດີ ຮອບ​ດ້ານ​ທັງ​ໝົດ.”

ບັນ​ດາ​ນັກ​ບິນ​ອະ​ວະ​ກາດ ຂອງ​ສະ​ຖາ​ນີ​ອະ​ວະ​ກາດ ຈະ​ທຳ​ການ​ທົດ​ລອງ ເຄື່ອງ​ອົບ ດ້ວຍ​ການ​ອົບ​ຂະ​ໜົມ ຊອກ​ໂກ​ເລັດ ຊິບ​ຈ໌ ແລະ​ລອງ​ໃຊ້​ເສື້ອກັກ​ປ້ອງ​ກັນ​ໄພ ເພື່ອ​ຊັ່ງ​ຊາ​ເບິ່ງ​ຄວາມສະ​ບາຍ​ຂອງ​ມັນ. ການ​ທົດ​ລອງ​ທັງ​ສອງ​ຢ່າງ​ດັ່ງ​ກ່າວ ແມ່ນ​ຈະ​ເຫັນ​ໄດ້​ວ່າ ເປັນການ​ທົດ​ລອງ​ກ່ອນ​ໜ້າ ທີ່​ຈະ​ເດີນ​ທາງ​ໄປ​ຍັງ​ດວງ​ເດືອນ ແລະ​ດາວ​ອັງ​ຄານ.

ເຄື່ອງ​ໃໝ່​ອື່ນໆ ທີ່​ນຳ​ມາ​ດ້ວຍນັ້ນ ຈະ​ຖືກ​ນຳ​ໃຊ້ ໃນ​ການ​ເດີນ​ອະວະ​ກາດຫຼາຍ​ຮອ​ບ ຂອງອົງ​ການ NASA ຕາມ​ທີຫຼັງ​ໃນ​ເດືອນນີ້ ເພື່ອ​ຊ້ອມ​ແປງ​ເຄື່ອງກວດ​ຫາ​ອະ​ນຸ​ພາກ​ຟີ​ຊິກ. ຈອດ​ຢູ່​ດ້ານນອກ​ຂອງ​ສະ​ຖາ​ນີ​ອະ​ວະ​ກາດ ນັບ​ຕັ້ງ​ແຕ່​ປີ 2011 ມາ ກໍ​ຄື ເຄື່ອງ Alpha Magnetic Spectrometer ຊຶ່ງ​ເປັນ​ເຄື່ອງວັດ​ແທກ ​ສະ​ໜາມແມ່​ເຫຼັກ ທີ່​ຕ້ອງ​ການ​ເຄື່ອງ​ປ້ຳ​ແອ​ເຢັນ​ໃໝ່ ເພື່ອ​ຈະ​ສືບ​ຕໍ່ ​ຄົ້ນ​ຫາ ສານມືດ ຫຼື dark matter ແລະ ໂມ​ລິກຸນຕໍ່​ຕ້ານ​ສານ ຫຼື antimatter.

ອ່ານ​ຂ່າວນີ້​ຕື່ມ ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG