ຍານອາວະກາດຂອງຣັດເຊຍ ໄດ້ນໍາເອົາລູກເຮືອໃໝ່ ສາມຄົນ
ຂອງສະຖານີອາວະກາດ ນາໆຊາດ ຫລື ISS ອັນມີ ຊາວອາເມ
ຣິກັນ ຊາວຣັດເຊຍ ແລະຊາວອິຕາລີນັ້ນ ໄດ້ໄປເຖິງ ສະຖານີ
ISS ແລ້ວ ຢ່າງປອດໄພ.
ຍານດັ່ງກ່າວນັ້ນໄດ້ໃຊ້ເວລາໃນການເດີນທາງ ບໍ່ຮອດ 6 ຊົ່ວໂມງ
ຊຶ່ງແມ່ນໄວຫຼາຍ ກວ່າການເດີນທາງ ຕາມປົກກະຕິ ທີ່ໃຊ້ເວລາ
2 ວັນ ນັ້ນ.
ຍານ Soyuz ໄດ້ທະຍານຂຶ້ນສູ່ອາວະກາດ ໃນເຊົ້າວັນພຸດມື້ນີ້ ຈາກບ່ອນສົ່ງ Baikonur Cosmodrome ທີ່ຣັດເຊຍເຊົ່າຈາກ Kazakhstan.
ນັກອາວະກາດຊາວອາເມຣິກັນ ທ່ານນາງ Karen Nyberg, ທ່ານ Fyodor Yurchikin ຊາວຣັດເຊຍ ແລະທ່ານ Luca Parmitano ຊາວອິຕາລີ ຈະໃຊ້ເວລາ 6 ເດືອນ ຢູ່ເທິງ ສະຖານີອາວະກາດ ເພື່ອທໍາການທົດລອງຕ່າງໆ ຮ່ວມກັນກັບນັກວິທະຍາສາດ ອີກສາມ ທ່ານ ທີ່ຢູ່ທີ່ນັ້ນແລ້ວ.