ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການພັງທະລາຍລົງ ຂອງສະຫະພາບໂຊວຽດ ຄົບຮອບ 20 ປີ (ເບິ່ງວີດີໂອ)


ຜູ້ນຳສະຫະພາບໂຊວຽດ ທ່ານ Mikhail Gorbachev ຖະແຫຼງຕໍ່ສະພາ ໃນລະຫວ່າງການອະພິປາຍກ່ຽວກັບຂໍ້ ສະເໜີ ຂອງທ່ານ ທີ່ຈະຫັນປ່ຽນສະຫະພາບໂຊວຽດໃຫ້ກາຍເປັນສະຫະພັນ ຂອງປະເທດອະທິປະໄຕ ທີ່ກຸງມົສກູ (4 ກັນຍາ 1991)
ຜູ້ນຳສະຫະພາບໂຊວຽດ ທ່ານ Mikhail Gorbachev ຖະແຫຼງຕໍ່ສະພາ ໃນລະຫວ່າງການອະພິປາຍກ່ຽວກັບຂໍ້ ສະເໜີ ຂອງທ່ານ ທີ່ຈະຫັນປ່ຽນສະຫະພາບໂຊວຽດໃຫ້ກາຍເປັນສະຫະພັນ ຂອງປະເທດອະທິປະໄຕ ທີ່ກຸງມົສກູ (4 ກັນຍາ 1991)

ເດືອນທັນວາແມ່ນຂີດໝາຍຄົບຮອບ 20 ປີໃນການພັງທະລາຍລົງຂອງສະຫະພາບໂຊວຽດ. ຜູ້ສື່ຂ່າວອະວຸໂສຂອງວີໂອເອ Andre de Nesnera ຈະພາທ່ານສຳຫຼວດເບິ່ງນະໂຍບາຍ ການຕ່າງປະເທດ ຂອງທ່ານ Mikhail Gorbachev ຜູ້ນຳຄົນສຸດທ້າຍຂອງໂຊວຽດ ທີ່ມີ ສ່ວນຊ່ອຍເຮັດໃຫ້ສະຫະພາບໂຊວຽດພົບກັບຈຸດອະວະສານ

ທ່ານ Mikhai Gorbachev ​ໄດ້​ຖືກ​ເລືອກ​ເປັນ​ຜູ້ນຳ​ໂຊ​ວຽດ​ໃນ​ວັນ​ທີ 11 ມີນາ​ປີ 1985. ​
ທ່ານ​ມີ​ອາຍຸ 54 ປີ ຊຶ່ງ​ເປັນ​ສະມາຊິກ ​ທີ່​ມີ​ອາຍຸ​ນ້ອຍທີ່​ສຸດ ​ໃນ​ຄະນະ​ກຳມະການ​ກົມ​ການ​
ເມືອງ​ສູນ​ກາງ​ພັກ ຂອງພັກ​ຄອມ​ມູນິສ ທີ່​ປົກຄອງປະ​ເທດຢູ່​ໃນ​ເວລາ​ນັ້ນທີ່​ໄດ້​ຖືກ​ເລືອກໃຫ້
ເຂົ້າກຳ​ອຳນາດ. ​ໃນ​ໄລຍະ 6 ປີ​ຕໍ່​ມາ ທ່ານ​ໄດ້ຈັດຕັ້ງນະ​ໂຍບາຍ​ທີ່​ໄດ້​ຫັນປ່ຽນຢ່າງ​ໃຫຍ່​
ຫຼວງທິດ​ທາງ​ປະວັດ​ສາດ ​ແລະ​ໃນທີ່​ສຸດ​ໄດ້​ເຮັດ​ໃຫ້​ສະຫະພາບ​ໂຊ​ວຽດ ພົບ​ກັບ​ຈຸດ​ອະ​ວະ
ສານ.

