ລັດຖະມົນຕີປ້ອງກັນປະເທດເກົາຫລີໃຕ້ກ່າວວ່າ ປະເທດ
ຂອງທ່ານອາດຈະພິຈາລະນາໃຫ້ສະຫະລັດມາຕິດຕັ້ງ
ອາວຸດນີວເຄລຍ ຢູ່ໃນດິນແດນຂອງຕົນເປັນຄັ້ງທໍາອິດ
ໃນຮອບ 19 ປີ ກໍໄດ້.
ທ່ານ Kim Tae-young ລັດຖະມົນຕີປ້ອງກັນປະເທດ
ໄດ້ຍົກຄວາມອາດສາມາດເປັນໄປໄດ້ນີ້ຂຶ້ນມາໃນວັນຈັນ
ມື້ນີ້ ໃນລະຫວ່າງການພົບປະຫາລືກັບຄະນະກໍາມາທິການ
ສະພາຈຸນຶ່ງກ່ຽວກັບການເພີ່ມທະວີການ ເຄື່ອນໄຫວດ້ານ
ນີວເຄລຍຄັ້ງຫລ້າສຸດຂອງເກົາຫລີເໜືອ ຊຶ່ງທ່ານກ່າວ
ຕໍ່ໄປວ່າ ເລື້ອງນີ້ສາມາດຍົກຂຶ້ນມາໂອ້ລົມກັນໄດ້ ເວລາ
ຄະນະກໍາມາທິການຮ່ວມທະຫານລະຫວ່າງສະຫະລັດແລະ
ເກົາຫລີໃຕ້ພົບປະກັນໃນເດືອນໜ້ານີ້ ເພື່ອສົນທະນາກັນ ເລື້ອງໂຄງການນີວເຄລຍຂອງເກົາຫລີເໜືອນັ້ນ.
ສະຫະລັດໄດ້ຍົກຍ້າຍພວກອາວຸດນີວເຄລຍຂອງຕົນ ທີ່ໄດ້
ເອົາໄປຕິດຕັ້ງໃຫ້ເກົາຫລີໃຕ້ຈຸສຸດທ້າຍ ອອກໄປໃນເດືອນ
ທັນວາປີ 1991. ໂຄສົກປະຈໍາກະຊວງປ້ອງກັນປະເທດເກົາຫລີໃຕ້ກ່າວຕໍ່ວີໂອເອວ່າ ກ່ອນ
ໜ້າເວລານີ້ ເກົາຫລີໃຕ້ບໍ່ເຄີຍໄດ້ພິຈາລະນາ ທີ່ຈະນໍາອາວຸດນີວເຄລຍຂອງສະຫະລັດ ກັບ
ຄືນມາ ປະເທດນີ້ຈັກເທື່ອ.
ຂ່າວສານ AP ອ້າງຄໍາເວົ້າຂອງກະຊວງປ້ອງກັນປະເທດເກົາຫລີໃຕ້ວ່າ ຜົນສະທ້ອນຂອງ
ການຕິດຕັ້ງອາວຸດທີ່ວ່ານີ້ ສ່ວນໃຫຍ່ຈະເປັນເລື້ອງຈິດຕະວິທະຍາຍ້ອນວ່າ ເກົາຫລີໃຕ້ກໍໄດ້
ຮັບການປົກປ້ອງຄຸ້ມຄອງຈາກຄັນຮົ່ມນີວເຄລຍຂອງສະຫະລັດຢູ່ແລ້ວ.