ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລມຕ ຕ່າງປະເທດ ເກົາຫລີໃຕ້ ລາອອກ


ທ່ານ Yu Myung-hwan ລັດຖະມຸນຕີ​ຕ່າງປະ​ເທດ​ເກົາຫລີ​ໃຕ້ໄດ້ລາ​ອອກ​ຈາກ​ຕໍາ​ແໝ່ງ​ ໃນ​ການເຄື່ອນ​ໄຫວຕອບຕໍ່​ຂໍ້​ກ່າວ​ຫາ​ຕ່າງໆກ່ຽວ​ກັບການເກື້​ອກຸນ​ຍາດ​ພີ່ນ້ອງ ສືບ​ເນື່ອງ​ມາ ​ຈາ​ກການ​ທີ່​ທ່ານປ່ອຍ​ໃຫ້ທາງກະຊວງ​ຮັບ​ເອົາລູກ​ສາວ​ຂອງ​ທ່ານ​ ເຂົ້າ​ຮັບ​ໜ້າ​ທີ່ໃນລະດັບ ກາງໃນ​ກະຊວງ​.


ບັນດາ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າປະທານາທິບໍດີ Lee Myung-bak ​ໄດ້​ຮັບເອົາ​ໃບ​ສະ​ເໜີ​ຂໍລາ​ອອກ ຂອງທ່ານ Yu ​ໃນ​ວັນ​ເສົາ​ວານ​ນີ້. ທ່ານ Yu ​ໄດ້​ຂໍ​ຂະ​ມາ​ໂທດ​ຕໍ່​ປະຊາຊົນ​ໃນ​ວັນ ​ສຸກ​ຜ່ານ​ມາ​ ກ່ຽວ​ກັບ​ອັນ​ທີ່ປາກົດວ່າ ​ເປັນຄວາມບໍ່​ຖືກຕ້ອງ​ເໝາະ​ສົມ​ ໃນ​ການ​ຕັດສິນ​ໃຈ​ ຂອງ​ກະຊວງ​ການ​ຕ່າງປະ​ເທດ ທີ່​ວ່າ​ຈ້າງ​ນາງ Yu Hyun-sun ລູກ​ສາວ​ຂອງ​ທ່ານ ​ໄວ 35 ປີ ​ໃຫ້​ເປັນ​ນັກ​ຊ່ຽວຊານ​ດ້ານ​ການ​ຄ້າ​ນັ້ນ.

ທ່ານ Yu ກ່າວ​ວ່າ ລູກ​ສາວ​ຂອງ​ທ່ານ​ໄດ້​ຖອນ​ການ​ຮັບ​ເອົາ​ຕໍາ​ແໜ່​ງດັ່ງກ່າວ​ ຫລັງ​ຈາກມີ​ ການ​ວິພາກ​ວິຈານ​ກັນ​ຢ່າງ​ແຮງ​ຈາກ​ປະຊາຊົນ​ນັ້ນ ​ແຕ່​ທ່ານ Yu ປະຕິ​ເສດ​ວ່າ​ ລູກ​ສາວ ຂອງ​ທ່ານ​ບໍ່ໄດ້​ຮັບ​ການ​ປະຕິບັດ​ຕໍ່ແບບ​ພິ​ເສດ​ໃດໆ​ທັງນັ້ນ. ປະທານາທິບໍດີ Lee ​ກໍ​ໄດ້​ສັ່ງ ​ໃຫ້​ທໍາ​ການ​ສອບ​ສວນ​ ກ່ຽວ​ກັບ​ຂັ້ນ​ຕອນ​ໃນການ​ວ່າ​ຈ້າງ​ ນາງ​ Hyun-sun ​ເຂົ້າ​ມາ​ກໍາ​ຕໍາ ​ແໜ່​ງນີ້​.

ການ​ລາ​ອອກ​ຂອງ​ທ່ານ Yu ເປັນ​ນຶ່ງ​ໃນ​ຫລາຍໆ​ເຫດການ​ ທີ່​ເປັນ​ບາດກ້າວ​ຖອຍຫລັງ​ທາງ ການ​ເມືອງ​ ໃນ​ຫວ່າງ​ບໍ່​ເທົ່າ​ໃດ​ມື້​ຜ່ານມາ​ນີ້ ສໍາລັບປະທານາທິບໍດີ Lee Myung-bak. ພວກ​ທີ່​ທ່ານ​ໄດ້ສະ​ເໜີຊື່​ແຕ່ງ​ຕັ້ງ​ໃຫ້​ຂຶ້ນ​ດໍາລົງ​ຕໍາ​ແໜ່​ງ​ໃນ​ຄະນະ​ລັດຖະບານ ​ຂອງ​ທ່ານ 3 ຄົນ ທີ່​ຮວມທັງ​ຜູ້ທີ່​ຖືກ​ແຕ່ງ​ຕັ້ງ​ ໃຫ້​ເປັນ​ນາຍົກລັດຖະມຸນຕີ​ນໍາ ໄດ້​ຖອນ​ຊື່​ຂອງ​ເຂົາເຈົ້າອອກ ຈາກ​ພິຈາລະນາ​ ໃນ​ວັນ​ອາທິດ​ມື້ນີ້ ຫລັງ​ຈາກ​ມີການກ່າວ​ຫາ​ຕ່າງໆ​ ກ່ຽວ​ກັບຈັນ​ຍາ​ບັນ​ ໃນ​ຄວາມ​ປະພຶດ​ຂອງ​ເຂົາ​ເຈົ້າ.

ທ່ານ Yu Myung-hwan ​ໄດ້​ຂຶ້ນ​ດໍາລົງ​ຕໍາ​ແໜ່​ງລັດຖະມຸນຕີ​ການຕ່າງປະ​ເທດ​ ນັບ​ແຕ່ ​ປະທານາທິບໍດີ Lee Myung-bak ​ໄດ້ຂຶ້ນ​ກໍາ​ອໍານາດ ໃນປີ 2008​ ​ເປັນ​ຕົ້ນ​ມາ​.

XS
SM
MD
LG