ໃນ​ດ້ານ​ພາຍ​ໃນ​ປະ​ເທດ​ນັ້ນນະ​ໂຍບາຍ​ເຫຼົ່ານີ້​ແມ່ນ​ຮູ້​ກັນ​ໃນ​ນາມ Glasnost ຫຼືເປີດ​ກວ້າງ
ແລະ Perestroika ຫຼື​ຈັດຕັ້ງ​ໃໝ່. ​ໃນ​ດ້ານ​ການ​ຕ່າງປະ​ເທດ​ນັ້ນ ການປະຕິ​ຮູບ​ຂອງ​ທ່ານ
Gorbachev ​ແມ່ນ​ເປັນ​ທີ່​ຮູ້​ກັນໃນ​ນາມ “ຈິນຕະນາການຫຼື​ແນວ​ຄິດ​ໃໝ່”

ພວກ​ນັກ​ຊ່ຽວຊານ​ເວົ້າວ່າ ທ່ານ Gorbachev ​ເຂົ້າ​ໃຈດີ​ວ່າ ສະຫະພາບ​ໂຊ​ວຽດອາດ​ຈະບໍ່
ສາມາດ​ໃຊ້​ກຳລັງ​ທາງ​ທະຫານໄດ້​ອີກ​ຕໍ່​ໄປ ​ເພື່ອ​ເສີມ​ຂະຫຍາຍ​ອິດທິພົນຂອງຕົນ​ ຢູ່​ໃນ​ໂລກ
ພາຍ​ນອກ ​ແລະ​ເພື່ອ​ຈະ​ສ້າງຕັ້ງນະ​ໂຍບາຍ​ການ​ຕ່າງປະ​ເທດ​ໃໝ່ ທີ່​ສາມາດມີ​ຄວາມ​ຍືນ​ຍົງ
ທາງ​ດ້ານ​ເສດຖະກິດ​ໄດ້​ນັ້ນທ່ານ Gorbachev ​ເຂົ້າ​ໃຈດີ​ວ່າຢູ່​ໃນ​ບາງຂົງ​ເຂດ​ມົສກູ​ຈະ​ຕ້ອງ
ໄດ້ຕັດ​ການ​ໃຊ້​ຈ່າຍ​ລົງ.

ທ່ານ Archie Brown ສາ​ສະ​ດາ​ຈານ​ກິດ​ຕິ​ມະ​ສັກ​ທີ່​ມະຫາວິທະຍາ​ໄລ Oxford ປະ​ເທດ
ອັງກິດ​ກ່າວ​ວ່າ ນຶ່ງ​ໃນ​ບັນດາ​ຂົງ​ເຂດ​ດັ່ງກ່າວກໍ​ແມ່ນ​ອັຟກາ​ນິສຖານບ່ອນທີ່​ທະຫານ​ໂຊວຽດ
ໄດ້​ທຳ​ການ​ສູ້​ລົບ​ກັບ​ກຳລັງ​ກອງ​ໂຈນ​ມູຈາຮີ​ດິນ​ມາຕັ້ງ​ແຕ່​ເດືອນທັນວາ​ປີ 1979.

ສາ​ສະ​ດາ​ຈານ Brown​ ​ເວົ້າວ່າ “ທ່ານ Gorbachev ​ໃນ​ປີ 1979 ​ເວລາ​ການ
ແຊກແຊງ​ຂອງ​ໂຊ​ວຽດ​ເລີ່​ມຂຶ້ນນັ້ນທ່ານ​ໄດ້​ພົບ​ປະ​ກັບ​ທ່ານ Eduard Shevar-
dnadze ຜູ້ນໍາ​ພັກ​ຄອມ​ມູນິສຈໍ​ເຈຍ ຊຶ່ງ​ໃນ​ເວລາ​ນັ້ນ ບຸກຄົນ​ທັງ​ສອງ​ຕ່າງ​ກໍ​ຢູ່​
ໃນຄະນະ ນໍາພາ​ສູງ​ສຸດ​ແລະ​ພວກ​ທ່ານ​ບໍ່​ໄດ້​ມີ​ສ່ວນພົວພັນ​ນໍາ​ ການ​ຕັດສິນ​
ໃຈ​ດັ່ງກ່າວ. ພວກທ່ານຕ່າງ​ກໍ​ເຫັນ​ພ້ອມ​ນໍາ​ກັນ​ວ່າມັນ​ເປັນຄວາມ​ຜິດ​ພາດຮ້າຍ
ແຮງ. ພວກ​ທ່ານ​ບໍ່​ໄດ້​ສະ​ແດງ​ການ​ຄັດຄ້ານ​ທີ່​ກຸງ​ມົສກູ​ ໃນ​ເວລາ​ທີ່​ມີ​ການ​ປະ
ຊຸມ​ກັນ ຍ້ອນວ່າ​ຖ້າ​ພວກທ່ານ​ສະ​ແດງ​ການ​ຄັດຄ້ານ​ອອກ​ມາມັນ​ອາດ​ຈະ​ເຮັດ​
ໃຫ້​ອາຊີບ​ທາງການ​ເມືອງ​ຂອງພວກທ່ານ​ສິ້ນສຸດ​ລົງ​ໃນ​ທັນທີ.”

