ທີມງານຂອງເຈົ້າໜ້າທີ່ກະຊວງປ້ອງກັນປະເທດສະຫະລັດໄດ້ເລີ່ມການ ສຳຫຼວດເບິ່ງຄຸກທະຫານແຫ່ງນຶ່ງ ທີ່ມີຄວາມປອດໄພ ຂະໜາດກາງໃນເມືອງ Charleston ລັດ South Carolina, ເພື່ອໃຫ້ສາມາດຮອງຮັບນັກໂທດເຊິ່ງ ປະຈຸບັນນີ້ຖືກຄວບຄຸມຕົວ ຢູ່ໃນສະຖານທີ່ກັກຂັງ ທີ່ອ່າວກວນທານາໂມ, ປະເທດ ຄິວບາ.
ທີມງານ ໄດ້ດຳເນີນການກວດສອບໃນວັນພຸດ ແລະວັນພະຫັດມື້ນີ້ ຢູ່ຄຸກທະຫານ ທີ່ສະຖານີອາວຸດກອງທັບເຮືອ ໃນເມືອງ Charleston, ອີງຕາມໂຄສົກກະຊວງປ້ອງກັນປະເທດ ພັນໂທ Gary Ross.
ທ່ານ Ross ກ່າວວ່າ “ການກວດສອບສະຖານທີ່ໃນຄັ້ງນີ້ ແມ່ນມີຄວາມຈຳເປັນເພື່ອພິຈາ ລະນາກ່ຽວກັບຄວາມເປັນໄປໄດ້ໃນການຍ້າຍບ່ອນຄຸມຂັງພວກນັກໂທດ ໃນຈຳນວນທີ່ຈຳກັດໃນ ສະຫະລັດ, ແລະ ເພື່ອປະເມີນລາຄາກ່ຽວກັບການຍົກຍ້າຍດັ່ງກ່າວ.”
ທ່ານບໍ່ໄດ້ກ່າວວ່າ ມີສະຖານທີ່ອື່ນຢູ່ບ່ອນໃດແດ່ຈະຖືກດຳເນີນການ ກວດສອບໃນອະນາຄົດ.
ທີມງານປ້ອງກັນປະເທດ ໄດ້ເຂົ້າໄປກວດສອບໃນສະຖານຄຸມຂັງ ທີ່ເມືອງ Leavenworth, ລັດ Kansas ໃນຕົ້ນເດືອນນີ້. ການກວດສອບສະຖານທີ່ຄຸມຂັງແມ່ນໄດ້ເລີ່ມຂຶ້ນໃນວັນທີ 13 ສິງຫາທີ່ຜ່ານມາ.
ສະຖານທີ່ຄຸມຂັງໃນ ສະຫະລັດ ແມ່ນຕ້ອງການທີ່ຈະຮອງຮັບນັກໂທດປະມານ 50 ຄົນ, ອີງຕາມເຈົ້າໜ້າທີ່ປ້ອງກັນປະເທດ ສະຫະລັດ. ປະຈຸບັນນີ້ມີນັກໂທດປະມານ 116 ຄົນທີ່ຖືກຄວບຄຸມຕົວຢູ່ໃນສະຖານທີ່ກັກຂັງ ຂອງກອງທັບເຮືອ ຢູ່ ອ່າວກວນທານາໂມ. ນັກໂທດອື່ນໆອີກຫຼາຍຄົນ ແມ່ນມີສິດທີ່ຈະຖືກສົ່ງໄປຍັງປະເທດອື່ນ.
ປະທານາທິບໍດີ ໂອບາມາ ໄດ້ຖືວ່າ ການປິດສະຖານ ທີ່ກັກຂັງຢູ່ອ່າວ ກວນທານາໂມເປັນບູລິມະສິດສູງສຸດ, ຖ້າມກາງການຄັດຄ້ານ ທັງຈາກ ພັກ Republican ແລະ ພັກເດໂມແຄຣັດ ຢູ່ໃນສະພາ.