ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຍານອາວະກາດ Atlantis ກັບຄືນສູ່ໂລກ


ພວກລູກເຮືອໃນສະຖານີອາວະກາດສາກົນ ແລະໃນຍານອາວະກາດອັດແລນຕີສ ສັ່ງລາກັນໃນສະຖານີອາວະກາດ ກ່ອນ
ຈະນໍາຍານອັດແລນຕີສ ກັບຄືນສູ່ໂລກມະນຸດ,
ວັນທີ 18 ກໍລະກົດ 2011.
ພວກລູກເຮືອໃນສະຖານີອາວະກາດສາກົນ ແລະໃນຍານອາວະກາດອັດແລນຕີສ ສັ່ງລາກັນໃນສະຖານີອາວະກາດ ກ່ອນ ຈະນໍາຍານອັດແລນຕີສ ກັບຄືນສູ່ໂລກມະນຸດ, ວັນທີ 18 ກໍລະກົດ 2011.

ຍານ​ອາ​ວະ​ກາດ​ໄປ​ກັບ Atlantis ຂອງ​ສະຫະລັດ​ໄດ້​ອອກ​ຈາກ​ສະຖານີອາ​ວະ​ກາດ​ນາໆຊາດ​ແລ້ວ ​ເລີ້ມ​ທໍາ​ການບິນ​ ໃນຊ່ວງ​ສຸດ​ທ້າຍ​ຂອງ​ຍານ​ດັ່ງກ່າວ ​ແລະ​ເສັດ​ສິ້ນ​ໂຄງການ​ໃນ​ການຍານ​ອາ​ວະ​ກາດ​ໄປ​ກັບ ​ເປັນ​ເວລາ 30 ປີ​ຂອງ​ສະຫະລັດ.

ຍານ Atlantis ພ້ອມ​ດ້ວຍ​ລູກ​ເຮືອ​ໃນ​ຍານ 4 ຄົນ​ໄດ້​ອອກ​ຈາກ​ສະຖານີອາ​ວະ​ກາດ​ນາໆຊາດ​ຫລື ISS ​ໃນ​ຕອນ​ເຊົ້າ​ວັນ​ອັງຄານ​ມື້​ນີ້ ຢູ​ເໜືອ​ປະ​ເທດ​ນີວຊີ​ແລນ ຫລັງ​ຈາກ​ປະຕິບັດ​ງານ​ມາ​ໄດ້ 8 ມື້​ເພື່ອ​ນຳເອົາສະບຽງ​ຂຶ້ນ​ໄປຍັງ​ສະຖານີ​ອະວະກາດນາໆຊາດ ທີ່​ຈະ​ກຸ້ມ​ເປັນ​ເວລາ1 ປີ​ແລະ​ຂົນ​ຂີ້​ເຫຍື້ອ​ແລະ​ອຸບປະກອນ​ທີ່​ໃຊ້​ແລ້ວ​ໃນ​ຍາ​ນກັບ​ຄືນ​ສູ່ພາກ​ພື້ນ​ດິນ. ຍານ​ອາ​ວະ​ກາດ​ດັ່ງກ່າວ​ໄດ້​ບິນ​ອ້ອມ​ສະຖານີ​ອາ​ວະ​ກາດຮອບ​ນຶ່ງ​ ກ່ອນຈະ​ບິນ​ອອກ​ຈາກ​ສະຖານີເປັນຄັ້ງ​ສຸດ​ທ້າຍ​ນັ້ນ.

ທ່ານ Chris Ferguson ຜູ້​ບັນຊາການ​ຍານ ທ່ານ Doug Hurley ຜູ້​ຂັບ​ຍານ​ແລະ​ນາງ Sandy Magnus ​ແລະ​ທ່ານ Rex Walheim ຜູ້​ຊ່ຽວຊານ​ພິ​ເສດ​ໃນ​ການບິນ ​ໄດ້​ກ່າວອໍາ​ລາຕໍ່​ພວກ​ລູກ​ເຮືອ​ໃນ​ສະຖານີອາ​ວະ​ກາດ​ດ້ວຍ​ອາລົມ​ທີ່​ຕື່ນ​ເຕັ້ນ ​ແລະ​ກອດ​ກັນ ພອມກັບ​ນໍ້າ​ຕາຫ​ລັ່ງ​ໄຫລ​ອອກ​ມາ​ກ່ອນ​ຈະ​ອັດ​ປະຕູ​ລະຫວ່າງສະຖານີກັບຍານ​ອາ​ວະ​ກາດ 2 ລໍາ​ເປັນ​ຄັ້ງ​ສຸດ​ທ້າຍ​ນັ້ນ.

ພວກ​ລູກ​ເຮືອ​ໃນ​ຍານ​ອາ​ວະ​ກາດ​ໄດ້​ປະ​ຫຸ່ນຈຳລອງ​ຂອງ​ຍານ​ອາ​ວະ​ກາດ​ໄປ​ກັບ​ອັນ​ນຶ່ງ​ແລະ​ທຸງຊາດ​ສະຫະລັດ​ທີ່​ປັກຢູ່ໃນ​ຍານອາ​ວະ​ກາດ ​ໄປ​ກັບ Columbia ທີ່​ເລີ້ມ​ປະຕິບັດ​ງານ​ຄັ້ງ​ທໍາ​ອິດ​ໃນ​ປີ 1981 ນັ້ນ.

ຫລັງ​ຈາກອອກ​ປະຕິບັດ​ງານ​ໃນ​ຫ່ວງ​ອາ​ວະ​ກາດ​ມາ​ເປັນ​ເວລາ 13 ມື້ແລະ​ຮັບ​ໃຊ້​ມາ​ເປັນ​ເວລາ 26 ປີ ຍານ​ອາ​ວະ​ກາດ​ໄປ​ກັບ Atlantis ຈະ​ເສັດ​ສິ້ນ​ການ​ປະກອບ​ພາລະກິດ​ຄັ້ງ​ທີ 33 ​ແລະ​ຖ້ຽວ​ບິນ​ຄັ້ງ​ສຸດ​ທ້າຍ ກອນຈະ​ລົງ​ຈອດ​ທີ່​ສູນ​ກາງ​ອາ​ວະ​ກາດ Kennedy ທີ່​ລັດ Florida ​ໃນ​ເຊົ້າ​ວັນ​ພະຫັດ ​ສັບປະດາ​ນີ້.

XS
SM
MD
LG