ບໍ່​ດົນ​ຫຼັງຈາກ​ໄດ້​ເປັນ​ຜູ້ນໍາ​ ຂອງ​ໂຊ​ວຽດ​ແລ້ວ ທ່ານ Gorbachev ​ໄດ້​ແຕ່ງຕັ້ງ​ ໃຫ້ທ່ານ
Shevardnadze ​ເປັນ​ລັດຖະມົນຕີ​ການ​ຕ່າງປະ​ເທດແລະ​ສາ​ສະ​ດາ​ຈານ Archie Brown ​
ເວົ້າວ່າທ່ານ Gorbachev ຢາກ​ໃຫ້​ຖອນ​ທະຫານ​ໂຊ​ວຽດອອກຈາກອັຟກາ​ນິສຖານ.

ສາ​ສະ​ດາ​ຈານ Brown ກ່າວ​ວ່າ “ທ່ານ​ບໍ່​ຕ້ອງການ​ຢາກຈະ​ດໍາ​ເນີນ​ການ ໃນວິທີ​ທີ່ ​
ເບິ່ງ​ກັນ​ວ່າ​ເປັນ​ການ​ປະລາ​ໄຊ. ທ່ານ​ມີ​ບັນຫາ​ແບບ​ດຽວ​ກັນ ​ກັບ​ພວກ​ຜູ້ນໍາຂອງ​
ປະເທດ​ອື່ນໆທີ່​ເຄີຍປະສົບ​ມາ​ແລ້ວເວລາ​ຊີວິດ​ພວກ​ຊາວ​ໜຸ່ມ​ຈໍານວນ​ຫຼວງຫຼາຍ
ຂອງ​ພວກ​ເຂົາ​ເຈົ້າ​ໄດ້​ລົ້ມຫາຍ​ຕາຍ​ຈາກທ່ານ​ຈະ​ອະທິບາຍ​ເລື່ອງ​ນີ້​ແບບ​ໃດ​ໃຫ້​
ກັບ​ຜູ້​ເປັນ​ພໍ່ຫຼື​ເປັນ​ແມ່ວ່າການ​ເສຍ​ຊີວິດ​ຂອງ​ພວກ​ເດັກນ້ອຍ​ເຫຼົ່ານີ້​ແມ່ນ​ເປັນ​ໄປ
ໂດຍ​ໄຮ້​ປະ​ໂຫຍ​ດຫຼືບໍ່? ດັ່ງນັ້ນທ່ານ​ຈຶ່ງ​ໄດ້​ພະຍາຍາມ​ຊອກ​ຫາ​ຊ່ອງ​ທາງ​ເພື່ອ​
ໃຫ້​ມີ​ການ​ເຈລະ ຈາ​ກ່ຽວ​ກັບ​ການຖອນ​ທະຫານ. ​ແຕ່​ແນວ​ໃດ​ກໍ​ຕາມທ່ານ​ໄດ້​ທໍ​າ
ການ​ຕັດສິນ​ໃຈ​ຢ່າງເດັດຂາດ​ວ່າ ທະຫານ​ໂຊ​ວຽດທັງ​ໝົດ ​ຈະ​ຕ້ອງ​ຖອນ​ອອກ​
ພາຍ​ໃນ​ເດືອນ​ກຸມພາ ປີ 1989 ​ແລະ​ການ​ຖອນ​ທະຫານ​ກໍ​ໄດ້​ມີ​ຂຶ້ນ.”

