ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຍານ Soyuz ນໍາເອົາ ນັກບິນ ອະວະກາດ 3 ຄົນ ລົງມາສູ່ ພື້ນດິນແລ້ວ (ວີດີໂອ)


ນັກ​ບິນ​ອະວະກາດ 3 ຄົນ ຄືທ່ານ Chris Hadfield ທ່ານ Tom Marshburn ​ແລະທ່ານ Roman Romanenko ​ໄດ້​ລົງ​ມາ​ເຖິງ​ພື້ນ​ດິນແລ້ວ.
ນັກ​ບິນ​ອະວະກາດ 3 ຄົນ ຄືທ່ານ Chris Hadfield ທ່ານ Tom Marshburn ​ແລະທ່ານ Roman Romanenko ​ໄດ້​ລົງ​ມາ​ເຖິງ​ພື້ນ​ດິນແລ້ວ.
ຍານ​ອະ​ວະ​ກາດ Soyuz ທີ່​ນໍາ​ເອົາ​ນັກ​ບິນ​ອະວະກາດ​ຜູ້ຊາຍ
ສາມ​ຄົນຈາກ​ສະຖານີ​ອະວະກາດ​ນາໆ​ຊາດ ​ໄດ້​ລົງ​ມາ​ເຖິງ​ທົ່ງ
ກວ້າງ​ຂອງ Kazakhstan ດ້ວຍ​ຄວາມ​ປອດ​ໄພ​ແລ້ວ.

ນັກ​ບິນ​ອະວະກາດ ຊາວ​ກາ​ນາ​ດາ ທ່ານ Chris Hadfield
ຊາວ​ອາ​ເມຣິກັນ ທ່ານ Tom Marshburn ​ແລະຊາວຣັດ​ເຊຍ
ທ່ານ Roman Romanenko ​ໄດ້​ລົງ​ມາ​ເຖິງ​ພື້ນ​ດິນ​ໃນ​ວັນ​ອັງ
ຄານ​ມື້​ນີ້ ຫລັງ​ຈາກ​ໄດ້ປະຕິບັດ​ງານ​ເປັນ​ເວລາ 146 ມື້​ ຢູ່​ເທິງ​
ສະຖານີ​ອະວະກາດ​ນາໆ​ຊາດ.

ນັກ​ບິນ​ອະວະ​ກາດ ອາຍຸ 53 ປີ ຊຶ່ງ​ເປັນນັກ​ບິນ​ຂັບ​ເຮືອບິນທົດ
​ລອງ​ທີ່​ມີ​ປະສົບ​ການຈາກ​ການ​ປະຕິບັດ​ງານສອງ​ຄັ້ງ​ໃນຍານ
​ອະວະກາດ​ໄປ​ກັບແລະ​ທ່ານ​ໄດ້​ເປັນ​ນັກ​ບິນ​ອະວະກາດຊາວ
ກາ​ນາ​ດາຄົນ​ທໍາ​ອິດ ​ທີ່ໄດ້ຮັບ​ໜ້າ​ທີ່​ເປັນ​ຜູ້ບັນຊາ​ການສະ​ຖາ
ນີອະວະກາດ​ນາໆ​ຊາດ ຫລື ISS.

ກ່ອນ​ຈະ​ອອກຈາກສະຖານີ​ອະວະກາດນາໆ​ຊາດນັ້ນ ທ່ານ
Hadfield ​ໄດ້​ຮ້ອງ​ເພງລາ ຕໍ່​ການ​ໃຊ້​ຊີວິດ​ຢູ່​ໃນ​ອະວະກາດ ​ໂດຍ​ການ​ອັດ​ເອົາ​ສຽງ​ຮ້ອງ​
ເພງ​ຂອງທ່ານ ຊຶ່ງເປັນ​ເພງ​ຂອງດາຣານັກ​ຮ້ອງຣັອກອັງກິດ David Bowie ​ໃນ​ເພງ “Space Oddity.”



ກ່ອນການ​ເຜີຍ​ແຜ່​ເພງ​ເພື່ອໃຫ້​ກຽດ​ແກ່ທ່ານ Bowie ທ່ານ Hadfield ກໍ​ໄດ້ຕິດຕໍ່ກັບ
ບັນດາ​ແຟນໆຢູ່​ໃນ​ທົ່ວ​ໂລ​ກ ໂດຍ​ຜ່ານ​ທາງ​ອິນ​ເຕີແນັດ ​ເພື່ອສະ​ແດງໃຫ້​ເຫັນ​ວ່າມີຫຍັງ
​ເກີດ​ຂື້ນ​ແດ່ ​ເວລາທ່ານພະຍາຍາມ​ປະຕິບັດ​ກິດຈະກຊາຕ່າງໆ ຢູ່​ໃນບ່ອນ​ທີ່​ບໍ່​ມີ​ອາກາດ​ຫຼືສູນຍາກາດ​ນັ້ນ.

ມີ​ຄົນ​ຕິດຕາມ​ອ່ານ​ເລື່ອງ​ລາວ​ຂອງທ່ານ​ເປັນ​ຈຳນວນ​ຫຼວງຫຼາຍທາງ​ອິນ​ເຕີ​ແນັດ ຄື​
ມີຫຼາຍກວ່າ 800 ພັນ​ຄົນ ​ຕິດ​ຕາມ​ທາງ Twitter ​ແລະ​ກໍ​ກໍາລັງເພີ້ມຂຶ້ນຕື່ມ ເລື້ອຍໆ.

ການ​ປະຕິບັດ​ງານ​ຂອງ​ນັກ​ບິນ​ອະວະກາດ​ທັງສາມແມ່ນ​ການ​ເດີນທາງ​ຂຶ້ນ​ໄປ​ປະຕິບັດ
​ງານ ຢູ່​ເທິງສະຖານີ​ອະວະກາດຄັ້ງທີ 35. ພວກ​ທີ່​ໄປ​ແທນ​ເຂົາ​ເຈົ້າມີ​ກຳນົດຈະໄປຮອດ
ສະຖານີ​ອະວະກາດນາໆ​ຊາດ ​ໃນ​ວັນ​ທີ 28 ​ເດືອນ​ພຶດສະພາ​ນີ້. ຈົນຮອດເວລາ​ນັ້ນ ສະຖານີ​ອະວະກາດຈະ​ຢູ່​ພາຍ​ໃຕ້ ການ​ຄວບ​ຄຸມ​ຂອງ​ພວກລູກ​ເຮືອ​ທີ່ຫຼຸດຈຳນວນ​ລົງ ຊຶ່ງຮວມ​ທັງ​ນັກ​ອະວະກາດຊາວ​ຣັດ​ເຊຍ ແລະ​ນັກບິນ​ອະວະກາດຂອງ​ອົງການ NASA ຂອງສະຫະລັດ.​

Space
please wait
Embed

No media source currently available

0:00 0:00:44 0:00
XS
SM
MD
LG