ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໘ ພຶດສະພາ ໒໐໒໔

ຍານອະວະກາດ Atlantis ຖືກນຳໄປ ວາງສະແດງ ທີ່ຫໍພິພິດທະພັນ (ວີດິໂອ & ສະໄລດ໌)


ຍານອາວະກາດໄປກັບ Atlantis ຂອງສະຫະລັດ ຖືກນໍາອອກຈາກອາຄານປະກອບຍານອັນໃຫຍ່ໂຕ ໄປຫາບ່ອນວາງສະແດງທີ່ສູນກາງຍານອາວະກາດ Kennedy ໃນລັດຟລໍຣີດາ ໃຫ້ຜູ້ຄົນເຂົ້າໄປຢ້ຽມຊົມ
ຍານອາວະກາດໄປກັບ Atlantis ຂອງສະຫະລັດ ຖືກນໍາອອກຈາກອາຄານປະກອບຍານອັນໃຫຍ່ໂຕ ໄປຫາບ່ອນວາງສະແດງທີ່ສູນກາງຍານອາວະກາດ Kennedy ໃນລັດຟລໍຣີດາ ໃຫ້ຜູ້ຄົນເຂົ້າໄປຢ້ຽມຊົມ
ຫລັງຈາກໄດ້ເດີນທາງໄປຍັງອະວະກາດປະມານ 200 ລ້ານກິ
ໂລແມັດ ໂດຍ ໃຊ້ເວລາບິນ 33 ຄັ້ງນັ້ນ ຍານອາວະກາດໄປກັບ
Atlantis ຂອງສະຫະລັດ ກໍອອກເດີນທາງເປັນຄັ້ງສຸດທ້າຍ.

ໃນເຊົ້າວັນສຸກວານນີ້ ຍານອະວະກາດລຳສຸດທ້າຍຂອງອົງການ
NASA ຊຶ່ງເປັນນຶ່ງໃນຈຳນວນຍານອະວະກາດໄປກັບສາມລຳ
ທີ່ຈະເຊົາໃຊ້ງານນັ້ນ ໄດ້ ຖືກສົ່ງອອກຈາກອາຄານປະກອບຍານ
ອັນໃຫຍ່ໂຕ ທີ່ສູນກາງຍານອາວະກາດ Kennedy ໃນລັດຟລໍ
ຣີດາ ຊຶ່ງເປັນການເດີນທາງ ໃນໄລຍະທາງຂ້ອນຂ້າງສັ້ນ 16 ກິ
ໂລແມັດ ໄປຫາບ່ອນວາງສະແດງທີ່ສູນກາງໃຫ້ຜູ້ຄົນເຂົ້າໄປຢ້ຽມ
ຊົມແລະສູນວາງສະແດງທີ່ເອົາຍານອາວະກາດ Atlantis ໄປວາງ
ສະແດງໄວ້ຢ່າງຖາວອນນັ້ນ ຈະເປີດໃຫ້ຄົນໄປຊົມໄດ້ໃນເດືອນກໍລະກົດປີໜ້າ.

ໃນການກະກຽມສໍາລັບການເຄື່ອນຍ້າຍໃນວັນສຸກວານນີ້ ພວກຄົນງານໄດ້ ເອົາເສົາໄຟຟ້າ 120 ອັນ, ຫລັກໄຟສັນຍານການຈາລະຈອນ 23 ຫລັກ ແລະປ້າຍຈາລະຈອນ 56 ອັນ ພ້ອມທັງສາຍໄຟຟ້າແຮງສູງອອກຈາກ ທາງທີ່ຍານອະວະກາດດັ່ງກ່າວນີ້ຜ່ານໄປ.

ເບິ່ງວີດິໂອຍານອະວະກາດ AtlantisAtlantis ຫລັງບິນຖ້ຽວສຸດທ້າຍໄປອະວະກາດ


ຍານອະວະກາດ Atlantis ຊຶ່ງບິນຂຶ້ນສູ່ອະວະກາດຄັ້ງທໍາອິດ ໃນປີ 1985 ນັ້ນ ເປັນຍານອະວະກາດ​ໄປ​ກັບລໍາສຸດທ້າຍຂອງອົງການ NASA ທີ່ໄດ້ບິນ ເຂົ້າສູ່ວົງໂຄຈອນຂອງໜ່ວຍໂລກ ໃນຮອບນຶ່ງປີກວ່າໆຜ່ານມານີ້ ຊຶ່ງເປັນການ ບິນທີ່ປິດທ້າຍໂຄງການຍານອະວະກາດ​ໄປ​ກັບ ທີ່ດໍາເນີນງານມາເປັນເວລາ ສາມທົດສະວັດນັ້ນລົງ ແລະມາບັດນີ້ຍານອະວະກາດລໍານີ້ ຈະໄດ້ເອົາໄປວາງ ສະແດງໄວ້ໃຫ້ຜູ້ຄົນໄດ້ເບິ່ງໄດ້ຊົມກັນ.

ເບິ່ງສະໄລດ໌ກ່ຽວກັບຍານອະວະກາດ Atlantis

XS
SM
MD
LG