ທ່ານ John Parker ນັກ​ຊ່ຽວຊານ​ກ່ຽວ​ກັບຣັດ​ເຊຍ ​ຂອງ​ມະຫາວິທະຍາ​ໄລ​ປ້ອງກັນຊາ​ດ
ຂອງ​ສະຫະລັດ​ໄດ້​ສະ​ແດງ​ຄວາມ​ເຫັນ​ຂອງ​ທ່ານ​ໂດຍ​ກ່າວ​ວ່າ ນອກ​ນັ້ນ​ແລ້ວ​ທ່ານ Gorba-
chev ຍັງ​ໄດ້​ເລີ່​ມດໍາ​ເນີນ​ການ ໃນ​ນະ​ໂຍບາຍ​ ທີ່​ມີ​ການ​ປ່ຽນ​ແປງ​ຢ່າງ​ໃຫຍ່​ຫຼວງ ກ່ຽວ​ກັບ​
ເລື່ອງ​ທະຫານ​ຂອງ​ສະຫະພາບ​ໂຊ​ວຽດ.

ທ່ານ Parker ​ເວົ້າວ່າ “ທ່ານ​ໄດ້​ທໍາການ​ເຄື່ອນ​ໄຫວ​ຕັດກອງກໍາລັງ​ທະຫານ​ໂຊ​
ວຽດລົງຊຶ່ງນັ້ນ​ເປັນ​ອີກ​ສິ່ງ​ນຶ່ງ​ທີ່​ຜູ້​ຄົນບໍ່​ເຊື່ອ​ວ່າ​ທ່ານ​ຈະ​ເຮັດ. ​ແຕ່​ຕໍ່ມາ​ບໍ່​ດົນ​
ພວກ ​ເຮົາ​ກໍ​ເລີ່​ມ​ເຫັນ​ຈໍານວນ​ທະຫານ​ຫຼຸດລົງ.”

ນະ​ໂຍບາຍ​ການ​ຕ່າງປະ​ເທດ “ຈິນຕະນາການ​ຫຼື​ແນວ​ຄິດ​ໃໝ່” ຂອງ​ທ່ານ Gorbachev ​ໄດ້​
ແຜ່​ລາມ​ໄປ​ທົ່ວ​ຢູ​ໂຣບຕາ​ເວັນ​ອອກບ່ອນ​ທີ່​ຜູ້​ຄົນ​ພາກັນ​ຮຽກຮ້ອງ​ໃຫ້​ຍຸຕິ​ການ​ປົກຄອງ​ຂອງລະ
ບອບ​ຄອມ​ມູນິສນັ້ນ.

ໃນ​ເດືອນ​ກໍລະກົດ​ປີ 1989 ນະ​ໂຍບາຍເຂົ້າ​ແຊກ​ແຊງ​ເພື່ອ​ໃຫ້ການ​ສະ​ໜັບສະໜຸນ​ລະບອບ​
ການ​ປົກຄອງ​ຄອມ​ມູນິສທີ່​ເອີ້ນກັນ​ວ່າ ທິດ​ສະ​ດີ​ເບຣັຊ​ເນັຟນັ້ນ​ໄດ້ຖືກ​ແທນ​ໂດຍ​ອັນ​ທີ່​ທີ່​ປຶກ
ສາ​ຄົນ​ນຶ່ງ​ຂອງ​ທ່ານ Gorbachev ບັນ​ລະ​ຍາຍ​ວ່າ​ເປັນທິດ​ສະ​ດີ​ສີ​ນາຕຣາຊຶ່ງ​ອີງຕາມ​ເພງໆ​
ນຶ່ງ​ຂອງ​ທ່ານ​ທີ່​ມີ​ຊື່ວ່າ “My Way” ຫຼືວິທີທາ​ງຂອງ​ຂ້ອຍ. ອີກ​ຄວາມໝາຍ​ນຶ່ງ​ແລ້ວທີ່​ປຶກສາ
ທ່ານ​ນີ້​ເວົ້າວ່າ ບັນດາ​ປະ​ເທດ​ໃນ​ຢູ​ໂຣບຕາ​ເວັນ​ອອກສາມາດ​ດໍາ​ເນີນ​ການ​ຕາ​ມວິທີ​ທາງ​ຂອງ​
ພວກ​ເຂົາ​ເຈົ້າ ທັງ​ທາງດ້ານ​ເສດຖະກິດ​ແລະ​ທາງ​ດ້ານ​ການ​ເມື​ອງໂດຍ​ບໍ່​ຕ້ອງ​ຢ້ານ​ວ່າ ຈະ​ຖືກ
ຮຸກ​ຮານໂດຍ​ທະຫານ​ໂຊ​ວຽດ.

ສາ​ສະ​ດາ​ຈານ Archie Brown ​ແລະ​ພວກ​ນັກວິ​ເຄາະ​ອື່ນໆ​ກ່າວ​ວ່ານະ​ໂຍບາຍບໍ່​ເຂົ້າ​ແຊກ
ແຊງ​ຂອງ​ທ່ານ Gorbachev ​ໃນ​ທີ່​ສຸດ​ໄດ້​ນໍາ​ໄປ​ສູ່​ການ​ພັງ​ທະລາ​ຍລົງ ຂອງ​ກໍາ​ແພງ​ເບີ​ລິນ
ເມື່ອວັນ​ທີ 9 ​ເດືອນ​ພະຈິກ​ປີ 1989.

ສາ​ສະ​ດາ​ຈານ Brown ​ເວົ້າວ່າ “ຍ້ອນ​ຄວາມ​ແຕກ​ຕ່າງ​ທາງ​ດ້ານ​ເວລາ ມັນ​ເກີ​ດຂຶ້ນ
ຂະນະ​ທີ່​ທ່ານ Gorbachev ​ແລະ​ສະມາຊິກ​ຄົນ​ອື່ນ​ໃນ​ຄະນະ​ກໍາມະການ​ກົມການ
ເມືອງ​ສູນ​ກາງ​ພັກ​ພາກັນ​ນອນ​ຫຼັບຢູ່​ທີ່​ກຸງ​ມົສກູ. ພາຍ​ໃນ​ຕອນ​ເຊົ້າຂອງ​ມື້​ໃໝ່ທ່ານ
Gorbachev ກ່າວ​ຕໍ່​ເອກ​ອັກຄະ​ລັດຖະທູດ​ເຢຍຣະມັນ​ຕາ​ເວັນ​ອອກ​ວ່າ​ພວກ​ເຂົາ​
ເຈົ້າ​ໄດ້​ກະທໍາ​ໃນ​ສິ່ງ​ທີ່​ຖືກຕ້ອງ​ແລ້ວ ທີ່​ບໍ່​ໄດ້​ພະຍາຍາມ​ສະກັດ​ກັ້ນ​ ​ແລະ​ບໍ່​ໃຊ້​ກໍາ
ລັງ ​ແລະ​ທ່ານ​ໄດ້​ຍອມຮັບ​ເຖິງ​ຄວາມ​ພ້ອມ ກ່ຽວ​ກັບ​ການ​ພັງ​ທະລາ​ຍລົງ​ຂອງ​ກໍາ​
ແພງ​ເບີ​ລິນ​ແລະ​ການ​ທ້ອນ​ໂຮມ​ຊາດ​ຂອງ​ເຢຍຣະມັນ​ທີ່​ຕິດຕາມ​ມາ.”

ໃນ​ເດືອນ​ຕຸລາ​ປີ 1990 ທ່ານ Gorbachev ກໍ​ໄດ້​ຮັບ​ລາງວັນ​ໂນ​ແບ​ລຂະ​ແໜງສັນຕິພາບ.
ນຶ່ງປີກັບສອງ​ເດືອນ​ຕໍ່​ມາທ່ານ​ໄດ້​ລາ​ອອກຈາກ​ການ​ເປັນ​ຜູ້ນໍາຂອງ​ໂຊ​ວຽດ ທີ່​ພວກ​ນັກ​ຊ່ຽວ
ຊານກ່າວ​ວ່າ ​ເປັນ​ຜູ້​ຮັບເຄາະ​ ຈາກ​ກໍາລັງ​ທີ່​ທ່ານ​ໄດ້​ແກ້​ເຊືອກ​ປ່ອຍ ​ແຕ່​ໃນ​ທີ່​ສຸດ​ກໍ​ບໍ່​ສາມາດ​
ຄວບ​ຄຸມໄດ້.

XS
SM
MD
LG